ຄ່າໃຊ້ຈ່າຍສູງ ເປັນເຫດຜົນນຶ່ງ ທີ່ເຮັດໃຫ້ ນັກທ່ອງທ່ຽວ ມາຢ້ຽມຢາມລາວ ຫລຸດລົງ
By theu vaenvongsod On 30 Oct, 2017 At 11:22 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

lao of tourism

     ຄ່າໃຊ້​ຈ່າຍສູງ​ເປັນສາເຫດ​ສຳຄັນ​ປະການຫ​ນຶ່ງ ທີ່​ເກີດ​ໃຫ້​ນັກ​ທ່ອງ​ທ່ຽວ​ຊາ​ວຕ່າງ​ຊາດ​ເດີີນທາງ​ເຂົ້າ​ມາ​ໃນ​ລາວຫ​ລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ທັງ​ຍັງ​ເປັນ​ຄ່າ​ໃຊ້​ຈ່າຍ​ ທີ່ສູງ​ກວ່າ​ທຸກ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າ​ຂອງ​ອີກ​ດ້ວຍ.

     ທ່ານ​ ສູນ ມະນີ​ວົງ ຫົວໜ້າ​ກົມ​ໂຄສະນາ ​ແລະ ​ສົ່ງ​ເສີມ​ການທ່ອງທ່ຽວ​ ໃນສັງກັດ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນາ​ທຳ ​ແລະ​ທ່ອງ​ທ່ຽວ ​ໃຫ້ການ​ຢືນຢັນ​ວ່າ: ການ​ມີຄ່າ​ໃຊ້​ຈ່າຍ​ຕ່າງໆທີ່​ສູງ​ກວ່າທຸກ​ປະ​ເທດ​ ທີ່ຢູ່ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍກັນ ​ເປັນສາ​ເຫດ​ທີ່​ສຳຄັນປະການຫນຶ່ງທີ່​ເຮັດໃຫ້​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງຊາດ ​ເດີນທາງ​ເຂົ້້າມາໃນ​ລາວ​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ​ ໂດຍ​ສະ​ເພ​າະ ຄ່າ​ຄອງ​ຊີບ, ຄ່າ​ເດີນທາງ ,ຄ່າ ທຳ​ນຽມ ​ແລະ ​ຄ່າ​ບໍລິການ​ຕ່າງໆ​ນັ້ນ .

     “ລາຍການ​ທ່ອງ​ທ່ຽວ​ ຖ້າແມ່ນ​ໄປ​ທ່ອງ​ທ່ຽວຫວຽດນາມ​ໄດ້ 4 ວັນ 5 ຄືນ ມາ​ທ່ຽວ​ບ້ານ​ເຮົາ​ໄດ້​ແຕ່ 2 ວັນ 3 ຄືນ ອາຫານ​ກະ​ແພງ ​ເຝີ​ຖ້ວຍ​ຫນຶ່ງ​ບ້ານ​ເຮົາ 20,000 ຫລື​ວ່າ 25,000 ກີບ; ຖ້າແມ່ນ​ເຝີ​ຢູ່​ໄທ​ມີລາຄາ 30 ບາດ ນອກຈາກ​ນັ້ນ​ຄັນ​ໄປ​ເຂົ້າ​ຮ້ານອາ​ຫານ​ຍິ່ງແພງ; ອັນ​ທີ​ 2 ມາ​ຄ່າ​ຂົນ​ສົ່ງ ຫລາຍ​ຄົນ​ເຂົາ​ກໍເວົ້າ​ ຄ່າປີ້​ຍົນ​ໄປ​ວຽງ​ຈັນ-ບາ​ງກອກ​ ມີ​ແຕ່ 2,000 ບາດ; ບາດ​ໄປ​ວຽງ​ຈັນ-​ຫລວງ​ພະ​ບາງ​ຂຶ້ນ​ 6 ​ແສນ​ປາຍ ຄັນ​ໄປ​ວຽງຈັນ-ປາກ​ເຊ​ກໍລ້ານ​ປາຍ; ບາດ​ນີ້​ຖ້າ​ເຂົ້າ​ແຫ​ລ່ງທ່ອງ​ທ່ຽວ​ເປັນ​ບັນຫາ​ຫນຶ່ງ​ຄື​ກັນ ທີ່ບັນດາ​ນັກ​ທ່ອງ​ທ່ຽວ​ທີ່​ມາລາ​ວ​ເຂົາ​ມາ​ເຈິບັນ​ຫາເຊັ່ນ: ​ໄປ​ວັດ​ພູ​ ​ແລະ​ ຄອນ​ພະ​ເພັງ​ ​ຄ່າ​ເຂົ້າຊົມກໍ​ແພງ ກະທົບ​ອີ​ຫລີ ຕົວນີ້​ເດ້ ​ເຂົາ​ຕ້ອງ​ຮັບຮູ້ຄວາມ​ເປັນ​ຈິງ​ເອົາ​ເອງ ເຮົາ​ຈະແກ້​ໄຂ​ກັນແນວ​ໃດ?”

