ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສົ່ງຜົນ ກະທົບຕໍ່ 4,411 ຄອບຄົວ ໃນ 5 ແຂວງ
By theu vaenvongsod On 28 Aug, 2017 At 02:50 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

   xdfe

   ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສົ່ງຜົນກະທົບຕໍ່ປະຊາຊົນລາວ 4,411 ຄອບຄົວໃນ 13 ເມືອງຂອງ 5 ແຂວງ ໂດຍທາງການລາວ ແລະ ຈີນ ຈະຊົດເຊີຍຄວາມເສຍຫາໃຫ້ຕາມສະພາບຕົວຈິງ.

   ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຢືນຢັນວ່າ ການສຳຫຼວດ ກ່ຽວກັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນດໍາເນີນການສຳເລັດແລ້ວ ໃນຂະນະນີ້ ຊຶ່ງກໍປະກົດວ່າ ມີປະຊາຊົນທີ່ຈະໄດ້ຮັບຜົນກະທົບ ຈຳນວນ 4,411 ຄອບຄົວ ໃນເຂດ 13 ເມືອງໃນແຂວງຫລວງນ້ຳທາ,ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະ ນະຄອນຫລວງວຽງຈັນ ໂດຍມີທີ່ດິນທີ່ຖືກກະທົບ 3,832 ເຮັກຕາ ສິ່ງປຸກສ້າງ 3,346 ຫລັງ ຕົ້ນໄມ້ຊະນິດຕ່າງໆ ເກືອບ 5 ແສນຕົ້ນ ແລະ ເປັນໄມ້ກິນໝາກ ຫຼາຍກວ່າ 4 ແສນຕົ້ນ.

eidfd

   ທ່ານ ລັດຕະນະມະນີ ບອກວ່າ ການຊົດເຊີຍຄ່າທີ່ດິນສະເພາະໃນເຂດ ແຂວງຫລວງນ້ຳທາ, ອຸດົມໄຊ ແລະ ຫລວງພະບາງ ນັ້ນ ໄດ້ແບ່ງເປັນດິນນາ ໃນຕົວເມືອງທີ່ຕິດຖະໜົນສາຍເອກ ຕິດທາງຊອຍ ແລະ ດິນນາ ທີ່ບໍ່ມີເສັ້ນທາງນັ້ນ ຈະໄດ້ຄ່າຊົດເຊີຍ 11,000-80,000 ກີບຕໍ່ຕາແມັດ ສ່ວນທີ່ດິນທີ່ຢູ່ເຂດຊານເມືອງທີ່ຕິດທາງຫລວງແຫ່ງຊາດ ຕິດທາງຫລວງແຂວງ ແລະ ດິນທີ່ບໍ່ມີເສັ້ນທາງ ກໍຈະໄດ້ຮັບຄ່າຊົດເຊີຍ 16,000-40,000 ກີບຕໍ່ຕາແມັດ ດິນໃນເຂດຊົນນະບົດທີ່ຕິດທາງ ແລະ ບໍ່ຕິດທາງ ກໍຈະໄດ້ຮັບຄ່າຊົດເຊີຍ 11,000-15,000 ກີບຕໍ່ຕາແມັດ.

   ສ່ວນໃນເຂດແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ ນັ້ນ ດິນນາໃນຕົວເມືອງທີ່ຕິດຖະໜົນສາຍເອກ ຕິດທາງຊອຍ ແລະ ດິນບໍ່ມີເສັ້ນທາງ ຈະໄດ້ຄ່າຊົດເຊີຍ 20,000-30,000 ກີບຕໍ່ຕາແມັດ ດິນຢູ່ຊານເມືອງທີ່ຕິດທາງຫລວງແຫ່ງຊາດ ຕິດທາງຫລວງແຂວງ ແລະ ດິນບໍ່ມີເສັ້ນທາງ ຈະໄດ້ຄ່າຊົດເຊີຍ 15,000-25,000 ກີບຕໍ່ຕາແມັດ ສ່ວນດິນໃນເຂດເມືອງ ໄຊທານີ ຈະໄດ້ຄ່າຊົດເຊີຍ 55,000-107,000 ກີບ ຕໍ່ຕາແມັດ ແລະ 50,000-137,000 ກີບ ຕໍ່ຕາແມັດ ສຳລັບດິນນາໃນເຂດເມືອງນາຊາຍທອງ.

