ກອງທັບ ຈະຕ້ອງຮັກສາ ຄວາມປອດໄພ ແກ່ໂຄງການ ສ້າງທາງລົດໄຟ ລາວ-ຈີນ
By theu vaenvongsod On 10 Oct, 2017 At 09:01 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

Than chansamone

ລັດຖະມົນຕີ ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເນັ້ນຢໍ້າວ່າ ກອງທັບ​ມີ​ພາລະໜ້າທີ່​ທີ່​ສໍາຄັນ ທີ່​ຈະ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ລົດ​ໄຟ​ເຊື່ອມ​ຕໍ່ລາວ ​ກັບ ​ຈີນ.

ພົນ​ໂທ​ຈັນ​ສະໝອນ ຈັນຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຖະ​ແຫລ​ງຢືນຢັນ​ວ່າ ພາລະໜ້າທີ່ ​ທີ່​ສໍາຄັນ ຂອງກອງທັບ​ປະຊາຊົນ​ລາວ​ຈະ​ຕ້ອງ​ປະຕິບັດ​ໃຫ້​ໄດ້ 100 ​ເປີ​ເຊັນ ​ກໍ​ຄື​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ໂຄງການ​ກໍ່ສ້າງທາງ​ລົດ​ໄຟ​ເຊື່ອມ​ຕໍ່ລະຫວ່າງລາວ​ກັບ​ຈີນ ​ໂດຍ​ປະສານ​ສົມທົບ​ກັບ​ທຸກ​ພາກສ່ວນ ​ໃນ​ທຸກພື້ນທີ່ ທີ່​ທາງ​ລົດ​ໄຟ​ຜ່ານ ທັງ​ຍັງ​ຈະ​ຕ້ອງ​ກວດກາ​ທຸກ​ການ​ເຄື່ອນ​ໄຫວ​ໃນ​ສັງຄົມ ອີກ​ດ້ວຍ ດັ່ງ​ທີ່​ພົນ​ໂທ​ຈັນ​ສະໝອນ ​ໄດ້​ໃຫ້ການ​ເນັ້ນຢໍ້າວ່າ: ການ​ປະຕິບັດໜ້າທີ່ຢູ່​ພາກ​ສະໜາມ ມັນ​ມີ​ການ​ພົວພັນ​ກັບ​ຫລາຍພາກສ່ວນ​ ດັ່ງນັ້ນ ຖ້າ​ປະຕິບັດໜ້າທີ່ ພື້ນທີ່​ໃດ ກໍ​ຈະ​ຕ້ອງ​ປະສານ​ສົມທົບ​ກັບ​ຄະນະ​ພັກ ອໍານາດ​ການ​ປົກຄອງ​ຂອງ​ທ້ອງ​ຖິ່ນ​ນັ້ນ ​ໃຫ້​ແໜ້ນ​ແຟ້ນ ​ໃຫ້​ມີ​ຄວາມ​ເປັນ​ເອກ​ະພາບ ​ໃຫ້​ຮັບປະກັນ ​ເພາະ​ບໍ່​ແມ່ນ​ແຕ່ໜ້າທີ່ ທີ່​ຈະ​ກວດຄົ້ນ ​ເກັບ​ກູ້​ລະ​ເບີດ​ເທົ່າ​ນັ້ນ ພວກ​ສະຫາຍ​ຍັງ​ຕ້ອງ​ເຮັດໜ້າທີ່ ​ຮັບປະກັນ​ຄວາມສະຫງົບ​ປອດ​ໄພ ຢູ່​ໃນ​ເຂດ​ດັ່ງກ່າວ ຊຶ່ງ​ບັນດາ​ຄົນ​ບໍ່ດີ ຍັງ​ຈະ​ເລັດ​ລອດ​ສ້າງ​ບັນຫາ​ໃຫ້​ພວກ​ເຮົາ ໝາຍຄວາມ​ວ່າ ການ​ເຄື່ອນ​ໄຫວ​ປະຕິບັດໜ້າທີ່ ຕ້ອງ​ຕິດ​ພັນ​ກັບ​ການກໍ່ສ້າງ​ຮາກ​ຖານ​ການ​ເມືອງ ພັດທະນາ​ຊົນນະບົດ ປະກອບສ່ວນ​ໃນ​ການກໍ່ສ້າງ ຮາກ​ຖານ.”​

