ການຂະຫຍາຍຕົວ ທາງເສດຖະກິດ ຂອງລາວ ໃນປີ 2017 ບໍ່ໄດ້ຕາມ ລະດັບ ຄາດໝາຍ
By theu vaenvongsod On 30 Oct, 2017 At 11:20 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

exhibition Odop

     ນາຍົກລັດຖະມົນຕີລາວ ຍອມຮັບວ່າ ເສດຖະກິດຂອງລາວຂະຫຍາຍຕົວຕໍ່າກວ່າຄາດໝາຍແຜນການ ທີ່ວາງໄວ້ໃນປີ 2017 ແຕ່ກໍເຊື່ອໝັ້ນວ່າ ພື້ນຖານເສດຖະກິດຂອງລາວ ຍັງມີສະຖຽນລະພາບ ແລະ ຍັງຈະຂະຫຍາຍຕົວເພີ້ມຂຶ້ນຕໍ່ໄປ.

     ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວຊຸດທີ 8 ທີ່ໄຂຂຶ້ນຢ່າງເປັນທາງການໃນວັນທີ 16 ຕຸລາ ແລະ ຍັງຈະດໍາເນີນຕໍ່ໄປຈົນເຖິງວັນທີ 16 ພະຈິກ 2017 ນີ້ວ່າ ການຈັດຕັ້ງປະຕິບັດແຜນການພັດທະນາ ທາງເສດຖະກິດຂອງລາວ ໃນປີ 2017 ນີ້ ຈະບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້ ກໍຄື ໃນຂະນະທີ່ຄາດໝາຍທີ່ວາງເອົາໄວ້ວ່າຈະຊຸກຍູ້ໃຫ້ຍອດຜະລິດພາຍໃນ (GDP) ຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 7 ເປີເຊັນ ເມື່ອທຽບໃສ່ປີ 2016 ຫາກແຕ່ການຈັດຕັ້ງປະຕິບັດຕົວຈິງ ຈະສາມາດບັນລຸໄດ້ພຽງ 6,83 ເປີເຊັນເທົ່ານັ້ນ.

     ແຕ່ຢ່າງໃດກໍຕາມ ຜູ້ນໍາລັດຖະບານລາວກໍຍັງເຊື່ອໝັ້ນວ່າ ພື້ນຖານເສດຖະກິດຂອງລາວ ຍັງຄົງມີສະຖຽນລະພາບ ແລະ ຍັງຈະຂະຫຍາຍຕົວເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງລັດຖະບານລາວຍັງຈະເພີ້ມລະດັບປະສິດທິພາບ ການບໍລິຫານ ແລະ ຈັດຕັ້ງປະຕິບັດບັນດາໂຄງການພັດທະນາຕ່າງໆ ຕາມລະບຽບກົດໝາຍ ໂດຍຈະບໍ່ອະນຸຍາດໃຫ້ມີໂຄງການນອກແຜນການຢ່າງເດັດຂາດອີກດ້ວຍ ດັ່ງທີ່ທ່ານ ທອງລຸນ ຢືນຢັນວ່າ:ເຖິງແມ່ນວ່າ ລັດຖະບານອາດຈະບໍ່ບັນລຸຕົວເລກຄາດໝາຍການເຕີບໂຕໃນອັດຕາ 7 ເປີເຊັນໄດ້ກໍຕາມ ຕາມຂໍ້ມູນຄາດຄະເນວ່າ ຈະໄດ້ພຽງແຕ່ 6,83 ເປີເຊັນ. ແຕ່ດ້ວຍພື້ນຖານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ແລະ ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ໂດຍສະເພາະການຄຸ້ມຄອງ ແລະ ບໍລິຫານລັດໃຫ້ເຂົ້າສູ່ກົດໝາຍ ແລະ ລະບຽບການ ກ້າວໄປເຖິງການຢຸດຕິການປະຕິບັດໂຄງການ ແລະ ການສ້າງໜີ້ ນອກແຜນການງົບປະມານ.

