ລັດຖະບານລາວ ປະຕິບັດ ແຜນພັດທະນາ ບໍ່ໄດ້ຕາມຄາດໝາຍ
By theu vaenvongsod On 26 Oct, 2017 At 02:03 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

     symeui heangngan

     ຄະນະປະຈຳສະພາແຫ່ງຊາດລະບຸວ່າ ລັດຖະບານລາວຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດສັງຄົມ ໃຫ້ຕໍ່າກວ່າລະດັບຄາດໝາຍໃນເກືອບທຸກດ້ານ ໂດຍສະເພາະການພັດທະນາສີມືແຮງງານນັ້ນ.

     ທ່ານ ບຸນປອນ ສີສຸນາດ ຄະນະປະຈຳສະພາແຫ່ງຊາດ ແລະ ປະທານກຳມາທິການທຸລະກິດເທັກໂນໂລຢີ ແລະສິ່ງແວດລ້ອມ ຖະແຫລງລາຍງານຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມແຕ່ວັນທີ 16 ຕຸລາ ຫາ 17 ພະຈິກ 2017 ນີ້ວ່າ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ແລະ ສັງຄົມ ຂອງລັດຖະບານລາວ ໃນໄລຍະ 9 ເດືອນຜ່ານມາ ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ໃນເກືອບທຸກດ້ານ ຊຶ່ງລວມເຖິງຄາດໝາຍ ການຂະຫຍາຍຕົວທາງເສດຖະກິດ ການຜະລິດເຂົ້າ ການພັດທະນາສີມືແຮງງານ ແລະ ການໃຫ້ບໍລິການດ້ານສາທາລະນະສຸກດ້ວຍ ດັ່ງທີ່ີທ່ານ ບຸນປອນ ໄດ້ຖະແຫລງຢືນຢັນວ່າຄະນະປະຈຳສະພາແຫ່ງຊາດ ເຫັນວ່າການຈັດຕັ້ງປະຕິບັດຄາດໝາຍສູ້ຊົນຈຳນວນຫນຶ່ງ ຍັງບໍ່ທັນສາມາດບັນລຸໄດ້ຕາມທີ່ສະພາແຫ່ງຊາດ ໄດ້ຮັບຮອງເປັນຕົ້ນ ອັດຕາການເຕີບໂຕ GDP ປະຕິບັດໄດ້ 6.83% ທຽບໃສ່ສະພາແຫ່ງຊາດຮັບຮອງ​ແມ່ນ 7% ຄາດໝາຍການ​ຜະລິ​ດເຂົ້າບັນລຸ​ໄດ້​ແຕ່ 98.16% ການ​ພັດທະນາ​ສີມື​ ແຮງ​ງານປະຕິບັດ​ໄດ້​ແຕ່ 9.7% ຂອງ​ແຜ​ນການ ການ​ສະໜອງ​ແຮງ​ງານ​ໄດ້​ແຕ່ 47.4% ຂອງ​ແຜນການ ການ​ເຂົ້າ​ເຖິງການປະກັນ​ ​ສຸຂະພາບປະຕິບັດໄດ້ 30.7%ໃນ​ແຜນການ.”

     ແຕ່ຢ່າງໃດກໍຕາມ ກະຊວງແຜນການ ແລະ ການລົງທຶນ ກໍລາຍງານວ່າໃນຊ່ວງ 6 ເດືອນ ຕົ້ນປີ 2017ລັດຖະບານລາວ ສາມາດລົບລ້າງຄວາມທຸກຍາກ ປະຊາຊົນລາວໄດ້ 6,546 ຄອບຄົວໃນ 83 ບ້ານ ຊຶ່ງເທົ່າກັບ 46.6% ຂອງແຜນການປີ ໂດຍເຂດທີ່ມີປະຊາຊົນທຸກຍາກຫລາຍທີ່ສຸດ ກໍຄື: ແຂວງສາລະວັນ, ບໍ່ແກ້ວ,ເຊກອງ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ ຕາມລຳດັບ. ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຢືນຢັນວ່າ: ເປົ້າໝາຍຂອງລັດຖະບານລາວ ທີ່ຈະລົບລ້າງຄວາມທຸກຍາກໃຫ້ໄດ້ຢ່າງສິ້ນເຊີງ ເພື່ອເຮັດໃຫ້ລາວຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃຫ້ໄດ້ຢ່າງແທ້ຈິງກາຍໃນປີ 2020 ນັ້ນບໍ່ໄດ້ໝາຍຄວາມວ່າຈະບໍ່ມີຄົນທຸກຍາກຫລົງເຫລືອຢູ່ໃນລາວເລີຍ ແຕ່ຢ່າງໃດ ແຕ່ເປົ້າໝາຍລົບລ້າງຄວາມທຸກຍາກໃນລາວ ແນໃສ່ເຮັດໃຫ້ປະຊາຊົນມີຢູ່ມີກິນ ໄດ້ຮັບການປິ່ນປົວເມື່ອເຈັບປ່ວຍ ລູກຫລານໄດ້ເຂົ້າໂຮງຮຽນ ສ້າງເງື່ອນໄຂໃຫ້ມີການຜະລິດ ເພື່ອກຸ້ມຕົນເອງໃຫ້ໄດ້ຢ່າງຍືນຍົງ.