​     ໂດຍ​ໃນ​ລະຍະ 6 ​ເດືອນ​ທຳ​ອິດ​ຂອງ​ປີ 2017 ຊາວ​ຕ່າງ​ຊາດ​ໄດ້​ເດີນທາງ​ເຂົ້າ​ມາ​ທ່ອງທ່ຽວ​ໃນ​ລາວ​ຫລຸດ​ລົງ​ເຖິງ 12% ທຽບໃສ່ໄລຍະ​ດຽວ​ກັນ​ໃນ​ປີ 2016 ​ໂດຍ​ສະ​ເພາະ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ສະມາຊິກ​ໃນ​ອາ​ຊຽນດ້ວຍ​ກັນນັ້ນ ​ຖື​ເປັນ​​ກຸ່ມນັກທ່ອງ​ທ່ຽວທີ່​ເດີນທາງ​ເຂົ້າ​ມາ​ໃນລາວຫລຸດ​ລົງ​ຫລາຍ​ທີ່​ສຸດ ​ແລະ​ ຖ້າ​ຫາກ​ວ່າ​ສະພາບ​ການ​ຍັງ​ຄົງ​ດຳ​ເນີນ​ໄປ​ໃນ​ທິດ​ດັ່ງກ່າວ​ນີ້ຕໍ່​ໄປ​ຍັງຈະ​ເຮັດ​ໃຫ້ຄາດໝາຍ​​ຈຳນວນ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ທີ່​ຈະ​ເດີນທາງ​ເຂົ້າ​ມາ​ໃນລາວ​ຕະຫລອດ​ປີ 2017 ນີ້ຈະ​ໜ້ອຍ​ກວ່າ​​ປີ 2016 ຢ່າງ​ແນ່ນອນ.

     ທັ້ງນີ້​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ​ ທີ່​ຈະ​ເກີດ​ຂຶ້ນ​ດັ່ງກ່າວ ທ່ານ​ ບໍ່​ແສງ​ຄຳ ວົງ​ດາຣາ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະ​ນະທຳ ​ແລະ​ ທ່ອງ​ທ່ຽວ ຢືນຢັນ​ວ່າ: ລັດຖະບານ​ລາວ​ ຈະ​ປະກາດ​ເ​ປີດ ​ແລະ ​ເລີ້ມ​ການຈັດ​ຕັ້ງ​ປະຕິບັດ​ປີ​ການທ່ອງ​ທ່ຽວ​ລາ​ວປີ 2018​ໃນ​ໂອກາດ​ດຽວ​ກັນ​ກັບ​ງານ​ບຸນ​ນະມັດ​ສະການ​ພະທາດ​ຫຼວງ​ ປີ 2017 ທີ່​ເລີ້ມ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 28 ຕຸລາ ​ນີ້ ໂດຍ​ຈະ​ເຊີນ​ບັນດາ​ສື່​ມວນ​ຊົນ ​ແລະ​ ແຂກ​ຕ່າງປະ​ເທດ​ທັງ​ໃນ​ອາ​ຊຽນ ​ແລະ​ ພູມີພາກ​ອື່ນໆ ຈາກ​ທົ່ວ​ໂລກ​ເພື່​ອ​ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງກ່າວ ຊຶ່ງ​ທາງ​ການ​ລາວ​ ໄດ້​ຮຽກຮ້ອງ​ຕໍ່​ລັດຖະບານ​ຂອງ​ບັນດາ​ປະ​ເທດ​ໃນ​ອ​າ​ຊຽນດ້ວຍ​ກັນ ​ເພື່ອຂໍ​ໃຫ້​ມີ​ການ​ສົ່ງ​ເສີມພົນລະ​ເມືອງ​ໃນປະ​ເທດຂອງ​ຕົນ ​ໃຫ້ເດີນທາງເຂົ້າ​ມາ​ທ່ອງ​ທ່ຽວ​ໃນ​ລາວ​ເພີ້​ມຂຶ້ນ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່ຢູ່​ໃນ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍ​ກັນ.

     ທ່ານ ​ບໍ່​ແສງ​ຄຳ​ ຍັງຢືນຢັນ​ດ້ວຍວ່າ: ​ເປັນ​ເປົ້າ​ໝາຍ​ສຳຄັນ​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ລາວ​ ໃນ​ປັດ​ຈຸບັນ ​ຄື​ການ​ປະກອບສ່ວນ​ເຂົ້າໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ທຸກ​ດ້ານ​ ເພື່ອ​ເຮັດ​ໃຫ້​ອາ​ຊຽນ ​ເປັນ​ຈຸ​ດໝາຍປາຍທາງ​ດຽວ​ກັນ​ ສຳລັບ​ບັນດາ​ນັກ​ທ່ອງ​ທ່ຽວ​ຈາກ​ພູມີພາກ​ອື່ນໆ​ ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະທຳ​ພາຍ​ໃນ​ປີ 2025 ດ້ວຍ​ການ​ເສີມຂະຫຍາຍ​ການ​ຮ່ວມ​ມືຢ່າງ​ເຂັ້ມ​ແຂງ ​ແລະ​ ໃກ້ຊິດ.

