ພະແນກ ອຄ ແຂວງຄຳມ່ວນ ປັບປຸງການຈັດຕັ້ງພາຍໃນພະແນກຕົນ
By theu vaenvongsod On 13 Oct, 2017 At 10:33 AM | Categorized As ຂ່າວພາຍໃນ | With 0 Comments

DSC_3464

     ໃນວັນທີ 12 ຕຸລາ 2017 ຢູ່ທີ່ພະແນກອຸດສາຫະກຳແລະ ການຄ້າແຂວງໄດ້ຈັດພິທີປະກາດແຕ່ງຕັ້ງ ແລະ ປັບປຸງຊັບຊ້ອນພະນັກງານໃນຂົງເຂດຕົນ​​​. ​ເປັນກຽດເຂົ້າຮ່ວມຂອງທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳແລະ ການຄ້າແຂວງ, ບັນດາທ່ານຫົວໜ້າ, ຮອງຫົວໜ້າຂະແໜງ ຕະຫລອດຮອດບັນດາວິສາຫະກິດ ແລະ ພະນັກງານພາຍໃນຂົງເຂດດັ່ງກ່າວເຂົ້າຮ່ວມ.

DSC_3449

​        ໃນພິທີ ທ່ານ ໝາຍ ພົງສະຫວັດ ຫົວໜ້າຫ້ອງການຈັດຕັ້ງບໍລິຫານພະແນກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ​​​​ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນອອກຮັບອຸດໜູນ ບຳນານ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ຄຳມ່ວນ ວ່າດ້ວຍການແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານບາງຂະແໜງການ ທີ່ຂຶ້ນກັບພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ປະກອບມີຄືດັ່ງນີ້ : ອະນຸມັດໃຫ້ ທ່ານ ນາງ ບຸນໄທ ລອດທຳມະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ​ ທ່ານ ກົງໃຈ ອິນທະວົງ ຮອງຫົວໜ້າຫ້ອງການອຸດ ສາຫະກຳ ແລະ ການຄ້າເມືອງມະຫາໄຊ ອອກຮັບອຸດໜູນບຳນານ ນັບແຕ່ວັນທີ 1 ກໍລະກົດ 2017. ແຕ່ງຕັ້ງ ທ່ານ ສິນບັນ ດິດ ອຸດທິວົງ ຮອງຫົວໜ້າຂະແໜງການຄ້າພາຍໃນ ຂຶ້ນເປັນຫົວໜ້າຫ້ອງການຈັດຕັ້ງ ແລະ ບໍລິຫານ, ທ່ານ ເພັດສະໜອນ ສັງສິນໄຊ ຮອງຫົວໜ້າຂະແໜງນຳເຂົ້າ ແລະ ສົ່ງອອກ ຂຶ້ນເປັນຫົວໜ້າຂະແໜງນຳເຂົ້າ ແລະ ສົ່ງອອກ, ທ່ານ ພິມມະສອນ ສີຕະນະພອນໄຊ ຮອງຫົວໜ້າໜ່ວຍງານເຈົ້າໜ້າທີ່ກວດກາການຄ້າ ຂຶ້ນເປັນຮອງຫົວໜ້າຂະແໜງກວດກາລັດ, ທ່ານ ພິລາວົງ ອິນທະວົງສາ ຮອງຫົວໜ້າໜ່ວຍງານປົກປ້ອງຜູ້ຊົມໃຊ້ ຂຶ້ນເປັນຮອງຫົວໜ້າຂະແໜງການຄ້າພາຍໃນ, ທ່ານ ສົມປະເສີດ ຄຳວົງສາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງທ່າແຂກ ມາເປັນຮອງຫົວໜ້າຂະແໜງນຳເຂົ້າ ແລະ ສົ່ງອອກ, ທ່ານ ແອນ້ອຍ ຄຳພັນໄຊເສດຖາ ຮອງຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ ມາເປັນຮອງຫົວໜ້າຂະແໜງອຸດສາຫະກຳ ແລະ ຫັດຖະກຳ, ທ່ານ ຄູນ ແສງອາພອນ ຮອງຫົວໜ້າຂະແໜງອຸດສາຫະກຳ ແລະ ຫັດຖະກຳ ມາເປັນຮອງຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ, ທ່ານ ນາງ ອອນອຸມາ ບົດສະບາງ ຮອງຫົວໜ້າຂະແໜງສະຖິຕິແຜນການ ມາເປັນຮອງຫົວໜ້າຂະແໜງສົ່ງເສີມການຄ້າ. ສ່ວນຕຳແໜ່ງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ ທັງນີ້ກໍ່ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່ແລະ ຄົບຖ້ວນຕາມໂຄງປະກອບຂອງການຈັດຕັ້ງພະແນ. ​​ໃນໂອກາດດຽວກັນທ່ານທອງໄຊ ມັງໝໍ່ເມກ ຍັງໄດ້ຮຽກຮ້ອງມາຍັງພະນັກງານຫລັກ​​ແຫລ່ງພາຍໃນພະແນກໃຫ້ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ​ເຮັດວຽກເປັນໝູ່ຄະນະມີຄວາມຮັບຜິດຊອບສູງ ແນໃສ່ເຮັດ​​ໃຫ້ວຽກງານໃນຂົງເຂດດັ່ງກ່າວມີປະສິດທິພາບຂຶ້ນເລື້ອຍໆ. ໃນໂອກາດດຽວກັນນັ້ນ ພິທີຍັງໄດ້ມອບໃບຍ້ອງຍໍຕໍ່ກົມກອງ ແລະ ບຸກຄົນດີເດັ່ນທີ່ປະກອບສ່ວນເຫື່ອແຮງ – ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕະຫລອດໄລຍະ 1 ປີຜ່ານມາ ເຊິ່ງມີເດັ່ນປະເພດຂັ້ນແຂວງຍ້ອງຍໍ ຈຳນວນ 82 ທ່ານ ແລະ ຂັ້ນພະແນກຍ້ອງຍໍ ຈຳນວນ 12 ທ່ານເປັນກຽດມອບໃບຍ້ອງຍໍຄັ້ງນີ້ໂດຍແມ່ນ ທ່ານ ທອງໄຊ ມັງໝໍ່ເມກ.

DSC_3423

[ຂ່າວ : ມະນີວັນ]

[ຮຽບຮຽງ: ຂະແໜງຂ່າວສານ]