     ໂດຍໃນແຜນການປະຈໍາສົກປີ 2015-2016 ທີ່ຜ່ານມາລັດຖະບານລາວໄດ້ວາງເປົ້າໝາຍລົບລ້າງບັນຫາຄວາມທຸກຍາກ ຂອງປະຊາຊົນໃຫ້ໄດ້ໃນ 179 ບ້ານ ຫລື ຄິດເປັນ 0.48% ຂອງບ້ານທຸກຍາກທັງໝົດໃນທົ່ວປະເທດ. ຫາກແຕ່ຈາກການຈັດຕັ້ງປະຕິບັດຕົວຈິງ ກໍສາມາດບັນລຸໄດ້ພຽງແຕ່ 50 ບ້ານ ຫລື ຄິດເປັນ 0.03% ເທົ່ານັ້ນຂອງບ້ານທຸກຍາກທັງໝົດ 1,736 ບ້ານ.

     ທາງດ້ານຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ຂັ້ນສູນກາງລາຍງານວ່າ: ການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດ ປີ 2017 ໄດ້ວາງເປົ້າໝາຍທີ່ຈະລົບລ້າງບັນຫາທຸກຍາກຂອງປະຊາຊົນໃຫ້ໄດ້ບໍ່ໜ້ອຍກວ່າ 5,580 ຄອບຄົວ ເພື່ອເຮັດໃຫ້ຍັງເຫລືອ 70,924 ຄອບຄົວທີ່ທຸກຍາກ ຫລື ຄິດເປັນ 6.09% ຂອງຈຳນວນຄອບຄົວທັງ​ໝົດ​ໃນ​ທົ່ວ​ປະ​ເທດລາວ; ພ້ອມກັນນີ້ຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ຂັ້ນສູນກາງ ກໍຍັງໄດ້ວາງຄາດໝາຍລົບລ້າງບ້ານທຸກຈົນໃຫ້ໄດ້ 178 ບ້ານ ໂດຍຖ້າຫາກຈັດຕັ້ງປະຕິບັດໄດ້ແທ້ຈິງ ກໍຈະເຮັດໃຫ້ຍັງເຫລືອບ້ານທຸກຍາກບໍ່ເກີນ 1,511 ບ້ານ ຫລື ເທົ່າກັບ 18% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ ແລະໃນນີ້ກໍລວມ ເຖິງ 78 ບ້ານ ທີ່ຈະໄດ້ຮັບການຍົກລະດັບໃຫ້ເປັນບ້ານພັດທະນາ ຊຶ່ງຈະ​ເຮັດ​ໃຫ້ມີ​ບ້ານພັດທະນາ​ເພີ້​ມຂຶ້ນ​ເປັນ 3,914 ບ້ານ ຫລື ເກືອບເຖິງ 46% ຂອງບ້ານທັງໝົດໃນລາວ ທັ້ງນີ້ລັດຖະບານລາວໄດ້ຮັບການຊ່ວຍເຫລືອ ຈາກນານາຊາດ ນັບແຕ່ປີ 1983 ເປັນຕົ້ນມາ ແລະ ໄດ້ປະກອບສ່ວນເຮັດໃຫ້ອັດຕາຄວາມທຸກຍາກ ຫລຸດລົງຈາກ 48% ຂອງປະຊາກອນໃນປີ 1992 ມາເປັນ 17% ໃນປີໃນປີ 2015 ​ແລະ 10% ໃນປີ 2016 ແລະ ຕໍ່າກວ່າ 10% ຂອງປະຊົນລາວທັງໝົດໃນປັດຈຸບັນນີ້.

                                                                                                                                                                                                                                                   [ຂ່າວໂດຍ: VOA]

                                                                                                                                                                                                                        [ຮຽບຮຽງໂດຍ: ຂະແໜງຂ່າວສານ]