ພິທີລົງນາມບົດບັນທຶກເຊັນສັນຍາ ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ
By theu vaenvongsod On 4 Oct, 2017 At 12:17 PM | Categorized As ຂ່າວສຳຄັນ | With 0 Comments

project MOU

ໃນວັນທີ 29 ກັນຍາ 2017 ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ພິທີລົງນາມບົດບັນທຶກເຊັນສັນຍາ ໂດຍມີທ່ານ Wuoter VAN WERSCH ປະທານສະພາບໍລິຫານບໍລິສັດ ເຈເນໂຣ ອີເລັກຕຼິກ (General Electic, NYSE: GE); ທ່ານ Hari ACHUTHAN ປະທານສະພາບໍລິ ຫານບໍລິສັດ ຄອນວອດທ໌ ພະລັງງານ (Convalt); ແລະ ທ່ານ Billy BETTS ຫົວໜ້າໂຄງການຜູ້ຮັບຜິດຊອບດ້ານການເງິນຂອງທະນາຄານ ຄາເທ ຢູໄນເຕັດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວີວເບີ ຣອດສ໌ ເລຂາທິການ ການຄ້າຂອງປະເທດສະຫະລັດອາເມລິກາ; ທ່ານ ນາງ ຣິນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ມີ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ບໍລິສັດ ຄອນວອດທ໌ ເຊັນບົດບັນທຶກຄວາມເຂົ້າໃຈ ໃນການພັດທະນາພະລັງງານໄຟຟ້າແສງຕາເວັນ ກັບ ກະຊວງແຜນການ ແລະ ການລົງທຶນ ແລະ ອຳນາດການປົກຄອງ ຂອງແຂວງອັດຕະປື ແລະ ບໍລິຄຳໄຊ ໃນວັນທີ 31 ສິງຫາ 2017 ເພື່ອພັດທະນາພະລັງງານໄຟຟ້າ ແສງຕາເວັນ ຂະໜາດ 50 ເມກາວັດ ຢູ່ແຂວງບໍລິຄໍາໄຊ ແລະ 250 ເມກາວັດ ຢູ່ແຂວງອັດຕະປື ລວມມູນຄ່າການລົງທຶນປະມານ 400 ລ້ານໂດລາສະຫະລັດ. ການລົງທຶນຄັ້ງນີ້ ແມ່ນໜຶ່ງໃນການລົງທຶນຢູ່ໃນ ລາວ ທີ່ຫຼາຍທີ່ສຸດ ຂອງສະຫະລັດອາເມລິກາ, ໂຄງການທັງສອງນີ້ຄາດວ່າຈະເປີດດຳເນີນການໄດ້ໃນເດືອນ ທັນວາ 2019.

ບໍລິສັດ GE ຈະເປັນຝ່າຍສະໜອງບັນດາອຸປະກອນໄຟຟ້າຕ່າງໆເຊັ່ນ: ເຄື່ອງຄວບຄຸມໄຟຟ້າ ແລະ ອຸປະກອນໄຟຟ້າ ເພື່ອສ້າງສາຍສົ່ງ ແລະ ສະຖານີ ເຊິ່ງເປັນສ່ວນໜຶ່ງຂອງໂຄງການ. ທະນາຄານ ຄາເທ ຢູໄນເຕັດ ຈະຊ່ວຍໃນການສະໜອງທຶນຮອນໃຫ້ກັບໂຄງການ, ສ່ວນບໍລິສັດ ດີຈີໂຄເລັກ ຈາກສະຫະລັດອາເມລິກາ ຈະເຮັດໜ້າທີ່ສຶກສາຄວາມເປັນໄປໄດ້ລວມເຖິງ ການສຶກສາວິໄຈຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ບັນດາການສຶກສາທາງວິຊາການອື່ນໆທີ່ກ່ຽວຂ້ອງ ກັບໂຄງການ.

ບໍລິສັດ ຄອນວອດທ໌ ສ້າງຕັ້ງຂຶ້ນໃນປີ 2011 ໂດຍເປັນໜຶ່ງໃນບໍລິສັດ ຂອງກຸ່ມບໍລິສັດການລົງທຶນ ເອຊີໂອ ແມ່ນມີໜ້າທີ່ສຸມໃສ່ ການພັດທະນາ ການດຳເນີນການ ແລະ ການບຳລຸງຮັກສາ ຊັບສິນ ແລະ ອຸປະກອນໃນການຜະລິດ, ຂົນສົ່ງ ແລະ ແຈກຈ່າຍໄຟຟ້າ, ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບບໍລິສັດ ແມ່ນຫາໄດ້ທີ່ www.convalt.com ປະຈຸບັນບໍລິສັດ ຄອນວອດທ໌ ແລະ ຄູ່ຮ່ວມງານ ບໍລິສັດ ເຈເນໂຣ ອີເລັກຕຼີກ (NYSE:GE) ພວມຮ່ວມກັນພັດທະນາໂຄງການ ພະລັງງານໄຟຟ້າແສງຕາເວັນ ຂະໜາດ 300 MW AC ໃນເຂດແມນດາເລ ປະເທດຫວຽດນາມ.

sign MOU

[ແຫລ່ງຂ່າວ: ໜັງສືພິມເສດຖະກິດການຄ້າ ລາຍວັນ]

[ຮຽບຮຽງໂດຍ: ຂະແໜງຂ່າວສານ]