ລັດຖະບານ ລາວ ຈະປະກາດເປີດ ປີການທ່ອງທ່ຽວ ລາວ 2018 ໃນວາລະບຸນທາດຫຼວງ ທີ່ຈະມາເຖິງນີ້
By theu vaenvongsod On 18 Oct, 2017 At 01:57 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

     tourism on 2018

      ລັດຖະບານ ລາວ ຈະປະກາດເປີດ ແລະ ເລີ່ມການຈັດຕັ້ງປະຕິບັດປີການທ່ອງທ່ຽວລາວ 2018 ຢ່າງເປັນທາງການໃນໂອກາດດຽວກັນກັບງານບຸນນະມັດສະການທາດຫຼວງ ທີ່ຈະມີຂຶ້ນໃນທ້າຍເດືອນຕຸລາ 2017 ນີ້.

     ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ການຢືນຢັນວ່າ: ການປະກາດເປີດ ແລະ ເລີ່ມການຈັດຕັ້ງປະຕິບັດປີການທ່ອງທ່ຽວ ລາວ 2018 ໄດ້ກຳນົດຈະຈັດຂຶ້ນຢ່າງເປັນທາງການໃນໂອກາດດຽວກັນກັບ ງານບຸນນະມັດສະການພະທາດຫຼວງ ປະຈຳປີ 2017 ທີ່ຈະເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລາທີ່ຈະມາເຖິງນີ້ ໂດຍຈະເຊີນບັນດາສື່ມວນຊົນ ແລະ ແຂກຕ່າງປະເທດ ທັງໃນ ເອເຊຍ ແລະ ພູມີພາກອື່ນໆ ຈາກທົ່ວໂລກ ເພື່ອເຂົ້າຮ່ວມໃນພິທີເປີດດັ່ງກ່າວດ້ວຍ. ຍິ່ງໄປກວ່ານັ້ນ ທາງການ ລາວ ກໍຍັງໄດ້ຮັບການຢືນຢັນຈາກປະເທດສະມາຊິກ ອາຊຽນ ດ້ວຍກັນວ່າຈະໃຫ້ການຊ່ວຍເຫຼືອໃນການໂຄສະນາປະຊາສຳພັນປີການທ່ອງທ່ຽວ ລາວ 2018 ຢ່າງກວ້າງຂວາງ ທັງຍັງຈະສົ່ງເສີມໃຫ້ພົນລະເມືອງຂອງຕົນເດີນທາງມາທ່ອງທ່ຽວໃນ ລາວ ຫຼາຍຂຶ້ນອີກດ້ວຍ ໂດຍສະເພາະແມ່ນປະເທດໃນເຂດລຸ່ມແມ່ນໍ້າຂອງ (ACMECS) ດ້ວຍກັນນັ້ນ ດັ່ງທີ່ທ່ານ ບໍ່ແສງຄຳ ໄດ້ໃຫ້ການຢືນຢັນວ່າ:ຄະນະຜູ້ແທນ ລາວ ເຮົາກໍໄດ້ແຈ້ງໃຫ້ທີ່ປະຊຸມໄດ້ຮັບຊາບວ່າ ປີ 2018 ພວກເຮົາຈະໄດ້ຈັດໃຫ້ເປັນປີທ່ອງທ່ຽວ ລາວ ຢ່າງເປັນທາງການ ໂດຍທີ່ພວກເຮົາຈະເລີ່ມມີການເປີດປີທ່ອງທ່ຽວ ລາວ 2018 ນີ້ໃນງານບຸນນະມັດສະການພະທາດຫຼວງທ້າຍປີນີ້ ເວົ້າລວມແລ້ວທຸກປະເທດກໍ່ໄດ້ສະໜັບສະໜູນ ແລະ ຈະໂຄສະນາຊ່ວຍພວກເຮົາໃນປີທ່ອງທ່ຽວ ລາວ 2018 ນີ້ ພວກເຮົາເຊື່ອໝັ້ນວ່າ ການຈັດປີທ່ອງທ່ຽວລາວ 2018 ຈະປະສົບຜົນສຳເລັດຂຶ້ນ ໂດຍການເຂົ້າຮ່ວມຂອງບັນດາປະເທດ ACMECS ນີ້.”ແຕ່ຢ່າງໃດກໍຕາມ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ຊາວຕ່າງຊາດໄດ້ເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ຫຼຸດລົງເຖິງ 12 ເປີເຊັນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016 ໂດຍສະເພາະແມ່ນັກທ່ອງທ່ຽວຈາກປະເທດສະມາຊິກໃນ ອາຊຽນ ດ້ວຍກັນນັ້ນຖືເປັນກຸ່ມນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ລາວ ຫຼຸດລົງຫຼາຍທີ່ສຸດ ຊຶ່ງຖ້າຫາກວ່າສະພາບການຍັງຄົງດຳເນີນໄປໃນທິດທາງດັ່ງກ່າວ ກໍຍັງເຮັດໃຫ້ຄາດໝາຍໄດ້ວ່າຈຳວນນັກທ່ອງທ່ຽວຊາວຕ່າງຊາດ ທີ່ຈະເດີນທາງເຂົ້າມາໃນ ລາວ ໃນຕະຫຼອດປີ 2017 ນີ້ຈະນ້ອຍກວ່າໃນປີ 2016 ຢ່າງແນ່ນອນ.

