ຈຳນວນນັກທ່ອງທ່ຽວ ເດີນທາງເຂົ້າມາ ລາວ ຫລຸດລົງ 12 ເປີເຊັນ ໃນ 6 ເດືອນ ຂອງ 2017
By theu vaenvongsod On 10 Oct, 2017 At 09:22 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

   minister of tourism asean

   ລັດຖະມົນຕີລາວ ຍອມຮັບວ່າ ຊາວຕ່າງຊາດເດີນທາງ ເຂົ້າມາທ່ອງທ່ຽວໃນລາວຫລຸດລົງເຖິງ 12 ເປີເຊັນ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ໂດຍສະເພາະນັກທ່ອງທ່ຽວໃນກຸ່ມອາຊຽນດ້ວຍກັນນັ້ນ ລົດລົງຫຼາຍທີ່ສຸດ.

than bosengkam vongdara

   ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ຍອມຮັບວ່າ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ຊາວຕ່າງຊາດ ໄດ້ເດີນທາງເຂົ້າມາທ່ອງທ່ຽວໃນລາວ ຫລຸດລົງເຖິງ 12 ເປີເຊັນ ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2016 ໂດຍສະເພາະແມ່ນນັກທ່ອງທ່ຽວ ຈາກປະເທດສະມາຊິກ ໃນກຸ່ມອາຊຽນ ດ້ວຍກັນນັ້ນ ຖືເປັນກຸ່ມນັກທ່ອງທ່ຽວທີ່ເດີນທ່ອງເຂົ້າມາໃນລາວ ຫລຸດລົງຫຼາຍທີ່ສຸດ ຊຶ່ງຖ້າຫາກວ່າ ສະພາບການຍັງຄົງດຳເນີນໄປ ໃນທິດທາງດັ່ງກ່າວນີ້ກໍຍັງເຮັດໃຫ້ສາມາດຄາດໝາຍໄດ້ວ່າ ຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ທີ່ເດີນທາງເຂົ້າມາໃນລາວ ໃນຕະຫຼອດປີ 2017 ນີ້ ຈະນ້ອຍກວ່າ ໃນປີ 2016 ຢ່າງແນ່ນອນ.

   ແຕ່ຢ່າງໃດກໍຕາມ ເພື່ອເປັນການຫລຸດຜ່ອນສະພາບບັນຫາ ທີ່ຈະເກີດຂຶ້ນດັ່ງກ່າວທາງການລາວ ກໍໄດ້ສະແດງການຮຽກຮ້ອງ ຕໍ່ທາງການລັດຖະບານ ຂອງບັນດາປະເທດໃນກຸ່ມອາຊຽນດ້ວຍກັນ ເພື່ອຂໍໃຫ້ມີການສົ່ງເສີມ ພົນລະເມືອງຂອງຕົນໃຫ້ພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວ ເພີ່ມຂຶ້ນໃນຕະຫຼອດທ້າຍປີນີ້ ໂດຍສະເພາະແມ່ນປະເທດ ທີ່ຢູ່ໃນເຂດລຸ່ມແມ່ນ້ຳຂອງ ດ້ວຍກັນນັ້ນ ດັ່ງທີ່ ທ່ານບໍ່ແສງຄຳໄດ້ຢືນຢັນວ່າ ທ່ານໄດ້ສະແດງການຮຽກຮ້ອງດັ່ງກ່າວນີ້ ໃນກອງປະຊຸມລັດຖະມົນຕີທ່ອງທ່ຽວ ລະຫວ່າງ ລາວ ມຽນມ້າ ກຳປູເຈຍ ໄທ ແລະ ຫວຽດນາມ (ACMECS) ທີ່ໄດ້ມີການອອກຖະແຫລງການຮ່ວມກັນ ເມື່ອບໍ່ດົນມານີ້ ວ່າ:ຖະແຫລງການຮ່ວມ ກໍ່ໄດ້ເວົ້າວ່າ ພວກເຮົາຈະສືບຕໍ່ຮ່ວມໄມ້ຮ່ວມມືກັນ ໃຫ້ດີຂຶ້ນ ເຮັດໃຫ້ການທ່ອງທ່ຽວຢູ່ໃນ 5 ປະເທດ ACMECS ປະສົບຜົນສຳເລັດດີຂຶ້ນສະເພາະ ລາວເຮົາ ກໍໄດ້ແຈ້ງໃຫ້ທີ່ປະຊຸມໄດ້ຮັບຊາບ ກ່ຽວກັບສະພາບການທ່ອງທ່ຽວ ຢູ່ປະເທດພວກເຮົາ ແລະ ກໍ່ໄດ້ມີການເຜີຍໃຫ້ເພິ່ນເຫັນວ່າ ມີນັກທ່ອງທ່ຽວຂອງບາງປະເທດ ຢູ່ໃນພາຍໃນບັນດາປະເທດເຮົານີ້ໄປທ່ອງທ່ຽວລາວນີ້ ຫລຸດລົງຢາກໃຫ້ເພິ່ນຄ່ອຍປັບປຸງ ຊ່ອຍໂຄສະນາຕື່ມ ເພື່ອເຮັດໃຫ້ນັກທ່ອງທ່ຽວປະເທດເພິ່ນໄດ້ເພີ່ມທະວີການໄປທ່ອງທ່ຽວຢູ່ລາວເຮົາຫຼາຍຂຶ້ນ ເພິ່ນກໍ່ໄດ້ຮັບຄວາມນຳກັນ.

