ເອກອັກຄະລັດຖະທູດ ເຢຍລະມັນ ຄົນໃໝ່ ຢ້ຽມຄໍານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 10 Oct, 2017 At 09:31 AM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2017-10-09

   ຕອນເຊົ້າ ເວລາ 11: 00 ໂມງ ຂອງວັນທີ 05 ຕຸລາ 2017 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ  ລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ຮັບ​ຕ້ອນ​ການ​ຢ້ຽມຂໍ່ານັບ​ ​ທ່ານ Jen LUTKENHERM  ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ ແຫ່ງ ປະ​ເທດເຢຍລະມັນປະຈໍາ ສປປ ລາວ ຄົນໃໝ່ ​ເນື່ອງ​ໃນ​ໂອກາດທີ່​ໄດ້​ດຳລົງ​ຕຳ​ແໜ່​ງ​ໃໝ່.

   ການ​ເຂົ້າຢ້ຽມ​ຂໍ່າານັບໃນ​ຄັ້ງນີ້​ແມ່ນຄົບຮອບສາຍພົວພັນການທູດ​ 60 ປີ ລະຫວ່າງລາວ-ເຢຍລະມັນ ແລະ   ໄດ້ປຶກສາຫາລືຄວາມເຂົ້າໃຈການຮ່ວມມືຫຼາຍດ້ານ, ນອກ​ນີ້​ເຢຍລະ​ມັນ​ຈະ​ສືບ​ຕໍ່​​ໃຫ້ການສະໜັບສະໜູນດ້ານໂຄງການ GIZ ເຊິ່ງ​ໂຄງການ​ດັ່ງກ່າວ​ຈະ​​ໃຊ້​ເວລາອີກ 3 ປີ.

   ທ່ານ ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​​ແລະ ການ​ຄ້າ​ ສະ​ເໜີ​ໃຫ້ປະ​ເທດ​ເຢຍລະ​ມັນ​ສືບຕໍ່​ໃຫ້ການ​ຊ່ວຍ​ເຫຼືອລາວ ​ໂດຍ​ສະ​ເພາະ​ແມ່ນ​ວຽກງານ​ປັບປຸງ​ສິ່ງ​ແວດ​ລ້ອມ​​ໃນການ​ດໍາ​ເນີນ​ທຸລະ​ກິດພ້ອມ​ທັງ​ດຶງ​ດູດ​ເອົາ​ນັກ​ລົງທຶນ​ຈ​າກ​ເຢຍລະ​ມັນມາລົງທຶນຢູ່ ສປປ ລາວ  ​ເປັນຕົ້ນ​ແມ່ນບໍລິສັດ (SIMEN & BOSCH).

   ນອກນັ້ນໃນ​ເດືອນພະຈິກ 2017 ທີ່ຈະມາ​ເຖີງນີ້ ກອງ​ປະຊຸມ​ໂຕະມົນ (RTM) ຈະ​ໄດ້​ເປີດ​ຂຶ້ນນ​ຢູ່​ແຂວງ​ຈໍາປາ​ສັກ, ກະຊວງ ອຄ ​ໃນ​ນາມ​ຈຸດ​ປະສານ​ງານ ​ກັບຂະ​ແໜງ​ການ​ຕ່າງໆທັງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ ​ໂດຍ​ສະ​ເພາະສະພາ​ການ​ຄ້າ ​ແລະ ອຸ​ດສາ​ຫະກໍາ ​ແຫ່ງ​ຊາດ​ລາວ ​ແລະ  ຝ່າຍ​ເຢຍລະ​ມັນ ​ແມ່ນ​ມີ​ຄວາມ​ຍິນດີ​​ໃຫ້ການ​ຮ່ວມ​ມື, ນອກ​ນັ້ນ​ ຍັງ​ຈະເສີມ​ຂະຫຍາຍ​ສາຍ​ພົວພັນ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດໃຫ້​ມີ​ການຈັດຕັ້ງປະຕິບັດ​ໃຫ້​ເກີດ​ຜົນ​ເປັນ​ຈິງ.​

   ຕອນ​ທ້າຍ ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ຍັງ​ຂອບ​​ໃຈມາ​ຍັງ​ທ່ານ​​ເອກ​ອັກຄະ​ລັດຖະທູດ​ເຢຍລະ​ມັນ ​ປະ​ຈໍາ ສປປ ລາວ ຄົນ​ໃໝ່ ​ທີ່ໄດ້ໃຫ້ການປຶກ​ສາຫາລືເປັນຢ່າງດີ, ມີຄະນະທັງສອງຝ່າຍເຂົ້າຮ່ວມ ​ໂດຍ​ຕາງໜ້າ​ຂັ້ນຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງ,  ຈໍານວນ 8 ​ທ່ານ.

                                                                                                                                                                                                                                     [ຂ່າວໂດຍ: ຂະແໜງຂ່າວສານ]