     ທາງ​ດ້ານສະມາຄົມ​ວິ​ໄຈ​ການທ່ອງທ່ຽວ​ ອາ​ຊຽນ (ATRA) ລາຍ​ງານ​ວ່າ​: ລາຍ​ຮັບ​ໃນ​ການທ່ອງທ່ຽວ​ຂອງ​ລາວ​ໃນ​ປັດຈຸບັນ​ຍັງ​ມີ​ລາຍ​ຮັບ​ຕໍ່າ​ກວ່າ​ອັດຕາ​ສະ​ເລ່ຍ​ ໃນ​ກຸ່ມອາ​ຊຽນດ້ວຍກັນ ກໍ​ຄື​ໃນ​ຂະນະ​ທີ່​ລາຍ​ຮັບ​ການທ່ອງທ່ຽວ​ຂອງ​ອາ​ຊຽນຢູ່​ທີ່​ອັດຕາ​ສະ​ເລ່ຍ 12% ຂອງ​ຍອດ​ຜະ​ລິດຕະພັນພາຍ​ໃນ (GDP) ຫາກ​ແຕ່​ວ່າ​ລາຍ​ຮັບໃນພາກ ການທ່ອງທ່ຽວຂອງລາວ ​ກັບ​ຄິດ​ເປັນ​ອັດຕາ​ສະ​ເລ່ຍພຽງ 7% ຂອງ (GDP) ​ເທົ່ານັ້ນ.

     ​ໂດຍ​ພາຍ​ໃຕ້ສະພາບ​ການ​ດັ່ງກ່າວ ​ຈຶ່ງ​ເຮັດໃຫ້​ທາງ​ການ​ລາວ​ໄດ້​ກຳນົດແນວທາງ​ແກ້​ໄຂ​ບັນຫາ​ ດ້ວຍການ​ນຳ​ເອົາແຜນ​ຍຸດທະສາດ​ການ​ພັດທະນາ​ດ້ານ​ການທ່ອງທ່ຽວ​ຂອງ​ອາ​ຊຽນ ​ແຕ່​ປີ 2016-2025 ມາ​ປັບ​ໃຊ້​ໃນ​ລາວ​ທັງ​ໃນ​ພາກສ່ວນ​ ກ່ຽວ​ກັບ​ການ​ຕັດ​ກິດຈະການ​ທ່ອງ​ທ່ຽວ ​ແລະ ​ການ​ສົ່ງ​ເສີມ​ການ​ລົງທຶນ​ໃນ​ການ​ບໍລິການ ​ແລະ​ ທ່ອງ​ທ່ຽວ​ຢ່າງ​ຄົບ​ວົງ​ຈອນ.

     ທັ້ງນີ້​ເປົ້າ​ໝາຍ​ ສໍາຄັນ​ຂອງປີ​ການທ່ອງທ່ຽວ​ລາວ 2018 ກໍ​ຄື​ການ​ດຶງດູດ​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊາດ​ໃຫ້​ໄດ້ 5 ລ້ານ​ຄົນ ​ໂດຍ​ການ​ຈັດ​ກິດຈະກຳ ​ຕ່າງໆ ທັງ​ໃນ ​ແລະ ​ຕ່າງປະ​ເທດ ​ເຊັ່ນ: ງານ​ບຸນ​ປະ​ເພນີ​ຕ່າງໆ​ໃນ 18 ແຂວງ​ທົ່​ວປະ​ເທດ, ​ການ​ຈັດ​ຂະ​ບວນຄາ​ລະວານ​ລົດ​ທ່ອງ​ທ່ຽວ​ແຕ່ ​ເໜືອ​ຮອດ​ໃຕ້, ບຸນມ​ະ​ໂຫລານ ​ການສະ​ແດງ​ສິນ​ລະ​ປະວັດ​ທະ​ນະທຳພື້ນ​ເມືອງບັນດາ​ເຜົ່າ, ການແຂ່ງລົດວິ​ບາກ, ກິດຈະກຳ​ປີນ​ໜ້າຜາ, ການ​ຈັດ​ງານ​ວັນ​ລາວ​ໃນ​ຕ່າງປະ​ເທດ​ເຊັ່ນ: ປະ​ເທດ​ໄທ, ຫວຽດນາມ, ຍີ່​ປຸ່ນ, ​ເຢຍລະມັນ, ຝຣັ່ງ ​ແລະ ອັງກິດ​ເປັນ​ຕົ້ນ.

                                                                                                                                                                                                                                                   [ຂ່າວໂດຍ: VOA]

                                                                                                                                                                                                                        [ຮຽບຮຽງໂດຍ: ຂະແໜງຂ່າວສານ]