Than Thonglun

     ທັງນີ້ ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳສັ່ງໃຫ້ຈັດຕັ້ງທີມງານສະເພາະກິດຂຶ້ນມາຄະນະຫນຶ່ງ ເມື່ອບໍ່ດົນມານີ້ ເພື່ອໃຫ້ຮັບຜິດຊອບການຈັດຕັ້ງປະຕິບັດໃນທຸກໆດ້ານ ເພື່ອຮັບປະກັນ ໃຫ້ເສດຖະກິດມະຫາພາກຂອງລາວ ຂະຫຍາຍຕົວເພີ່ມຂຶ້ນຕາມແຜນການເປົ້າໝາຍທີ່ວາງໄວ້ດ້ວຍການປະສານງານ ລະຫວ່າງ ກະຊວງ​ການ​ເງິນ, ກະຊວງ​ແຜນການ​ ແລະ​ ການ​ລົງທຶນ, ທະນາຄານ​ແຫ່ງ​ຊາດ, ກະຊວງ​ອຸດ​ສາຫະ​ກໍາ ​ແລະ​ ການ​ຄ້າ ກັບສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ ຊຶ່ງ​ປະຊຸມ​ຮ່ວມ​ກັນ​ເປັນ​ປະ​ຈໍາທຸກ​ເດືອນ ​ເພື່ອ​ວາງ​ມາດ​ຕະການ ​ແລະ ​ຄົ້ນຄວ້າບັນດາ​ນະ​ໂຍບາຍ​ຕ່າງໆ ​ເພື່ອ​ນໍາ​ສະ​ເໜີຕໍ່ກອງ​ປະຊຸມ​ຄະນະ​ລັດຖະບານ​ລາວ ​ໃນ​ທຸກໆ​ເດືອນ​ນັ້ນ​ເອງ.

     ທາງດ້ານທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງ ການເງິນ ຖະແຫລງວ່າ ການເຕີບໂຕທາງເສດຖະກິດ ໃນອັດຕາສະເລ່ຍ 7 ເປີເຊັນ ໃນແຜນການສົກປີ 2016-2017 ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ(GDP) ຂອງລາວ ມີມູນຄ່າລວມເຖິງ 129,683 ຕື້ກີບ ຫຼື ປະມານ 16,210 ລ້ານໂດລາ ໂດຍຈະສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 2,341 ໂດລາຕໍ່ຄົນ ໃນທ້າຍປີ 2017 ນີ້ ແລະ ເພີ່ມຂຶ້ນ 18 ເປີເຊັນ ທຽບໃສ່ລາຍໄດ້ສະເລ່ຍ ຂອງປະຊາຊົນລາວ ທີ່ລະດັບ 1,970 ໂດລາຕໍ່ຄົນ ໃນປີ 2016 ທີ່ຜ່ານມາ.

     ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນກໍບໍ່ ແມ່ນເລື່ອງງ່າຍ ເພາະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ໃນການປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດ 10 ມາດຕະການທີ່ລັດຖະບານລາວໄດ້ກຳນົດໄວ້ໃນແຜນການສົກປີ 2016-2017 ທີ່ປະກອບດ້ວຍການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ ບໍ່ໃຫ້ຫລຸດ 7 ເປີເຊັນ ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນ ແລະ ງົບປະມານໃຫ້ແຂງແຮງ ດ້ວຍການປະຕິຮູບກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະ ໂປ່ງໃສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ ສືບຕໍ່ການປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດ ປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ແລະ ພັດທະນາການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

     ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳສັງຄົມ ແລະ ແກ້ໄຂຄວາມທຸກຍາກ, ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງ ໃຫ້ເປັນແຜນການ ແລະ ໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດ ທີ່ແນໃສ່ການຕ້ານການສໍ້ລາດບັງຫລວງໃຫ້ເປັນຮູບປະທຳ, ສະເໜີສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ ໃຫ້ຕິດຕາມກວດກາການປັບປຸງນິຕິກຳ ໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ການຮັບປະກັນສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ໄດ້ຢ່າງຄັກແນ່.

                                                                                                                                                                                                                                                   [ຂ່າວໂດຍ: VOA]

                                                                                                                                                                                                                        [ຮຽບຮຽງໂດຍ: ຂະແໜງຂ່າວສານ]