ລັດຖະບານລາວ ມີໜີ້ສິນພາຍໃນ ເພີ້ມຂຶ້ນ ຢ່າງຫລວງຫລາຍ
By theu vaenvongsod On 23 Oct, 2017 At 01:31 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

     worldbank and MOF

      ໜີ້ສິນ​ພາຍ​ໃນຂອງລັດຖະບານລາວ ເພີ້ມຂຶ້ນຢ່າງ​ຫລວງຫລາຍ ເພາະການ​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ເອກະ​ຊົນ​ເປັນ​ຜູ້​ລົງທຶນ​ໃຫ້​ກ່ອນ​ໃນ​ບັນດາ​ໂຄງການ​ພັດທະນາ​ຕ່າງໆທີ່ເຮັດໃຫ້​ລັດຖະບານ​ຕ້ອງ​ຊໍາລະ​ຄືນໃນພາຍຫລັງ.

      ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ຖະແຫລງຍອມຮັບວ່າ ລັດຖະບານລາວກໍາລັງປະເຊີນກັບບັນຫາໜີ້ສິນ​ພາຍ​ໃນເພີ້ມຂຶ້ນຢ່າງ​ຫລວງຫລາຍ ໂດຍມີສາເຫດມາຈາກການທີ່​ໄດ້​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ເອກະ​ຊົນ​ເປັນ​ຜູ້​ອອກ ຫລື ​ລົງທຶນ​ໃຫ້​ກ່ອນ ​ໃນ​ບັນດາ​ໂຄງການ​ພັດທະນາ​ຕ່າງໆ ທີ່​ລັດຖະບານ​ບໍ່ມີ​ຄວາມ​ພ້ອມ​ໃນ​ດ້ານ​ງົບປະມານ ​ແລະ ​ເມື່ອ​ບໍລິສັດ​ເອກະ​ຊົນ​ໄດ້​ດໍາ​ເນີນ​ງານ​ສໍາເລັດ​ແລ້ວນັ້ນ ຈຶ່ງເຮັດ​ໃຫ້ລັດຖະບານ​ມີ​ພັນທະ​ທີ່​ຕ້ອງ​ຊໍາລະ​ຄືນ​ເງິນ​ທຶນ​ດັ່ງກ່າວ ພ້ອມ​ດ້ວຍ​ດອກ​ເບ້ຍທີ່​ໄດ້​ຕົກລົງ​ໄວ້ ​ໃນ​ສັນຍາ​ຂອງ​ແຕ່ລະ​ໂຄງການ​ນັ້ນ. ​
      ໂດຍໜີ້ສິນ​ດັ່ງກ່າວ​ນີ້ ຍັງ​ບໍ່ທັນ​ລວມເຖິງໜີ້ສິນ ທີ່​ເກີດ​ຈາກ​ການ​ກູ້​ຢືມ ເພື່ອດຸ່ນດ່ຽງງົບປະມານ ​ແຕ່​ຢ່າງ​ໃດກໍ​ຕາມ ດັ່ງ​ທີ່​ທ່ານ​ສົມ​ດີ ​ໄດ້ໃຫ້ການ​ອະທິບາຍ​ວ່າ:ສໍາລັບໜີ້ພາຍ​ໃນ​ນີ້ມັນ​ກະ​ແບ່ງ​ອອກ​ເປັນ 2 ອັນ. ອັນ​ຫນຶ່ງ ​ແມ່ນໜີ້ລົງທຶນ. ອັນ​ສອງແມ່ນໜີ້ສໍາລັບ​ຂອງ​ງົບປະມານ. ສໍາລັບໜີ້ສິນ​ລົງທຶນ​ຂອງ​ລັດ​ນີ້ ກະ​ແມ່ນ​ກະຊວງ​ແຜນການ ແລະການລົງທຶນ ເປັນຜູ້ຈັດຕັ້ງປະຕິບັດ ກວດກາ ຕິດຕາມ. ມາຮອດປັດຈຸບັນນີ້ ພວກ​ເຮົາ​ກໍ່​ໄດ້​ຊໍາລະເງິນໂຄງການລົງທຶນ 400 ຕື້ ແຕ່ວ່າ ກໍຍັງຢູ່ 10 ປາຍພັນຕື້ ທີ່ເປັນໂຄງການທີ່ສໍາເລັດແລ້ວ ທີ່ຈະຕ້ອງໄດ້ສືບຕໍ່ຊໍາລະ. ອັນນີ້ ທາງກະຊວງແຜນການ ແລະ ການລົງທຶນ ເພິ່ນເປັນຜູ້ຈັດສັນ. ໝາຍຄວາມວ່າ ກະຊວງການເງິນບໍ່ເອົາໂຄງການລົງທຶນມາຊໍາລະດ້ວຍຕົນເອງ. ແຕ່ມອບໃຫ້ກະຊວງແຜນການແລະການລົງທຶນ ເປັນຜູ້ກວດກາຕິດຕາມແລ້ວສົ່ງມາໃຫ້ພວກເຮົາຊໍາລະ.

      ທ່ານ ສົມດີ ໃຫ້ການຢືນຢັນອີກວ່າ ລັດຖະບານລາວຍັງຈະຕ້ອງປະເຊີນກັບບັນຫາການເປັນໜີ້ຕ່າງປະເທດນັບມື້ນັບເພີ້ມຂຶ້ນ ອີກດ້ວຍ ໂດຍມີສາເຫດມາຈາກການກູ້ຢືມເງິນທຶນ ມາດຸ່ນດ່ຽງດ້ານງົບປະມານລາຍຈ່າຍ ທີ່ນໍາໃຊ້ເຂົ້າໃນໂຄງການພັດທະນາຕ່າງໆ ທີ່ເປັນການລົງທຶນຂອງ ລັດຖະບານໃນແຕ່ລະປີ.

