ພະແນກ ອຄ ແຂວງຄຳມ່ວນ ຍົກລະດັບສະມັດຕະພາບໂຮງສີເຂົ້າ ແລະ ໂຮງງານປຸງແຕ່ງອາຫານ
By theu vaenvongsod On 31 Oct, 2017 At 09:36 AM | Categorized As ຂ່າວພາຍໃນ | With 0 Comments

DSC_3484

      ຊຸດຝຶກອົບຮົມຍົກລະດັບວິຊາການດ້ານສະມັດຕະພາບ, ປັບປຸງຄຸນນະພາບໂຮງສີເຂົ້າ ແລະ ໂຮງງານປຸງແຕ່ງອາ ຫານ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2017 ຢູ່ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສຳລີ ບຸດສະດີ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ,​ ມີບັນດາຂະແໜງການກ່ຽວຂ້ອງ,  ຜູ້ປະກອບການກຸ່ມໂຮງສີ ແລະ ໂຮງງານປຸງແຕ່ງອາຫານເຊັ່ນ : ໂຮງງານເຂົ້າປຸ້ນ, ນໍ້າດື່ມ ແລະ ອື່ນໆ ພາຍໃນແຂວງເຂົ້າຮ່ວມ.

DSC_3482

      ຈຸດປະສົງໃນຊຸດອົບຮົມຄັ້ງນີ້ ກໍ່ເພື່ອແນໃສ່ໃຫ້ບັນດາຜູ້ເຂົ້າຮ່ວມຮັບຮູ້ບັນດາຫລັກການ,​ ມາດຕະການນຳໃຊ້ລະບົບການບໍລິຫານຄຸນນະພາບ ສຳລັບວິສາຫະກິດຂະໜາດນ້ອຍ ໂດຍນຳໃຊ້ກິດຈະກຳຫລັກການ, ວິທີການກ່ຽວກັບ 5 ສ, ກິດຈະກຳກວດສອບ ແລະ ການຢັ້ງຢືນ, ການປະຕິບັດການກວດສອບລະບົບການຜະລິດທີ່ດີ ( GMP ), ການວິເຄາະຄວບຄຸມຈຸດວິກິດໃນການຜະລິດອາຫານ, ລະບົບການບໍລິຫານຄຸນນະພາບອາຫານ ຈາກຊ່ຽວຊານທີ່ມີປະສົບການ ພ້ອມທັງໄດ້ມີການປຶກສາຫາລືແລກປ່ຽນບົດຮຽນ ປະສົບການເຊິ່ງກັນ ແລະ ກັນ ໃນດ້ານການພັດທະນາການປະຕິບັດການຜະລິດທີ່ດີ ການພັດທະນາລະບົບການບໍລິຫານຄຸນນະພາບ ແລະ ອື່ນໆ ເພື່ອຊອກຫາຊ່ອງທາງໃນການຊຸກຍູ້ສົ່ງເສີມການຜະລິດໃຫ້ກາຍເປັນສິນຄ້າ, ສ້າງຄວາມສາມາດແຂ່ງຂັນທາງດ້ານທຸລະກິດ ແລະ ສົ່ງເສີມທາງດ້ານການຕະຫລາດໃຫ້ເປັນທີ່ຍອມຮັບ ເຊິ່ງຊຸດອົບຮົມແມ່ນຈັດຂຶ້ນໂດຍກະຊວງອຸດສາຫະກຳ ແລະ ການຄ້າຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ໂດຍແມ່ນໜຶ່ງໃນໂຄງການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານຂອງລັດຖະບານ ເພື່ອເຮັດແນວໃດເຮັດໃຫ້ການຜະລິດຂອງພວກເຮົາໝັ້ນຄົງທາງດ້ານສະບຽງອາຫານໄດ້ມາດຕະຖານເປັນທີ່ຍອມຮັບຂອງຕະຫລາດທັງພາຍໃນ ແລະ ຕ່າງ ປະເທດ.

DSC_3477

[ຂ່າວ : ມະນີວັນ]

[ຮຽບຮຽງໂດຍ: ຂະແໜງຂ່າວສານ]