ກ່ອນໜ້ານີ້ ລັດຖະບານ​ລາວ​ຍັງ​ໄດ້​ມອບໝາຍ​ໃຫ້ກອງທັບ​ປະຊາຊົນ​ລາວ​ເປັນ​ພາກສ່ວນຮັບຜິດຊອບ​ໃນ​ການ​ກວດຄົ້ນ ​ແລະ ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ ຫລື UXO ທີ່​ຕົກ​ຄ້າງຕະຫລອດ​ພື້ນທີ່​ທີ່​ເປັນ​ເຂດ ​ແລວ​ທາງ ​ແລະ ​ທີ່​ຕັ້ງສະຖານີ​ລົດ​ໄຟ​ອີກ​ດ້ວຍ ຊຶ່ງ​ຜ່ານ​ມາ​ກໍ​ປາກົດ​ວ່າກອງທັບ​ປະຊາຊົນ​ລາວ ທີ່​ມີ​ກົມ​ໃຫຍ່​ເສ​ນາ​ທິການ​ເປັນ​ພາກສ່ວນ​ທີ່​ຮັບຜິດຊອບ​ໂດຍ​ກົງ​ນັ້ນ ກໍ​ໄດ້​ດໍາ​ເນີນການ​ກວດຄົ້ນພື້ນທີ່​ໄດ້​ແລ້ວ 314,682 ​ເຮັກຕາ, ສໍາ​ຫລວດ ​ແລະ ​ເຈາະ​ທາງ​ທໍລະນີ​ສາດ​ໃນ​ພື້ນທີ່ 125,625 ເຮັກຕາ, ​ແລະ ​ເກັບ​ກູ້​ລະ​ເບີດ​ໄດ້ 145 ໜ່ວຍ. ສ່ວນ​ການດໍາ​ເນີນ​ງານ​ໃນ​ໄ​ລຍະຕໍ່​ໄປ​ນີ້ ກໍ​ຈະ​ທໍາ​ການ​ກວດຄົ້ນ ​ແລະ ​ເກັບ​ກູ້​ລະ​ເບີດ​ທັງໝົດ ​ໃນ​ຕະຫລອດ​ເສັ້ນທາງ​ລົດ​ໄຟ​ໃຫ້​ສໍາ​ເລັດ​ພາຍ​ໃນ 36 ​ເດືອນ​ຕໍ່ໜ້າ.