      ໂດຍໃນທ້າຍປີ 2016 ກໍປາກົດວ່າລັດຖະບານ ລາວ ມີໜີ້ຕ່າງປະເທດຄິດເປັນມູນຄ່າລວມ 6,900 ກວ່າລ້ານໂດລາ ເທົ່າກັບ 52 ເປີເຊັນ ຂອງຍອດຜະລິດຕະພັນລວມ(GDP) ແລະ ໃນຂະນະດຽວກັນກໍມີໜີ້ສິນພາຍໃນປະເທດອີກໃນມູນຄ່າ 836 ກວ່າລ້ານໂດລາ ຄິດເປັນ 6.3 ເປີເຊັນຂອງ GDP. ສ່ວນໃນປີ 2017 ກໍຄາດວ່າຈະເພີ່ມຂຶ້ນອີກ ທັງໜີ້ຕ່າງປະເທດ ແລະ ໜີ້ສິນພາຍໃນ ເພາະການ​ເກັບ​ລາຍ​ຮັບ​ໄດ້​ຕໍ່າກວ່າ​ເປົ້າໝາຍຈຶ່ງ​ຕ້ອງ​ໄດ້ມີ​ການ​ກູ້​ຢືມ​ເພີ້ມຂຶ້ນນັ້ນ​ເອງ.ຫາກ​ແຕ່ເພື່ອເປັນການຄວບຄຸມສະພາວະການເປັນໜີ້ຕ່າງປະເທດໃຫ້ຢູ່ໃນອັດຕາທີ່ເໝາະສົມກັບສະພາບຕົວຈິງ ດ້ານລາຍຮັບ-ລາຍຈ່າຍ ຂອງລັດຖະບານລາວ ສະພາແຫ່ງຊາດກໍໄດ້ຈໍາກັດສິດ ໂດຍອະນຸຍາດໃຫ້ລັດຖະບານລາວສາມາດກູ້ຢືມຈາກຕ່າງປະເທດໄດ້ໃນມູນຄ່າລວມບໍ່ເກີນ 400 ລ້ານໂດລາ ໃນແຕ່ລະປີ.

      ທັງນີ້ໂດຍອີງຕາມສະຖິຕິ ຂອງທະນາຄານແຫ່ງ ສປປ ລາວ ລະບຸວ່າໜີ້ຕ່າງປະເທດຂອງລັດຖະບານ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10 ປີມານີ້ ກໍຄືເພີ່ມຂຶ້ນຈາກ 2,470 ກວ່າລ້ານໂດລາ ໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານໂດລາ ໃນປີ 2015 ແລະ 6,900 ກວ່າລ້ານໂດລາ ໃນປີ 2016 ສ່ວນໃນປີ 2017 ນີ້ກໍຄາດວ່າຈະເພີ່ມຂຶ້ນເປັນ 8,000 ລ້ານກວ່າໂດລາແນ່ນອນ ເພາະລັດຖະບານ ລາວ ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7 ເປີເຊັນຕໍ່ປີໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ GDP ​ໂດຍສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ເຖິງ 24.8 ລ້ານກີບ ຫຼືປະມານ 3,100 ໂດລາຕໍ່ຄົນໃນປີ 2020.

     ຫາກແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນກໍບໍ່ແມ່ນເລື່ອງງ່າຍເພາະວ່າລັດຖະບານ ລາວ ຈະຕ້ອງຊຸກຍູ້ພາກກະສິກຳ-ປ່າໄມ້ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ພາກບໍໍລິການຈະຕ້ອງຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມລຳດັບ ຊຶ່ງເຮັດໃຫ້ຈະຕ້ອງລະດົມທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ ໃນມູນຄ່າລວມເຖິງ 27,000 ລ້ານໂດລາ ໃນຊ່ວງປີ 2016-2020 ດັ່ງກ່າວ.

     ສ່ວນໃນດ້ານງົບປະມານລາຍຮັບນັ້ນ ລັດຖະບານລາວ ກໍໄດ້ວາງເປົ້າໝາຍທີ່ຈະຈັດເກັບໃຫ້ໄດ້ເພີ່ມຂຶ້ນເຖິງ 50 ເປີເຊັນ ໃນຊ່ວງປີ 2016 ຫາ 2020 ທຽບໃສ່ຊ່ວງປີ 2011-2015 ຊຶ່ງກໍຈະເຮັດໃຫ້ລັດຖະບານມີລາຍຮັບ ລວມເຖິງ 149,600 ຕື້ກີບ ຄິດເປັນ 19-20 ເປີເຊັນຂອງ GDP ໃນຊ່ວງ 5 ປີດັ່ງກ່າວ.

    ອີງຕາມແຜນງົບປະມານຕະຫລອດປີ 2017 ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າລວມບໍ່ໜ້ອຍກວ່າ 23,946 ຕື້ກີບ ຫາກແຕ່ໃນໄລຍະ 6 ເດືອນຕົ້ນປີນີ້ ກໍປາກົດວ່າ ລັດຖະບານລາວ ສາມາດຈັດເກັບລາຍຮັຍໄດ້ພຽງ 10,296.78 ຕື້ກີບ ຄິດເປັນ 43 ເປີເຊັນຂອງແຜນການປີ.

                                                                                                                                                                                                                                              ​[ແຫ​ລ່ງຂ່າວ: VOA]

                                                                                                                                                                                                                      [ຮຽບຮຽງ​ໂດຍ: ຂະ​ແໜງ​ຂ່າວສານ]