ພາກລັດ ແລະ ພາກເອກະຊົນ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ພ້ອມກັນປຶກສາຫາລື ບັນດາບູລິມະສິດສຳລັບໄລຍະກາງ ໃນການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ
By theu vaenvongsod On 30 Jun, 2017 At 08:30 AM | Categorized As ຂ່າວສຳຄັນ | With 0 Comments

ພາກ​ລັດ ແລະ ພາກເອກະຊົນ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ພ້ອມກັນປຶກສາຫາລື ບັນດາບູລິມະສິດສຳລັບໄລຍະກາງ ໃນການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ພ້ອມທັງຍົກໃຫ້ເຫັນ ບັນຫາທີເປັນຊ່ອງວ່າງ ແລະ ສົ່ງຜົນກະທົບຕໍ່ກັບຄວາມອາດສາມາດໃນການແຂ່ງຂັນຂອງ​ທຸ​ລະ​ກິດ ແລະ ຊອກຫາຊ່ອງທາງໃນການເພີ່ມກາລະໂອກາດແກ່ການເຊື່ອມໂຍງເສດຖະກິດໃນພາກພື້ນ

  ນະຄອນຫຼວງວຽງຈັນ, ວັນທີ 28 ມິຖຸນາ 2017, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ງານ​ຂະ​ແໜງກ​ານ​ຄ້າ ແລະ ພາກ​ເອ​ກະ​ຊົນ (TPSWG) ຄັ້ງ​ທີ 11 ​ຂຶ້ນທີ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ, ນະ​ຄອນ​ຫຼວງວຽງ​ຈັນ. ເຊິ່ງເປັນ​ກອງ​ປະ​ຊຸມ​ກາງ​ສະ​ໄໝ ເພື່ອປຶກ​ສາ​ຫາ​ລື​ທາງດ້ານນະ​ໂຍ​ບາຍ ລະ​ຫວ່າງ ​ພາກ​ລັດ​ຖະ​ບານ ແລະ ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ ໂດຍ​ການເປັນ​ປະ​ທານ​ຂອງ ​ທ່ານ ນາງ ເຂັມ​ມະ​ນີ ພົນ​ເສ​ນາ ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຮ່ວມ​ກັບ ​ທ່ານ Leo Faber ເອກ​ອັກ​ຄະ​ລັດ​ຖະ​ທູດ EU ແລະ ​ທ່ານ Michael Grau, ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢຍ​ລະ​ມັນ ປະ​ຈຳ ສ​ປ​ປ ລາວ ພ້ອມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຈຳ​ນວນ 100 ກວ່າ​ທ່ານ ທີ່​ເປັນ​ຕົວ​ແທນຈາກບັນ​ດາ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ, ຄູ່​ຮ່ວມ​ພັດ​ທະ​ນາ ແລະ ຈາກພາກ​ເອ​ກະ​ຊົນ.

​  ກອງ​ປະ​ຊຸມໄດ້​ພ້ອມ​ກັນ​ປຶກ​ສາ​ຫາ​ລື ບັນ​ດາວຽກ​ງານ​ທີ່​ເປັນ​ແຜນ​ບູ​ລິ​ມະ​ສິດໄລ​ຍະ​ກາງ ສຳ​ລັບ​ການ​ພັດ​ທະ​ນາ ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ ໃນ ສ​ປ​ປ ລາວ ແລະ ໄດ້​ວາງ​ແຜນໃນ​ການ​ໃຫ້​ການ​ສະ​ໜັບ​ສະໜູນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ ແຜນບູ​ລິ​ມະ​ສິດ ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ຄ້າ ​ຂອງ​ປະ​ເທດ​ເຮົານຳ​ອີກ ລວມ​ທັງບັນ​ດາ​ບັນ​ຫາ​ ທີ່​ເປັນ​ບັນ​ຫາສະ​ເພາະ​ໃນ​ວົງ​ກ້​ວາງ ທີ່​ສົ່ງ​ຜົນ​ກະ​ທົບຕໍ່​ກັບ​ຄວາມ​ອາດ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ ຂອງ​ພາກ​ເອ​ກະ​ຊົນ​ຂອງ​ພວກ​ເຮົາ ແລະ ​ພ້ອມ​ກັນຫາ​ວິ​ທີ​ວ່າ​ຈະ​ສ້າງ​ກາ​ລະ​ໂອ​ກາດທີ່​ເກີດ​ຂຶ້ນ​ໃຫ້​ໄດ້ຫຼາຍ​ທີ່​ສຸດ​ໄດ້​ຈັ່ງ​ໃດ? ​ຈາກ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​​ເສດ​ຖະ​ກິດກັບ​ພາກ​ພື້ນ ດ້ວຍ​ການ​ນຳ​ສະ​ເໜີ ບົດ​ຄົ້ນ​ຄ້​ວາ​ຈຳ​ນວນ​ສອງ​ບົດຕໍ່​ກອງ​ປະ​ຊຸມ ເຊິ່ງລວມ​ມີ: ​ບົດ​ທີໜຶ່ງ ແມ່ນ ບົດ​ສຶກ​ສາ​ກ່ຽວ​ກັບ ຜົນ​ກະ​ທົບ​ຈາກ​ນະ​ໂຍ​ບາຍ ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຕາມ​ຊາຍ​ແດນ​ຂອງ​ໄທ ຕໍ່​ກັບ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ໃນ​ລາວ ເຊິ່ງນຳ​ສະ​ເໜີ​ໂດຍ ທີ​ມ​ງານ​ຄົ້ນ​ຄ​ວ້າ​ພາຍ​ໃນ​ປະ​ເທດ ແລະ ບົດ​ທີ​ສອງ ແມ່ນ ​ບົດສຶກ​ສາ​ຜົນ​ການ​ສຳ​ຫຼວດ​ວິ​ສາ​ຫະ​ກິດ​ຂອງ​ທະ​ນາ​ຄານ​ໂລກ ກ່ຽວ​ກັບ​ຜະ​ລິດ​ຕະ​ພາບ ແລະ ​ທັດ​ສະ​ນະຂອງວິ​ສາ​ຫະ​ກິດ ຕໍ່​ບັນ​ດາ​ສິ່ງ​ກີດ​ຂວາງ​ບັນ​ຍາ​ກາດ​ການ​ລົງ​ທຶນສະ​ບັບ​ຫຼ້າ​ສຸດ.