   ນອກຈາກນີ້ ກໍໄດ້ກຳນົດຄ່າຊົດເຊີຍ ສຳລັບດິນສວນ ດິນປູກສ້າງ ແລະ ສິ່ງປຸກສ້າງທີ່ລວມເຖິງເຮືອນຢູ່ອາໄສດ້ວຍນັ້ນ ຊຶ່ງຈະຊົດເຊີຍຕາມສະພາບຕົວຈິງ ຫຼື ລາຄາໃນການກໍ່
ສ້າງທີ່ເປັນຈິງ ໃນແຕ່ລະລາຍການເປັນສຳຄັນ ແລະ ທາງການລາວ ຍັງຈະຮັບຜິດຊອບໃນການຈັດສັນທີ່ຢູ່ອາໄສໃໝ່ ໃຫ້ກັບປະຊາຊົນທີ່ບໍ່ຢາກຈະສ້າງເຮືອນໃໝ່ອີກດ້ວຍ;
   ດັ່ງທີ່ ທ່ານ ລັດຕະນະມະນີ ໄດ້ຢືນຢັນວ່າ:ໃນການທົດແທນແມ່ນຕ້ອງອີງໃສ່ລາຄາຕົວຈິງນັ້ນ ຄັນວ່າຖືກເຮືອນນີ້ ຢາກໃຫ້ເຮົາປຸກໃຫ້ບໍ່ ຫຼືວ່າ ຊິເອົາເງິນໄປປຸກເອງ ອັນນີ້ແມ່ນຫລັກການທີ່ວ່າ ພວກເຮົາວາງອອກຄືແນວນັ້ນ ຕ້ອງຖາມປະຊາຊົນ ຖ້າວ່າເຂົາເຈົ້າວ່າຢູ່ເຮືອນລວມ ກໍ່ຈັດເຮືອນລວມໃຫ້ ຫຼືວ່າ ບາງຄົນຢາກປຸກເອງ ເພາະເຮົາຈ່າຍທົດແທນ ກະຢ່າງນ້ອຍກະຊ່ຳເກົ່າຂອງເຂົາເຈົ້າເດ້ ສົມມຸດວ່າ ຫລັງຄານີ້ 500 ລ້ານ ແຕ່ວ່າຜູ້ມີເງິນແນ່ກໍຢາກປຸກເປັນຫລັງຄາມູນຄ່າ 700 ລ້ານ ກະໂອເຄ້ ອອກແບບ 700 ລ້ານ ແຕ່ວ່າເງິນເຮົາໃຊ້ໂຄງການນີ້ ເຮົາກະໃຊ້ 500 ລ້ານ ເຮືອນໃດທີ່ຖືກກະທົບ ບໍ່ມີບ່ອນຢູ່ເຮົາກະບໍ່ຟ້າວແຕະຕ້ອງ ຈົນວ່າມີເຮືອນເຂົ້າໄປຢູ່ ແລ້ວຈຶ່ງມາມ້າງເຮືອນຕົວເກົ່ານີ້.

   ໂດຍການເຈລະຈາ ກ່ຽວກັບການຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນລາວ ທີ່ຖືກກະທົບນັ້ນ ສາມາດຕົກລົງໃນຫລັກການຮ່ວມກັນໄດ້ແລ້ວ ຈຶ່ງຍັງເຫລືອພຽງການປະເມີນຄ່າຊົດເຊີຍ ແລະ ນັດໝາຍການຊຳລະຄ່າຊົດເຊີຍ ໃຫ້ກັບປະຊາຊົນແຕ່ລະລາຍ ຢ່າງຄົບຖ້ວນເທົ່ານັ້ນ ໂດຍໃນຂັ້ນຕອນດັ່ງກ່າວນີ້ ລັດຖະບານລາວ ໄດ້ມອບໝາຍໃຫ້ອຳນາດການປົກຄອງຂອງແຂວງທີ່ຖືກກະທົບນັ້ນ ເປັນຜູ້ຮັບຜິດຊອບໃນການພົວພັນກັບປະຊາຊົນ ທີ່ຖືກກະທົບຕໍ່ໄປ ທັງນີ້ ລັດຖະບານລາວ ກູ້ຢືມເງິນທຶນຈາກທະນາຄານການຄ້າຂາອອກ-ຂາເຂົ້າ ຂອງຈີນ ໃນມູນຄ່າ 480 ລ້ານໂດລາ ເພື່ອຮ່ວມລົງທຶນໃນໂຄງການທີ່ມີມູນຄ່າເຖິງ 6,000 ລ້ານໂດລາ.

   ແຕ່ຢ່າງໃດກໍຕາມ ສຳລັບປະຊາຊົນລາວ ໃນເຂດນະຄອນຫລວງວຽງຈັນ ທີ່ຖືກກະທົບຈາກໂຄງການນີ້ ກໍຢືນຢັນວ່າ ຄ່າຊົດເຊີຍທີ່ດິນທີ່ພວກເຂົາເຈົ້າ ຈະໄດ້ຮັບນັ້ນ ຕ່ຳກວ່າຄວາມເປັນຈິງ ເພາະດິນປຸກສ້າງໃນເຂດທີ່ຖືກກະທົບນັ້ນ ມີລາຄາຊື້-ຂາຍທີ່ລະດັບສະເລ່ຍເຖິງ 6​ ລ້ານກີບຕໍ່ຕາແມັດ ໃນປັດຈຸບັນນີ້.

                                                                                                                                                                                                             [ແຫລ່ງຂ່າວຈາກ: VOA(Voice of America]

                                                                                                                                                                    [ຮຽບຮຽງໂດຍ: ຂະແໜງຂ່າວສານ, ສູນສະຖິຕິ ແລະ ຂໍ້ມູນຂ່າວສານ]