ປະທານ ສະພາແຫ່ງຊາດ ຢືນຢັນວ່າ ຈະຊ່ວຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງທາງລົດໄຟ ລາວ- ຈີນ
By theu vaenvongsod On 28 Aug, 2017 At 04:21 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

eidfd 

   ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ລາວ ໃຫ້ການຢືນຢັນວ່າ ປະຊາຊົນລາວ ທຸກຄົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆຂອງລັດທີ່ລວມເຖິງໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ດ້ວຍນັ້ນ ຈະໄດ້ຮັບການຊ່ວຍເຫຼືອ ແລະ ຊົດເຊີຍຜົນເສຍຫາຍຢ່າງຍຸຕິທຳ ແລະ ສອດຄ່ອງກັບສະພາບທີ່ເປັນຈິງ ໂດຍຫຼ້າສຸດຄະນະປະຈຳສະພາແຫ່ງຊາດ ແລະ ຄະນະລັດຖະບານ ລາວ ກໍໄດ້ປະຊຸມເພື່ອປຶກສາຫາລືກັນ ກ່ຽວກັບ ມາດຕະການຕ່າງໆທີ່ຈະຈັດຕັ້ງປະຕິບັດເພື່ອຮັບປະກັນວ່າ ປະຊາຊົນ ລາວ ທີ່ຖືກກະທົບດັ່ງກ່າວຈະໄດ້ຮັບການຊ່ວຍເຫຼືອ ແລະ ການຊົດເຊີຍຢ່າງເຕັມສ່ວນ ດັ່ງທີ່ທ່ານນາງ ປານີ ໄດ້ໃຫ້ການຢືນຢັນວ່າ.

  “ກອງປະຊຸມຄັ້ງນີ້ໄດ້ພ້ອມກັນປຶກສາຫາລື ການຈັດຕັ້ງປະຕິບັດນະໂຍບາຍຊົດເຊີຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການລົງທຶນພັດທະນາຂອງ ລັດ ລວມທັງໂຄງການກໍ່ສ້າງທາງລົດໄຟ, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ພົວພັນເຖິງການຊົດເຊີຍ ແລະ ການຈັດສັນທີ່ຢູ່ອາໄສ ແລະ ອາຊີບຄົງທີ່ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບແນໃສ່ຮັບປະກັນຄວາມເປັນເອກະພາບໃນການຊີ້ນຳ ແລະ ການຈັດຕັ້ງຜັນຂະຫຍາຍໃຫ້ທັນຕາມກຳນົດເວລາ ແລະ ມີໝາກຜົນ.”

  ສຳລັບໂຄງການກໍ່ສ້າງທາງລົດໄຟນັ້ນ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ໃຫ້ການຢືນຢັນວ່າ: ການເຈລະຈາ ກ່ຽວກັບ ການຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນ ລາວ ທີ່ຖືກກະທົບນັ້ນ ສາມາດຕົກລົງໃນຫຼັກການຮ່ວມກັນໄດ້ແລ້ວ ຈຶ່ງຍັງເຫຼືອພຽງການປະເມີນຄ່າຊົດເຊີຍ ແລະນັດໝາຍການຊຳລະຄ່າຊົດເຊີຍໃຫ້ກັບປະຊາຊົນແຕ່ລະລາຍຢ່າງຄົບຖ້ວນເທົ່ານັ້ນ. ໂດຍໃນຂັ້ນຕອນດັ່ງກ່າວນີ້ ລັດຖະບານ ລາວ ໄດ້ມອບໝາຍໃຫ້ອຳນາດການປົກຄອງໃນແຂວງທີ່ຖືກກະທົບນັ້ນ ເປັນຜູ້ຮັບຜິດຊອບໃນການພົວພັນກັບປະຊາຊົນທີ່ຖືກກະທົບຕໍ່ໄປ.

