ການເຂົ້າຮ່ວມຮັບຟັງປາຖະກະຖາ ວັນສ້າງຕັ້ງອາຊຽນ ຄົບຮອບ 50 ປີ ແລະ ວັນຢຶດອໍານາດ 23 ສິງຫາ ຄັ້ງວັນທີ 01 ກັນຍາ 2017
By sonsathit rasavong On 6 Sep, 2017 At 01:23 PM | Categorized As ຂ່າວ, ຂ່າວສຳຄັນ | With 0 Comments

ໃນຕອນເຊົ້າ ເວລາ 8: 30ໂມງ ຂອງວັນທີ 01 ກັນຍາ 2017 ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 01 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມ ກ່ຽວກັບການຮັບຟັງປາຖະກະຖາ ວັນສ້າງຕັ້ງອາຊຽນ ຄົບຮອບ 50 ປີ ແລະ ວັນຢຶດອໍານາດ 23 ສິງຫາ ຂຶ້ນ ໂດຍການເປັນປະທານ ແລະ ຜູ້ເຜີຍແຜ່ ທ່ານ ນາງ ເຂັມມະນີ ພົນເສນາ  ເລຂາຄະນະພັກ, ລັດຖະ ມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ.

ກອງ​ປະຊຸມ​ດັ່ງກ່າວ​ແມ່ນກົມຈັດຕັ້ງ ແລະ ພະນັກງານ ເປັນເຈົ້າການຮັບຜິດຊອບ ​ແລະ ບັນດາແຂກເຂົ້າຮ່ວມມີທ່ານຫົວຫນ້າກົມ, ຮອງກົມ, ຫົວຫນ້າພະແນກ, ຮອງພະແນກ, ເນື້ອໃນກອງປະຊຸມໄດ້ເວົ້າເຖີງວັນສ້າງຕັ້ງອາຊຽນຄົບຮອບ 50 ປີ (ນັບແຕ່ ວັນທີ 08 ສິງຫາ 1976 – ວັນທີ 08 ສິງຫາ 2017), ປະຫວັດຄວາມເປັນມາຂອງອາຊຽນ ໂດຍສະເພາະ ການສ້າງຕັ້ງອາຊຽນ, ຈຸດປະສົງຂອງອາຊຽນ ແລະ ຫລັກການພື້ນຖານຂອງອາຊຽນ ແລະ ທີ່ສໍາຄັນທ່ານລັດຖະມົນຕີ ຍັງໄດ້ກ່າວເຖີງປະຊາຄົມອາຊຽນ ຄວາມແຕກຕ່າງລະຫວ່າງປະຊາຄົມອາຊຽນ ແລະ  ສະມາຄົມອາຊຽນມີດັ່ງນີ້: ປະຊາຄົມອາຊຽນ ແມ່ນການຮ່ວມກຸ່ມຂອງບັນດາສະມາຊີກອາຊຽນ ທີ່ຈະເປັນຕະຫຼາດແຫ່ງດຽວກັນໃນອານາຄົດ, ປະຊາຄົມອາຊຽນ ຖືກສ້າງຕັ້ງຂຶ້ນໃນປິເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 9 ທີ່ອີນໂດເນເຊຍ ໃນເດືອນ ຕຸລາ ປີ 2003, ຕໍ່ມາກອງປະຊຸມສຸດຍອດອາຊຽນ ຄັ້ງທີ່ 10 ທີ່ນະຄອນຫຼວງວຽງຈັນ ກໍ່ໄດ້ສືບຕໍ່ຮ່າງກົດບັດຂອງປະຊາຄົມອາຊຽນໃນຖະແຫຼງການວຽງຈັນ ທີ່ເອີ້ນກັນວ່າ ( Vientiane Action Plan ຫຼື VAT ). ປະຊາຄົມອາຊຽນປະກອບດ້ວຍ 3 ເສົາຄຳ້ ຄື: ປະຊາຄົມການເມືອງ – ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ, ປະຊາຄົມວັດທະນະທຳ – ສັງຄົມ.

WhatsApp Image 2017-09-01 at 10.13.32

ສ່ວນສະມາຄົມອາຊຽນແມ່ນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານທີ່ເຂັ້ມແຂງໃນຂົງເຂດອາຊີ – ອາຄະເນ ຊຶ່ງເອີ້ນວ່າ ສະມາຄົມບັນດາປະຊາຊາດອາຊີ – ອາຄະເນ ( ອາຊຽນ ) ປະກອບດ້ວຍ 10 ປະເທດສະມາຊີກ. ສ້າງຕັ້ງຂຶ້ນໂດຍມີ 5 ຈຸດປະສົງ ແລະ 9 ຫຼັກການພື້ນຖານໃນການຮ່ວມມື ແລະ ທ່ານໄດ້ກ່າວກ່ຽວກັບຈຸດປະສົງທີ່ສ້າງຕັ້ງປະຊາຄົມອາຊຽນ, ສາມເສົາຄໍ້າຫລັກຂອງປະຊາຄົມອາຊຽນ,

ນອກນີ້ທ່ານ ລັດຖະມົນຕີຍັງໄດ້ເວົ້າເຖີງ ວັນຍຶດອໍານາດ 23 ສິງຫາ 1945 (23 ສິງຫາ 1975-23 ສິງຫາ 2017 ) ທ່ານ ໄດ້ເລົ່າເຖິງມູນເຊື້ອປະຫວັດຄວາມເປັນມາຂອງການຍຶດອໍານາດເດືອນ ສິງຫາ 1945, ເນັ້ນໃຫ້ເຫັນເຖີງການຍຶດອໍານາດ ໃນວັນທີ 23 ສິງຫາ 1975 ເວົ້າເພື່ອການກອບກູ້ຍາດເອົາເອກະລາດ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນການພັດທະນາປະເທດຊາດ.

ແຫຼ່ງຂ່າວ: ກົມຈັດຕັ້ງ ແລະ ພະນັກງານ

ຮຽບຮຽງໂດຍ: ຂະແໜງຂ່າວສານ