   ທ່ານ ບໍ່ແສງຄຳ ຢືນຢັນດ້ວຍວ່າ ເປົ້າໝາຍສຳຄັນໃນການພັດທະນາ ການທ່ອງທ່ຽວໃນລາວ ໃນປັດຈຸບັນ ຄືການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານທຸກດ້ານ ເພື່ອເຮັດໃຫ້ ACMECS ກໍຄືກຸ່ມອາຊຽນນັ້ນ ໃຫ້ເປັນຈຸດໝາຍປາຍທາງດຽວກັນສຳລັບບັນດານັກທ່ອງທ່ຽວຈາກພູມິພາກອື່ນໆ ໃຫ້ໄດ້ຢ່າງເປັນຮູບປະທຳ ພາຍໃນປີ 2025 ດ້ວຍການເສີມຂະຫຍາຍການຮ່ວມມືຢ່າງເຂັ້ມແຂງ ແລະ ໃກ້ຊິດ.

   ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບໃນພາກການທ່ອງທ່ຽວ ຂອງລາວ ໃນປັດຈຸບັນ ຍັງມີລາຍຮັບຕ່ຳກວ່າອັດຕາສະເລ່ຍ ໃນກຸ່ມອາຊຽນດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບ ການທ່ອງທ່ຽວຂອງອາຊຽນ ຢູ່ທີ່ອັດຕາສະເລ່ຍ 12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຫາກແຕ່ວ່າ ລາຍຮັບໃນພາກການທ່ອງທ່ຽວຂອງລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນຂອງ GDP ເທົ່ານັ້ນ.

the launch conference of lao marketing tourism board

   ໂດຍພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການລາວ ໄດ້ກຳນົດແນວທາງແກ້ໄຂບັນຫາ ດ້ວຍການນຳເອົາແຜນຍຸດທະສາດ ການທ່ອງທ່ຽວຂອງອາຊຽນແຕ່ປີ 2016-2025 ມາປັບໃຊ້ໃນລາວ ທັງໃນພາກສ່ວນກ່ຽວກັບການຈັດກິດຈະກຳການທ່ອງທ່ຽວ ແລະ ການສົ່ງເສີມການລົງທຶນໃນພາກບໍລິການ ແລະ ທ່ອງທ່ຽວຢ່າງຄົບວົງຈອນ. ທັງນີ້ ຄະນະລັດຖະບານລາວ ກໍໄດ້ມີມະຕິຕົກລົງ ແລະ ເຫັນດີທີ່ຈະປະກາດໃຫ້ປີ 2018 ເປັນປີທ່ອງທ່ຽວລາວ ຢ່າງເປັນທາງການແລ້ວ ໂດຍມອບໝາຍໃຫ້ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ຮັບຜິດຊອບທັງການກະກຽມຄວາມພ້ອມໃນທຸກໆດ້ານ ແລະການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ ເພື່ອຮ່ວມກັນກຳນົດບັນດາກິດຈະກຳຕ່າງໆ ໃນຕະຫຼອດປີ 2018 ດັ່ງກ່າວ.

   ໂດຍເປົ້າໝາຍສຳຄັນຂອງການປະກາດປີການທ່ອງທ່ຽວລາວໃນປີ 2018 ແລະ ຈະຕໍ່ເນື່ອງໄປເຖິງປີ 2020 ດ້ວຍນັ້ນ ຄືການດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ 6 ລ້ານຄົນ ຊຶ່ງຈະເຮັດໃຫ້ມີລາຍຮັບເຖິງ 953 ລ້ານໂດລາ ໃນປີ 2020 ດັ່ງກ່າວ ທັງນີ້ໂດຍມີນັກທ່ອງທ່ຽວ ເດີນທາງເຂົ້າມາລາວ 4 ລ້ານ 6 ແສນ ກວ່າຄົນ ໃນປີ 2015 ແລະ ຫລຸດລົງເປັນ 4 ລ້ານ 3 ແສນຄົນ ໃນປີ 2016 ສ່ວນໃນປີ 2017 ກໍຄາດວ່າ ຈະມີນັກທ່ອງທ່ຽວຕ່າງຊາດ ເດີນທາງມາ ລາວ 4 ລ້ານກວ່າຄົນເທົ່ານັ້ນ ຫາກແຕ່ທາງການລາວ ກໍຫວັງວ່າ ຈະເພີ່ມຂຶ້ນເປັນ 5 ລ້ານຄົນ ໃນປີ 2018 ຊຶ່ງໄດ້ປະກາດໃຫ້ເປັນ ປີທ່ອງທ່ຽວລາວ ຢ່າງເປັນທາງການແລ້ວນັ້ນເອງ.

[ ແຫລ່ງຂ່າວ: VOA ]

[ ຮຽບຮຽງໂດຍ: ຂະແໜງຂ່າວສານ ]