ກອງປະຊຸມສຳມະນາວິທະຍາສາດ ແລະ ພົບປະທຸລະກິດ ລາວ-ຫວຽດນາມ ປະຈຳປີ 2017 ທີ່ສູນການຄ້າ ລາວ-ໄອເຕັກ
By theu vaenvongsod On 3 Jul, 2017 At 08:31 AM | Categorized As ຂ່າວສຳຄັນ | With 0 Comments

ທີ່ສູນການຄ້າລາວ-ໄອເຕັກ ເວລາ 8:30 ຂອງວັນທີ 30 ມິຖຸນາ 2017 ໄດ້ເປີດກອງປະຊຸມສໍາມະນາວິທະຍາສາດ ແລະ ພົບປະທຸລະກິດ ລາວ-ຫວຽດນາມ ປະຈໍາປີ 2017 ໂດຍການເປັນປະທານ ຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຫົວຫນ້າກົມ, ຮອງກົມ, ວິຊາ​ການ ແລະ ມີບັນດານັກທຸລະກິດຈາກ ລາວ ແລະ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມ.

ທ່ານ ປະທານໄດ້ກ່າວ​ເນັ້ນໜັກໃນກອງປະຊຸມ ກ່ຽວກັບການເຜີຍແຜ່ລະບຽບການ ໂດຍສະເພາະແມ່ນແນໃສ່ການຊຸກຍູ້ສົ່ງເສີມເຮັດໃຫ້ການຄ້າ ການລົງທຶນ ຂອງສອງປະເທດໄດ້ມີການຂະຫຍາຍຕົວ ແລະ ເຕີບໂຕເປັນກ້າວໆ, ກອງປະຊຸມໃນຄັ້ງນີ້ເປັນເວທີແລກປ່ຽນຄໍາຄິດຄໍາເຫັນ ໂດຍສະເພາະສັນຍາການຄ້າສອງຝ່າຍ ໃນການອໍານວຍຄວາມສະດວກສົ່ງເສີມດ້ານການຄ້າເປັນຕົ້ນ: ການທົບທວນຄືນເນື້ອໃນສັນຍາການຄ້າສອງຝ່າຍ ແລະ ສິດທິພິເສດລາວ ໄດ້ຮັບຈາກສັນຍາການຄ້າຊາຍເເດນ ລະຫວ່າງລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ; ການຈັດຕັ້ງປະຕິບັດການນໍາເຂົ້າ ແລະ ສົ່ງອອກສິນຄ້າໃນຂອບເຂດສັນຍາການຄ້າສອງຝ່າຍ ແລະ ທິດທາງໃນການຈັດຕັ້ງປະຕິບັດສັນຍາການຄ້າຊາຍແດນ ລາວ-ຫວຽດນາມ; ການຈັດຕັ້ງວຽກງານການກັກກັນພືດ ໃນຂອບເຂດສັນຍາການຄ້າຊາຍແດນ ແລະ ການຄ້າສອງຝ່າຍ ລາວ- ຫວຽດນາມ; ການຈັດຕັ້ງປະຕິບັດວຽກງານການກັກກັນສັດ ໃນຂອບສັນຍາການຄ້າຊາຍແດນ ແລະ ການຄ້າ ສອງຝ່າຍ ລາວ-ຫວຽດນາມໃນການຮ່ວມມືລາວ ແລະ ຫວຽດນາມ ດ້ານອາຫານ ແລະ ຢາ.

IMG-20170630-WA0017

ນອກນີ້ທ່ານສົມຈິດ ອິນທະມິດ ຍັງໄດ້ກ່າວຕື່ມອີກວ່າ: ຕົວເລກການຄ້າສອງຝ່າຍໃນສົກປີ 2013-2014 ມີ 1,2 ຕື້ໂດລາສະຫະລັດ ເຊິ່ງຕາມຄາດຫມາຍສູ້ຊົນແມ່ນໃຫ້ບັນລຸ 2 ຕື້ໂດລາສະຫະລັດ ໃນປີ 2015 ແຕ່ປະຕິບັດຕົວຈິງໄດ້ພຽງ1,3 ຕື້ໂດລາສະຫະລັດ ແລະ ປີ 2016 ມູນຄ່າການຄ້າຂອງສອງປະເທດມີພຽງ 354 ລ້ານໂດລາສະຫະລັດ ໃນນັ້ນ ສປປ ລາວ ສົ່ງອອກໄປຫວຽດນາມມີ 345 ລ້ານໂດລາສະຫະລັດ ແລະ ຫວຽດນາມສົ່ງມາລາວ 478 ລ້ານໂດລາສະຫະລັດ ສໍາລັບຕົວເລກມູນຄ່າການຄ້າລະຫວ່າງສອງປະເທດແມ່ນບໍ່ໂດດເດັ່ນ ຖ້າທຽບໃສ່ກັບການຮ່ວມມືແບບພິເສດ ຂອງສອງລັດຖະບານທີ່ໄດ້ມີການຮ່ວມມືລະດັບການນໍາຂັ້ນສູງ ຈົນລົງມາຮອດການນໍາແຕ່ລະຂັ້ນ. ໃນປັດຈຸບັນທຸລະກິດຕ່າງປະເທດທີ່ມາລົງທຶນຢູ່ໃນ ສປປ ລາວ ອັນດັບຫນຶ່ງ ແມ່ນ ສປ ຈີນ ມູນຄ່າການລົງທຶນ 2,6 ຕື້ໂດລາສະຫະລັດ, ສ່ວນ ສສ ຫວຽດນາມ ຈັດຢູ່ອັນດັບທີສາມ ມີມູນຄ່າການລົງທຶນ 2,1 ຕື້ໂດລາສະຫະລັດ.

IMG-20170630-WA0015

IMG-20170630-WA0020

                                                                                                                                                                                                                     [ພາບ ແລະ ຂ່າວໂດຍ: ຂະແໜງຂ່າວສານ]