      ທັງນີ້ ເພື່ອຫຼຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນດັ່ງກ່າວ ທາງການ ລາວ ກໍໄດ້ຮຽກຮ້ອງຕໍ່ລັດຖະບານຂອງບັນດາປະເທດໃນ ອາຊຽນ ດ້ວຍກັນ ເພື່ອຂໍໃຫ້ມີການສົ່ງເສີມພົນລະເມືອງໃນປະເທດຂອງຕົນໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ເພີ່ມຂຶ້ນ ໂດຍສະເພາະແມ່ນປະເທດທີ່ຢູ່ໃນລຸ່ມແມ່ນໍ້າຂອງທີ່ເຂົ້າຮ່ວມການປະຊຸມລັດຖະມົນຕີທ່ອງທ່ຽວ ລະຫວ່າງ ລາວ, ມຽນມາ, ກຳປູເຈຍ, ໄທ ແລະ ຫວຽດນາມ (ACMECS) ນັ້ນ.

      ທ່ານ ບໍ່ແສງຄຳ ຢືນຢັນດ້ວຍວ່າເປົ້າໝາຍສຳຄັນໃນການພັດທະນາການທ່ອງທ່ຽວໃນລາວ ໃນປັດຈຸບັນຄືການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານທຸກດ້ານເພື່ອເຮັດໃຫ້ ACMECS ກໍຄືກຸ່ມ ອາຊຽນ ນັ້ນ ໃຫ້ເປັນຈຸດໝາຍປາຍທາງດຽວກັນສຳລັບບັນດານັກທ່ອງທ່ຽວຈາກພູມີພາກອື່ນໆໃຫ້ໄດ້ຢ່າງເປັນຮູບປະທຳ ພາຍໃນປີ 2025 ດ້ວຍການເສີມຂະຫຍາຍການຮ່ວມມືຢ່າງເຂັ້ມແຂງ ແລະ ໃກ້ຊິດ.

     ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບໃນພາກການທ່ອງທ່ຽວຂອງ ລາວ ໃນປັດຈຸບັນຍັງມີລາຍຮັບຕໍ່າກວ່າອັດຕາສະເລ່ຍໃນກຸ່ມອາຊຽນ ດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບການທ່ອງທ່ຽວຂອງ ອາຊຽນ ຢູ່ທີ່ອັດຕາສະເລ່ຍ 12 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ຫາກແຕ່ວ່າ ລາຍຮັບໃນພາກການທ່ອງທ່ຽວຂອງ ລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນຂອງ GDP ເທົ່ານັ້ນ. ໂດຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການ ລາວ ໄດ້ກຳນົດແນວທາງແກ້ໄຂບັນຫາດ້ວຍການນຳເອົາແຜນຍຸດທະສາດ ການພັດທະນາດ້ານການທ່ອງທ່ຽວ ຂອງອາຊຽນແຕ່ປີ 2016-2025 ມາປັບໃຊ້ໃນ ລາວ ທັງໃນພາກສ່ວນ ກ່ຽວກັບ ການຈັດກິດຈະກຳການທ່ອງທ່ຽວ ແລະ ການສົ່ງເສີມການລົງທຶນໃນພາກບໍລິການ ແລະ ທ່ອງທ່ຽວຢ່າງຄົບວົງຈອນ.

     ທັງນີ້ເປົ້າໝາຍສຳຄັນຂອງປີການທ່ອງທ່ຽວ ລາວ 2018 ກໍຄືການດຶງດູດນັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ 5 ລ້ານຄົນ ດ້ວຍການຈັດກິດຈະກຳຕ່າງໆທັງໃນ ແລະ ຕ່າງປະເທດເຊັ່ນ: ງານບຸນປະເພນີຕ່າງໆໃນ 18 ແຂວງທົ່ວປະເທດ, ການຈັດຂະບວນຄາຣາວານລົດທ່ອງທ່ຽວແຕ່ເໜືອຮອດໃຕ້, ບຸນມະໂຫລານ, ລາຍການສະແດງສິນລະປະວັນນະຄະດີພື້ນເມືອງບັນດາເຜົ່່າ, ການແຂ່ງລົດວິບາກ, ກິດຈະກຳປີນໜ້າຜາ, ການຈັດງານວັນລາວ ໃນຕ່າງປະເທດເຊັ່ນ: ປະເທດ ໄທ, ຫວຽດນາມ, ຍີ່ປຸ່ນ, ເຢຍຣະມັນ, ຝຣັ່ງ ແລະ ອັງກິດ ເປັນຕົ້ນ.

                                                                                                                                                                                                                                                       [ຂ່າວ: VOA]

                                                                                                                                                                                                                     [ຮຽບຮຽງໂດຍ: ຂະແໜງຂ່າວສານ]