   ທັງນີ້ໂດຍທາງການ ລາວ ໄດ້ດຳເນີນການສຳຫຼວດເພື່ອເກັບກຳຂໍ້ມູນທີ່ກ່ຽວກັບ ປະຊາຊົນ ລາວ ທີ່ຖືກກະທົບຈາກໂຄງການກໍ່ສ້າງທາງລົດໄຟສຳເລັດແລ້ວໃນຫຼາຍພື້ນທີ່ເຊັ່ນ: ແຂວງຫຼວງພະບາງ ມີປະຊາຊົນໄດ້ຮັບຜົນກະທົບ 241 ຄອບຄົວໃນເຂດ 29 ບ້ານທີ່ເປັນທີ່ດິນທຳການຜະລິດ 253 ຕອນ ມີເນື້ອທີ່ທັງຫມົດ 92,691 ເຮັກຕາ, ຕົ້ນໄມ້ຊະນິດຕ່າງໆຫຼາຍກວ່າ 60,000 ຕົ້ນ, ສິ່ງປູກສ້າງ ແລະ ທີ່ຢູ່ອາໄສ 251 ຫຼັງ ແລະ ໂຮງຮຽນປະຖົມ 5 ແຫ່ງ. ສ່ວນໃນເຂດນະຄອນຫຼວງວຽງຈັນ ກໍຈະກະທົບຕໍ່ປະຊາຊົນເຖິງ 11 ບ້ານໃນເຂດເມືອງໄຊທານີ ທີ່ຕັ້ງຢູ່ 2 ຟາກທາງລົດໄຟໄລຍະທາງ 17.5 ກິໂລແມັດ ມີທີ່ດິນທີ່ຈະຕ້ອງຖືກເວນຄືນ 730 ຕອນ, ເນື້ອທີ່ລວມ 150 ເຮັກຕາທີ່ສ່ວນໃຫຍ່ເປັນດິນຢູ່ອາໄສ, ດິນສວນ, ດິນນາ ແລະ ໜອງລ້ຽງປາ.

  ທັງນີ້ໂດຍລັດຖະບານ ລາວ ກໍໄດ້ກູ້ຢືມເງິນທຶນຈາກທະນາຄານການຄ້າ ຂາອອກ ແລະ ຂາເຂົ້າຂອງລັດຖະບານ ຈີນ ໃນມູນຄ່າລວມ 480 ລ້ານໂດລາ ສຳລັບນຳໃຊ້ໃນການຮ່ວມລົງທຶນກັບທາງການ ຈີນ ໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ເຖິງແມ່ນວ່າໂຄງການຈະຕ້ອງນຳໃຊ້ເງິນທຶນລວມເຖິງ 6,000 ລ້ານໂດລາກໍຕາມ ແຕ່ດ້ວຍການຊ່ວຍເຫຼືອຂອງລັດຖະບານ ຈີນ ຈຶ່ງເຮັດໃຫ້ລັດຖະບານ ລາວ ມີພາລະໜີ້ສິນຕໍ່ລັດຖະບານ ຈີນ ພຽງແຕ່ 480 ລ້ານໂດລາເທົ່ານັ້ນ ແລະ ຄ່າຊົດເຊີຍຕ່າງໆກໍລວມຢູ່ໃນມູນຄ່າການລົງທຶນລວມດັ່ງກ່າວດ້ວຍ.

  ທາງດ້ານອົງການແມ່ນໍ້າສາກົນ (International Rivers) ລາຍງານວ່າປະຊາຊົນ ລາວຖືກກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ ຍັງບໍ່ທັນໄດ້ຮັບການຊົດເຊີຍຈາກກຸ່ມຜູ້ລົງທຶນຈາກ ຈີນ ເລີຍໂດຍການສຳຫຼວດພົບວ່າ ມີປະຊາຊົນ ລາວ 2,000 ກວ່າຄອບຄົວ ຫຼື 10,000 ກວ່າຄົນໃນ 89 ບ້ານໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນນໍ້າອູທັງ 7 ໂຄງການທັງໃນແຂວງ ຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ. ສ່ວນບໍລິສັດ Power China ກໍຢືນຢັນວ່າ ໄດ້ຈ່າຍຄ່າຊົດເຊີຍທີ່ດິນ ແລະ ສິ່ງປູກສ້າງໃຫ້ກັບປະຊາຊົນ ລາວ ທີ່ຖືກກະທົບຈາກໂຄງການເຂື່ອນນໍ້າອູ 2, 5 ແລະ 6 ໄປແລ້ວ ຈຶ່ງຍັງເຫຼືອອີກ 4 ໂຄງການ ກໍຄືເຂື່ອນໄຟຟ້ານໍ້າອູ 1, 3, 4 ແລະ 7 ທີ່ຈະຕ້ອງຈ່າຍຄ່າຊົດເຊີຍທັງໝົດໃນປີ 2017 ນີ້.

etfhtyu

                                                                                                                                                                                                    [ແຫຼ່ງຂ່າວຈາກ: VOA(Voice of America)]

                                                                                                                                                                    [ຮຽບຮຽງໂດຍ: ຂະແໜງຂ່າວສານ, ສູນສະຖິຕິ ແລະ ຂໍ້ມູນຂ່າວສານ]