ການເຜີຍແຜ່ເອກະສານຕ່າງໆ ກ່ຽວກັບຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ
By sonsathit rasavong On 30 Aug, 2017 At 04:07 PM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2017-08-30 at 11.24.36

  ໃນ​ລະຫວ່າງ​ວັນ​ທີ 28-29 ສິງຫາ 2017 ທີ່​ຫ້ອງປະຊຸມ​ພະ​ແນ​ກ ອຸດສາຫະກໍາ ​ແລະ ການ​ຄ້າ ​ແຂວງຄໍາ​ມ່ວນ ​ໄດ້​ເປີດກອງປະຊຸມ​ເຜີຍ​ແຜ່​ເອກະສາ​ນກ່ຽວກັບ ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ລາຍກາ​ນ (ບັນ​ຊີ) ຜະລິດ​ຕະພັນ​ໄມ້​ເພື່ອ​ສົ່ງ​ອອກ ​ແລະ ຫ້າມ​ສົ່ງອອກ ສະບັບ​​ເລກ​ທີ 1833/ອຄ, ລົງ​ວັນ​ທີ 03 ​ຕຸລາ 2016 ໂດຍການໃຫ້ກຽດ​ເຂາເຂົ້າຮ່ວມ​ເປັນ​ປະທານ​ຂອງ ທ່ານ ຄໍາ​ຜົງ ວົງ​ພະຈັນ ຄະ​ນະ​ປະ​ຈໍາ​ພັກ​ແຂວງ ປະທານ​ກວດກາ​ລັດ​ແຂວງ ຄໍາ​ມ່ວນ.

  ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ການຮ່ວມ​ມື​ກັນ​ລະຫວ່າງ ພະ​ແນ​ກ ອຸດສາຫະກໍາ ​ແລະ ການ​ຄ້າ​ແຂວງ ຄໍາ​ມ່ວນ ​ແລະ ກົມອຸດ​ສາ​ຫະກໍາ-ຫັດ​ຖະກໍາ ກະຊວງ ອຸດສາຫະກໍາ ​ແລະ ການ​ຄ້າ ​​ໂດຍໄດ້​ຮັບ​ທຶນ​ການສະໜັບສະໜູນຈາກ: ສະຫະ ພາບ ​ເອີ​ລົບ (EU) ​ແລະ ​ອົງການ WWF ປະຈໍາລາວ, ກອງ​ປະຊຸມ​ຄັ້ງນີ້ໄດ້​ເຊີນ​ບັນດາ​ຂະແໜງການ​ກ່ຽວຂ້ອງ, ເຈົ້າ​ເມືອງ-ຮອງ​ເຈົ້າ​ເມືອງ, ຫົວໜ້າຫ້ອງການ ອຸດສາຫະກໍາ ​ແລະ ການ​ຄ້າ ​ປະ​ຈໍາ​ເມືອງ ​ແລະ ພາກສ່ວນ​ທຸລະ​ກິດ​ໃນ​ທົ່ວ​ແຂວງໄດ້​ເຂົ້າຮ່ວມ​, ຈໍານວນຄົນທີ່ເຂົ້າຮ່ວມທັງໝົດ 67 ທ່ານ ຍິງ 05 ທ່ານ.WhatsApp Image 2017-08-30 at 11.24.06

    ບັນດາເອກະສານທີ່​ນໍາ​ມາ​ເຜີຍ​ແຜ່​ໃນ​ກອງ​ປະຊຸມຄັ້ງນີ້ ປະກອບ​ມີ:

  1. ​ເອກະສານກ່ຽວກັບພາ​ລະບົດບາດ, ໜ້າທີ່​ຮັບຜິ​ດຊອບ ​ແລະ ລະບົບ​ການ​ຄ້າ​ໄມ້​ທີ່​ຖືກຕ້ອງ ​ແລະ ຍືນ​ຍົງ​ຂອງ​​ໂຄງການ FLEGT ປະ​ຈໍາ​ແຂວງ ຄໍາມ່ວນ.
  2. ​​ນິຕິ​ກໍາ​ຕ່າງໆ​ ໃນ​ກາ​ນຄຸ້ມ​ຄອງອຸດສາຫະກໍາ ປຸງ​ແຕ່ງ​ໄມ້ (ຜະລິດ​ຕະພັນ​ໄມ້).
  3.  ຂໍ້​ຕົກລົງ ສະບັບ​​ເລກ​ທີ 1833/ອຄ, ລົງ​ວັນ​ທີ 03 ​ຕຸລາ 2016. ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ລາຍກາ​ນ (ບັນ​ຊີ) ຜະລິດ​ຕະພັນ​ໄມ້​ເພື່ອ​ສົ່ງ​ອອກ ​ແລະ ຫ້າມ​ສົ່ງອອກ
  4. ​​ ແຈ້ງ​ການ ສະບັບ​​ເລກທີ 1161/ກອຫ​.ມຖ, ລົງວັນ​ທີ 30 ພະ​ຈິກ 2016 ​ວ່າ​ດ້ວຍ ​ແບບ​​ຟອມ​ເອກະສານ​ຢັ້ງຢືນ ຜະລິດ​ຕະພັນ​ໄມ້​ທໍາ​ມະ​ຊາດ ​ແລະ ຜະລິດ​ຕະພັນ​ໄມ້​ສວນ​ປູກເພື່ອ​ສົ່ງ​ອອກ.
  5. ​ແນະ​ນໍາ ຂັ້ນຕອນ, ວີ​ທີ​ການ​ເກັບ​ກໍາ​ຂໍ້​ມູນ ​ແລະ ອໍານວຍ​ຄວາມ​ສະ​ດວກ​ໃນ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ໄມ້ ຂອງ​ດ່າ​ນພາ​ສີ​​ເຂດ 3 (ດ່ານສາກົນ ນາ​ເພົ້າຈໍຫຼໍ ​ແລະ ດ່ານສາກົນ ​ຂົວມິດຕະພາບ 3 ທ່າ​ແຂກ-ນະຄອນ​ພະນົມ).

  ກອງ​ປະຊຸມ​ຄັ້ງນີ້ ນອກ​ຈາກ​ຮັບ​ຟັງ​ເຜີຍ​ແຜ່​ເອກະສານ​ແລ້ວ​ ຍັງ​ໄດ້​ມີ​ການ​ປະກອບ​ຄໍາ​​ຄິດເຫັນ​ຈາກ​ບັນດາ​ຜູ້​ແທນ​ທີ່​ເຂົ້າຮ່ວມກອງ​ປະຊຸມ, ນອກຈາກ​ນັ້ນຍັງໄດ້ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ໂຮງງານ​ປຸງ​ແຕ່ງ​ໄມ້ ​ແລະ ​ເຟີ​ນີ​ເຈີ ​ໄມ້ຈໍາ ນວນ 04 ​ໂຮງງານ​ຄື:

  1. ​ໂຮງງານ​ປຸງ​ແຕ່ງ​ໄມ້​ສໍາ​ເລັດ​ຮູບ ພອນ​ສັກ ຕັ້ງຢູ່​ບ້ານ ດອນ​ເປືອຍ ​ເມືອງ ຍົມ​ມະ​ລາດ ​ແຂວງ ຄໍາມ່ວນ.
  2. ໂຮງງານ​​ເຟີ​ນີ​ເຈີໄມ້​ ພາ​ມີ​ໂຊກ ຕັ້ງຢູ່​ບ້ານ ຄໍາ​ບຸ່ນ ​ເມືອງ ທ່າ​ແຂກ ​ແຂວງ ຄໍາມ່ວນ.
  3. ໂຮງງານ​​ເຟີ​ນີ​ເຈີໄມ້​ ຄໍາ​ມ່ວນ ຕັ້ງຢູ່​ບ້ານ ສີວິ​ໄລ ​ເມືອງ ທ່າ​ແຂກ ​ແຂວງ ຄໍາມ່ວນ.
  4. ໂຮງງານ​ປຸງ​ແຕ່ງ​ໄມ້​ສໍາ​ເລັດ​ຮູບ ​ເພັດ​ດາ​ວັນ ຕັ້ງຢູ່​ບ້ານ ໜອງຜື ​ເມືອງ ຫີນບູນ ​ແຂວງ ຄໍາມ່ວນ.WhatsApp Image 2017-08-30 at 11.25.09

[​ຂ່າວ​ຈາກ: ພະ​ແນ​ກ ອຄ ​ແຂວງ​ຄໍາ​ມ່ວນ]

[ຮຽບຮຽງ​ໂດຍ: ຂະ​​ແໜງ​ຂ່າວສານ]