ກອງປະຊຸມປຶກສາຫາລື ກ່ຽວກັບການປັບປຸງ ແລະ ດັດສົມໂຮງງານຂ້າສັດ
By phaikhame evilay On 31 Oct, 2017 At 10:51 AM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2017-3

       ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 26 ຕຸລາ 2017 ທີ່ຫ້ອງປະຊຸມໃຫ່ຍຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ຈັດປະຊຸມປຶກສາຫາລື ກ່ຽວກັບວຽກງານການປັບປຸງ ແລະ ດັດສົມໂຮງງານຂ້າສັດ ແລະ ບ່ອນຂ້າສັດຍ່ອຍ ປຸງແຕ່ງຜະລິດຕະພັນຊີ້ນ ແລະ ຜະລິດຕະພັນສັດນໍ້າຕາງໜ້າຈາກ 10 ແຂວງ.

WhatsApp Image 2017-2

ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ຕົວແທນພາກທຸລະກິດເຂົ້າຮ່ວມ​ໃນ​ນັ້ນ:  ມີແຂວງວຽງຈັນ, ໄຊຍະບູລີຫຼວງພະບາງ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ຈໍາປາສັກ ແລະ ນະຄອນຫຼວງວຽງຈັນ ພ້ອມທັງຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມຊຶ່ງຜູ້ແທນເຂົ້າຮ່ວມທັງໝົດປະມານ 75 ກ່ວາທ່ານ.              ກອງປະຊຸມໄດ້ລາຍງານສະພາບການຄຸ້ມຄອງວຽກງານການປັບປຸງ ແລະ ດັດສົມໂຮງງານ, ໃນໄລຍະຜ່ານມາ, ຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການເຄື່ອນໄຫວຂອງໂຮງງານ ແລະ ມາດຖານຂອງໂຮງງານຂ້າສັດ ມີຄວາມເປັນລະບຽບຮຽບຮ້ອຍດີ, ມີຄຸນນະພາບ, ມີອະນາໄມ ແລະ ມີຄວາມປອດໄພ ຕໍ່ຜູ້ບໍລິໂພກ.                                                                            WhatsApp Image 2017-6

       ​ໂດຍ​ການເປັນປະທານຂອງ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ຈຸດປະສົງ​ຂອງກອງປະຊຸມແມ່ນສະເໜີຕໍ່ຜູ້ແທນຮັບຮູ້ສະພາບການຄຸ້ມຄອງວຽກງານການປັບປຸງ ແລະ ດັດສົມໂຮງງານຜ່ານມາ ແລະ ການເຄື່ອນໄຫວຂອງໂຮງງານຂ້າສັດ ແລະ ຈຸດດີ, ຈຸດອ່ອນ ຂໍ້ຄົງຄ້າງໃນໄລຍະຜ່ານມາ ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າໃຫ້ມີຄຸນນະພາບ​, ນອກຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ໄປຢຽ້ມຢາມໂຮງງານຂ້າສັດ  ສີບຸນເຮືອງ ເມືອງສີໂຄດຕະບອງ  ນະຄອນຫຼວງວຽງຈັນ.

                                                                                    WhatsApp Image 2017-5