ລາວ ໃຫ້ຄວາມສຳຄັນ ຕໍ່ການເສີມສ້າງ ຄວາມໝັ້ນຄົງ ແລະ ຄວາມສະຫງົບຮຽບຮ້ອຍ
By theu vaenvongsod On 18 Oct, 2017 At 02:11 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

Kongthap meeting

      ລັດຖະບານລາວ ເນັ້ນການເສີມສ້າງຄວາມໝັ້ນຄົງແຫ່ງຊາດ ເພື່ອຮັບປະກັນ ໃຫ້ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນສົກປີ 2018 ໃຫ້ມີປະສິດທິຜົນ ຢ່າງແທ້ຈິງ.

     ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະ ໂຄສົກຄະນະລັດຖະບານລາວ ຢືນຢັນວ່າລັດຖະບານລາວ ໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ການເສີມສ້າງຄວາມໝັ້ນຄົງ ແລະ ຄວາມສະຫງົບຮຽບຮ້ອຍພາຍໃນ ເພື່ອຮັບປະກັນໃຫ້ກັບການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ ໃນປີ 2018 ໃຫ້ມີປະສິດທິພາບ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ ໃນທຸກດ້ານ ໂດຍສະເພາະແມ່ນແຜນເງິນຕາ ແລະ ແຜນງົບປະມານດັ່ງທີ່ ທ່ານ ຈະເລີນ ໄດ້ໃຫ້ການຢືນຢັນໃນໂອກາດກອງປະຊຸມເປີດກວ້າງ ລະຫວ່າງ ຄະນະລັດຖະບານ ກັບບັນດາເຈົ້າແຂວງ ຈາກທົ່ວປະເທດລາວ ຄັ້ງທີ 1 ປະຈຳປີ 2017 ເມື່ອບໍ່ດົນມານີ້ວ່າ:ເພື່ອກະກຽມໃຫ້ແກ່ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແຜນເງິນຕາໃນປີ 2018 ຈະຕ້ອງສຸມໃສ່ຮັບປະກັນສະຖຽນລະພາບ ການເມືອງ ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ອັນນີ້ ເປັນບັນຫາໃຫຍ່ ບັນຫາກົກ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາ ແມ່ນຕ້ອງສຸມໃສ່ເຮັດທຸກວິທີ ເຮັດແນວໃດ ໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແຜນເງິນຕາ ໃຫ້ສາມາດບັນລຸໄດ້ຄາດໝາຍ; ໃນນີ້ ກໍໄດ້ຊີ້ນຳວ່າ ຈະຕ້ອງໄດ້ເອົາໃຈໃສ່ ສຸມໃສ່ເລື່ອງຊຸກຍູ້ການຜະລິດສິນຄ້າ, ການເກັບລາຍຮັບງົບປະມານ ເຮັດແນວໃດ ໃຫ້ມັນໄດ້ຄາດໝາຍ ຫຼືວ່າ ລື່ນຄາດໝາຍຍິ່ງດີ.

      ທັງນີ້ ລັດຖະບານລາວ ໄດ້ກໍານົດເປົ້າໝາຍການພັດທະນາຢ່າງຍືນຍົງ (Sustainable Development Goal-SDG) ໄວ້ໃນແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດເຖິງ 17 ເປົ້າໝາຍຈາກທັງໝົດ 18 ເປົ້າໝາຍທີ່ລັດຖະບານລາວ ໄດ້ຕົກລົງໄວ້ກັບອົງການສະຫະປະຊາຊາດ ຊຶ່ງລັດຖະບານລາວ ກໍເຊື່ອໝັ້ນວ່າ ຈະສາມາດຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດໄດ້ທັງ 17 ເປົ້າໝາຍຕາມທີ່ກຳນົດໄວ້ໃນວິໄສທັດການພັດທະນາປະເທດລາວ ເຖິງປີ 2030 (Vision 2030) ຕໍ່ໄປ.

