ກອງປະຊຸມພົບປະລະຫວ່າງຜູ້ປະກອບການ ແລະ ທະນາຄານຂອງໂຄງການສ້າງຄວາມເຂັ້ມແຂງ ໃນການເຂົ້າຫາແຫລ່ງທຶນ ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ແຂວງຄຳມ່ວນ
By theu vaenvongsod On 21 Aug, 2017 At 07:41 AM | Categorized As ຂ່າວພາຍໃນ | With 0 Comments

DSC_2727

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2017 ຜ່ານມາ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການ ຄ້າແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ,  ທ່ານ ແສງພະຈັນ ສີມັງຂະລາ ຫົວໜ້າພະ​ແນ​ກຄົ້ນຄວ້າ​ນະ​ໂຍບາຍ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ມີບັນດາທ່ານທີ່ປຶກສາໂຄງການ, ບໍລິສັດທີ່ປຶກສາທາງດ້ານທຸລະກິດ ຕະຫລອດຮອດຕາງໜ້າທະນາຄານຈາກ 8 ສາຂາ ແລະ ຜູ້ປະກອບການທຸລະກິດ ພາຍໃນແຂວງເຂົ້າຮ່ວມ.

DSC_2733

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການພົບປະແລກປ່ຽນຂໍ້ມູນຄວາມຕ້ອງການ ແລະ ການສະໜອງ ການບໍລິການດ້ານການເງິນ ລະຫວ່າງ ຜູ້ປະກອບການ ແລະ ທະນາຄານ ເປັນຕົ້ນແມ່ນການຮັບຮູ້ສະພາບຄວາມຕ້ອງການ ໃນການກູ້ຢືມຂອງຜູ້ປະກອບການ,  ການເຂົ້າໃຈເຖິງຜະລິດຕະພັນການບໍລິການ ແລະ ໂຄງສ້າງຕົ້ນທຶນ

( ດອກເບ້ຍ ) ຂອງທະນາຄານ, ພ້ອມທັງປຶກສາຫາລື ຂໍ້ຫຍຸ້ງຍາກກ່ຽວກັບອຸປະສັກບາງດ້ານໃນການເຂົ້າຫາແຫລ່ງທຶນ ແລະ ວາງແຜນ ແກ້ໄຂ – ຕິດຕາມ ຮ່ວມກັນ ເຊິ່ງເປົ້າໝາຍຫລັກຂອງໂຄງການແມ່ນເພື່ອຊ່ວຍເຫລືອດ້ານວິຊາການ ໃນການສ້າງຄວາມ ເຂັ້ມແຂງໃຫ້ແກ່ບັນດາຫົວໜ່ວຍ ວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອເຮັດໃຫ້ສາມາດເຂົ້າຫາແຫລ່ງ ທຶນ ເພື່ອນຳມາພັດທະນາທຸລະກິດຂອງຕົນ ແລະ ເພື່ອຊ່ວຍໃຫ້ຜູ້ສະໜອງການບໍລິການດ້ານການເງິນ ( ທະນາຄານ ) ສາມາດສະໜອງຜະລິດຕະພັນ ແລະ ການບໍລິການໃຫ້ມີຄວາມເໝາະສົມກັບຄວາມຕ້ອງການຂອງລູກຄ້າ. ປະຈຸບັນແຂວງ ຄຳມ່ວນມີຫົວໜ່ວຍຜູ້ປະກອບກິດຈະການ ຂະໜາດນ້ອຍ ແລະ ກາງ ທັງໝົດ 5,177 ຫົວໜ່ວຍ, ໃນນີ້ປະກອບມີຂະແໜງການຄ້າ 2,407 ຫົວໜ່ວຍ, ຂະແໜງບໍລິການ 1,806 ຫົວໜ່ວຍ, ຂະແໜງອຸດສາຫະກຳ 876 ຫົວໜ່ວຍ  ແລະ ຂະແໜງກະສິກຳ 88 ຫົວໜ່ວຍ.

DSC_2746

ຂ່າວ : ມະນີວັນ

                                                                                                                                                                                                                        [ຮຽບ​ຮຽງ​ໂດຍ: ຂະ​ແໜງ​ຂ່າວສານ]