ທາງ​ດ້ານ​ທ່ານ ອາຄົມເຕີມພິທະຍາ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງໄທ ກໍຢືນຢັນວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງຈາກ​ໃນໄທ​ເພື່ອ​ເຊື່ອມ​ຕໍ່ກັບ​ລາວ ແລະ ຈີນນັ້ນ ​ໄດ້​ຜ່ານ​ການ​ຮັບຮອງ ​ແລະ​ ອະນຸມັດແຜນການ​ໂດຍ​ຄະນະ​ລັດຖະມົນຕີ​ຂອງ​ໄທ ຢ່າງ​ເປັນ​ທາງ​ການແລ້ວ ​ໂດຍ​ໄດ້​ແບ່ງ​ເປັນ​ສອງ​ໄລຍະຄື: ​ໄລຍະ​ທີ 1 ​ແມ່ນ​ເສັ້ນທາງ​ຈາກ​ບາງກອກ ໄປຫາ ໂຄລາດ ກັບ​ໄລຍະ​ທີ 2 ຈາກ​ໂຄ​ລາດ​ໄປ​ຫາໜອງຄາຍ ​ເພື່ອເຊື່ອມຕໍ່ກັບ​ລາວ ທີ່ນະຄອນຫລວງວຽງຈັນ ​ໂດຍ​ມີກຳນົດການກໍ່ສ້າງໃຫ້ແລ້ວສຳເລັດ ​ແລະ​ ເປີດ​ບໍລິການໃນປີ 2021 ຊຶ່ງຖື​ເປັນ​ສ່ວນຫນຶ່ງຂອງ​ແຜນການ​ຫນຶ່ງແລວທາງຫນຶ່ງເສັ້ນທາງ (One Belt-One Road) ທີ່​ລິ​ເລີ້ມ​ໂດຍ​ລັດຖະບານຈີນ.ໂດຍການເຊື່ອມຕໍ່ທາງລົດໄຟ ໄທ-ຈີນ ດັ່ງກ່າວນີ້ ກໍຄືເສັ້ນທາງລົດໄຟ ທີ່ລາວເປັນສູນກາງການເຊື່ອມຕໍ່ນັ້ນເອງ ຊຶ່ງການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ຈີນ ແລະ ໄທ ມີກຳນົດການກໍ່ສ້າງແລ້ວສຳເລັດ ພາຍໃນ 60 ເດືອນ ນັບຈາກພິທີເປີດການກໍ່ສ້າງທີ່ຈັດຂຶ້ນຢ່າງເປັນທາງການເມື່ອວັນທີ 25 ທັນວາ 2016 ທີ່ຜ່ານມາ ຢູ່ທີ່ແຂວງຫລວງພະບາງ. ທັງນີ້ ມີ 11 ບໍລິສັດ ຈີນ ​ເປັນພາກສ່ວນຮັບຜິດຊອບ​ໂຄງການ ​ແລະ ​ໄດ້ນຳໃຊ້ແຮງງານ ທີ່ມີປະສົບການຈາກຈີນ ຫຼາຍກວ່າ 10,000 ຄົນ ເຊັ່ນ: ຢູ່ທີ່ແຂວງອຸດົມໄຊ ຈະຕ້ອງນຳໃຊ້ແຮງງານຈາກຈີນ 5,000 ກວ່າຄົນ ເນື່ອງຈາກທາງລົດໄຟຈະຕ້ອງຜ່ານເຂດແຂວງອຸດົມໄຊ ເຖິງ 126.6 ກິໂລແມັດ ຄິດເປັນ 1 ສ່ວນ 3 ຂອງເສັ້ນທາງທັງໝົດໃນລາວ. ທັງຍັງຈະຕ້ອງກໍ່ສ້າງຂົວ ແລະ ເຈາະອຸໂມງ ຄິດເປັນ 40 ເປີເຊັນຂອງທາງລົດໄຟ. ສ່ວນ​ໃນແຂວງຫລວງ​ພະ​ບາງ ກໍ​ຕ້ອງໃຊ້ແຮງງານຈາກຈີນ 3,000 ກວ່າຄົນ ​ເພື່ອ​ສ້າງທາງ​ລົດໄຟ​ທີ່​ຍາວ 80 ກິໂລແມັດ, 1 ສະຖານີ​ໃຫຍ່, 4 ສະຖານີ​ຍ່ອຍ, ຂົວ​ຂ້າ​ມ​ແມ່​ນໍ້າຂອງ 1 ​ແຫ່ງ ​ແລະ ​ອຸ​ໂມງ 6 ​ແຫ່ງ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນການຮ່ວມທຶນ ລະຫວ່າງ ລັດຖະບານລາວກັບຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງມູນຄ່າການລົງທຶນລວມ 6,000 ລ້ານໂດລາທີ່ກູ້ຢືມຈາກສະຖາບັນການເງິນຂອງຈີນ ມີໄລຍະທາງ 417 ກິໂລແມັດ ຈາກດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ຜ່ານອຸດົມໄຊ-ຫຼວງພະບາງ-ຊຽງຂວາງ-ວັງວຽງ ແລະ ນະຄອນຫຼວງວຽງຈັນ ໂດຍລາງລົດໄຟກວ້າງ 1,435 ແມັດ​ໂດຍຂະບວນລົດ​ທີ່ຂົນສົ່ງສິນຄ້າ ແລະ ໂດຍສານແລ່ນດ້ວຍຄວາມໄວ 120 ແລະ 160 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ.

oumong railway

[ ແຫລ່ງຂ່າວ: VOA (Voice of America)]

[ ຮຽບຮຽງໂດຍ: ຂະແໜງຂ່າວສານ ]