ເຈົ້າໜ້າທີ່ກວດກາການຄ້າ ເມືອງລະຄອນເພັງ ແຂວງສາລະວັນ ທຳລາຍສິນຄ້າເຊື່ອມຄຸນ, ປອມແປງ, ມີສານເຈືອປົນໃນອາຫານ ແລະ ສິນຄ້າຕ້ອງຫ້າມ ຄ້າຂາຍ-ຈໍາໜ່າຍພາຍໃນເມືອງ
By theu vaenvongsod On 1 Nov, 2017 At 12:07 PM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2017-11-01 at 10.38.13

       ໃນວັນ​ທີ​ 13-14 ກັນຍາ 2017 ຜ່ານ​ມາ​ນີ້ ໜ່ວຍ​ງານ​ເຈົ້າໜ້າ​ທີ່​ກວດກາ​ການ​ຄ້າ ​ເມືອງລະຄອນ​ເພັງ ​ໄດ້​ປະສານ​ສົມທົບ​ກັບ​ ​ເຈົ້າໜ້າ​ທີ່​ກວດກາ​ການ​ຄ້າ ​ແຂວງ​ ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເປີດ​ກອງ​ປະຊຸມປຶກສາ​ຫາລື ​ແລະ ​ເຊື່ອມ​ຊຶມ​ລະບຽບ​ການ​ຕ່າງໆ ພ້ອມ​ທັງ​ວາງ​ແຜນ​ ​ການຈັດຕັ້ງ ປະຕິບັດ​ວຽກ​ງານ​ການ​ກວດກາ ການ​ນໍາ​ເຂົ້າ ​ແລະ ຈໍາໜ່າຍ​ສິນຄ້າ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ການ ຢູ່​ຕາມ​ຫ້າງ​ຮ້ານ ​42 ຫົວໜ່ວຍ ​ແລະ ສາມາດ​ກັກຍຶດສິນຄ້າ 03 ໝວດ 54 ລາຍການ ມີ​ມູນ​ຄ່າ​ທັງ​ໝົດ 19,334,000 ກີບ​ ຊຶ່ງ​ມີ​ລາຍ​ລະອຽດ​ດັ່ງ​ນີ້:

      1.   ປະ​ເພດອາ​ໄຫລ່ຈັກສະ​ຕີນ ​ແລະ ທາດ​ເຄມີ ທີ່​​ປະກອບ​ເປັນ​ອາວຸດ​ລ່າ​ເນື້ອ​        ມູນ​ຄ່າ   2,500,000 ກີບ;

      2.  ປະ​ເພດ​​ອາຫານ ​ແລະ ​ເຄື່ອງດື່ມ                                                                       ມູນ​ຄ່າ 10,552,000 ກີບ;

      3.  ປະ​ເພດ​ເຄື່ອງ​ສໍາອາງ ​ແລະ ຢາສູບ                                                                    ມູນ​ຄ່າ  6,282,000 ກີບ;

      ພ້ອມ​ດຽວ​ກັນ​ນີ້, ທາງ​ຄະນະກໍາມະການ​ກວດກາ​ສິນຄ້າ ກໍ່​ໄດ້​ຈັດ​ພິທີ​ທຳລາຍ​ສິນຄ້າທີ່​ບໍ່​ມີ​ຄຸນ​ນະພາ​ບ, ​ເຊື່ອມ​ຄຸນບໍ່​ໄດ້​ມາດຖານ, ປອມ​ແປງ, ລອກ​ຮຽນ​ແບບ, ມີ​ສານ​ເຈືອ​ປົນ​ໃນ​ອາຫານ ​ແລະ ສິນຄ້າ​ຕ້ອງ​ຫ້າມ ຄ້າຂາຍ-ຈໍາໜ່າຍ​ພາຍ​ໃນ​ເມືອ​ງລະຄອນ​ເພັງ;

WhatsApp Image 2017-11-01 at 10.38.10

 WhatsApp Image 2017-11-01 at 10.38.16

       ​ໂດຍ​ປະຕິບັດ​ຕາມ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມ​ໃຊ້ ໜ່ວຍ​ງານ​ກວດກາ​ການ​ຄ້າ ​ເມືອງ​ລະ​ຄອນ​ເພັງ ພະ​ແນ​ກ ອຄ ​ແຂວງ​ສາລະ​ວັນ ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ສິດ ໜ້າ​ທີ່​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ ສາມາດ​ສະກັດ​ກັ້ນການລະ​ເມີດ​ກົດໝາຍ ​ແລະ ລະບຽບ​ການ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຄ້າ ​ແນ​ໃສ່​ເຮັດ​ໃຫ້​ສັງຄົມ ມີຄວາມ​ຍຸຕິ​ທໍາ, ມີ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

WhatsApp Image 2017-11-01 at 10.38.17

                                                                                                                                                                                                                   [ແຫລ່ງຂ່າວ: ອ ຄ ເມືອງລະຄອນເພັງ]

                                                                                                                                                                                                                                      [ຮຽບຮຽງໂດຍ: ທ.ນາງ ຖື]