sdg

      ທັງນີ້ ໂດຍ 17 ເປົ້າໝາຍດັ່ງກ່າວ ກໍປະກອບດ້ວຍ ການລົບລ້າງຄວາມຍາກຈົນ ລົບລ້າງຄວາມອຶດຫິວ ຮັບປະກັນສຸຂະພາບອະນາໄມທີ່ດີ ຮັບປະກັນຄວາມສະເໝີພາບໃນດ້ານການສຶກສາ ຄວາມສະເໝີພາບ ລະຫວ່າງຍິງ ແລະ ຊາຍ ການຕອບສະໜອງນ້ຳສະອາດພະລັງງານສະອາດ ຮັບປະກັນການມີງານທຳ ຊຸກຍູ້ອຸດສາຫະກຳທີ່ຍືນຍົງ ຫລຸດຜ່ອນ ຄວາມບໍ່ເທົ່າທຽມ ສ້າງທີ່ຢູ່ອາໄສທີ່ປອດໄພ ຕອບສະໜອງຄວາມຕ້ອງການໃນຊີວິດປະຈຳວັນຢ່າງພຽງພໍ ສະກັດກັ້ນສະພາວະໂລກຮ້ອນ ນຳໃຊ້ຊັບພະຍາກອນ ທຳມະຊາດຢ່າງຍືນຍົງ ຟື້ນຟູປ່າໄມ້ ແລະ ລະບົບນິເວດທຳມະຊາດ ການສົ່ງເສີມຄວາມຍຸຕິທຳ ໃນສັງຄົມ ແລະ ເສີມສ້າງການປະກອບສ່ວນຂອງປະຊາຊົນ ເຂົ້າໃນການພັດທະນາ.

       ສ່ວນເປົ້າໝາຍທີ່ 18 ຄືການຫລຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນລາວ (UXO) ນັ້ນ ຍັງບໍ່ສາມາດບັນຈຸເຂົ້າໃນວິໄສທັດປີ 2030 ໄດ້ ເພາະລັດຖະບານລາວ ບໍ່ເຊື່ອໝັ້ນວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ຈິງ ເພາະຈະຕ້ອງນຳໃຊ້ທຶນ ຢ່າງຫລວງຫລາຍ ເພື່ອເກັບກູ້ UXO ທີ່ຍັງຕົກຄ້າງໃນລາວ ຫລາຍກວ່າ 80 ລ້ານໜ່ວຍນັ້ນເອງ.

uxo

     ທາງດ້ານ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ການຢືນຢັນວ່າ ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງລັດຖະບານລາວ ໃນຊ່ວງປີ 2017-2019 ຈະເນັ້ນໜັກການທູດ ເພື່ອດຶງເອົາການຊ່ວຍເຫຼືອຈາກຕ່າງປະເທດໃຫ້ຫຼາຍຂຶ້ນ. ໂດຍຕາມລາຍງານຂອງທະນາຄານໂລກ ລະບຸວ່າ ໃນຊ່ວງປີ 2000-2015 ລັດຖະບານລາວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດ ເຖິງ 28,894.9 ລ້ານໂດລາ ທີ່ແນໃສ່ການຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນລາວ ໃຫ້ດີຂຶ້ນ ໂດຍນານາຊາດ ທີ່ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ກໍໄດ້ເນັ້ນໜັກໃຫ້ຄວາມສຳຄັນ ເປັນພິເສດ ໃນ 4 ດ້ານດ້ວຍກັນ ຄື: ການຄຸ້ມຄອງເສດຖະກິດມະຫາພາກ ທີ່ເຕີບໂຕຢ່າງສົມສ່ວນ ແລະ ຍືນຍົງ, ການພັດທະນາຊັບພະຍາກອນມະນຸດ, ການໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ ແລະ ອະນຸລັກສິ່ງແວດລ້ອມທຳມະຊາດຢ່າງມີປະສິດທິຜົນ ເພື່ອເຮັດໃຫ້ລາວຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງ ໃນປີ 2020 ຕໍ່ໄປ.

                                                                                                                                                                                                                                                      [ຂ່າວ: VOA] 

                                                                                                                                                                                                                   [ຮຽບຮຽງໂດຍ: ຂະແໜງຂ່າວສານ]