ໃນ​ບົດ​ກ່າວ​ເປີດ​ ຂອງ​ທ່ານ ນາງ ເຂັມ​ມະ​ນີ ພົນ​ເສ​ນາ ທ່ານ​ໄດ້​ກ່າວ​ວ່າ “ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຄັ້ງ​ທີ8 ຂອງ​ປະ​ເທດ​ເຮົາ, ຍຸດ​ທະ​ສາດ​ດ້ານການ​ພັດ​ທະ​ນາ​ແຫ່ງ​ຊາດ ຮອດ​ປີ 2025 ແລະ ​ວິ​ໄສ​ທັດ ຮອດ​ປີ 2030 ໄດ້​ເນັ້ນ​ໃຫ້​ເຫັນບົດ​ບາດ​ຄວາມ​ສຳ​ຄັນ ​ຂອງ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ ໃນ​ການ​ສ້າງວຽກ​ເຮັດ​ງາ​ນ​ທຳ ແລະ ຊ່ວຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ​ພ້ອມ​ກັນ​ນັ້ນ, ຍຸດ​ທະ​ສາດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ພວກ​ເຮົາ ກໍ​ຍັງ​ໄດ້​ເວົ້າ​ເຖິງ​ການ​ພັດ​ທະ​ນາ​ພາກ​ເອ​ກະ​ຊົນ ນຳ​ອີກ ເຊິ່ງລວມ​ມີ ການ​ສົ່ງ​ເສີມທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ​ປຽບ​ເໝືອນ​ຫົວ​ຈັກ​ຂັບ​ເຄື່ອນ ສຳ​ລັບຄວາມ​ຍືນ​ຍົງ ແລະ ​ການເຕີບ​ໂຕ​ໂດຍ​ລວມ”. ນອກນັ້ນ ທ່ານ​ຍັງ​ໄດ້​ກ່າວ​ຢ້ຳ​ອີກວ່າ “ໜຶ່ງ​ໃນ​ບົດ​ຮຽນ​ຫຼັກໆ ທີ່ພວກ​ເຮົາ​ສາ​ມາ​ດຖອດ​ຖອນ​ມາ​ໄດ້ ​ຕະ​ຫຼອດ​ສອງ​ສາມ​ປີ​​ຜ່ານ​ມາ ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ຕະ​ຫຼາດ ໃນ​ປະ​ເທ​ດ​ເຮົາ ກໍ່​ແມ່ນທຸກ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ປະ​ເທດ​ເຮົາ ລ້ວນ​ແລ້ວ​ແຕ່ແມ່ນ​​ທຸ​ລະ​ກິດ​ທີ່ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ແລະ ບໍ​ລິ​ຫານ​ໂດຍ​ບັນ​ດາ​ຜູ້​ປະ​ກອບ​ການເອງ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຫຼັກ​ຈາກ​ພາກ​ລັດ ​ຈະມີ​ໜ້າ​ທີ່​ພຽງ​ແຕ່​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກແກ່​ການ​ສ້າງ​ຕັ້ງ ແລະ ດຳ​ເນີນ​ງານ​ຂອງ​ທຸ​ລະ​ກິດເທົ່າ​ນັ້ນ. ສະ​ນັ້ນ, ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ທີ່​ຈາກ​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ, ພວກ​ເຮົາ​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສູງ ໃນ​ການ​ສ້າງ​ນະ​ໂຍ​ບາຍ ແລະ ແຜນ​ວຽກແກ່​ພາກ​ລັດ ເພື່ອ​ຊ່ວຍ​​ໃຫ້ພວກ​ເຮົາ ໄດ້​ມີ​ຄວາມ​ເຂົ້າ​ໃຈ​​ບັນ​ດາ​ອຸ​ປະ​ສັກຢ່າງ​ເລິກ​ເຊິ່ງ ຕໍ່​ກັບ​ການ​ດຳ​ເນີນ​ງານ​ຂອງ​ພາກ​ທຸ​ລະ​ກິດ ແລະ ບັນ​ດາ​ປັດ​ໃຈ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ກັບ​ຄວາມ​ອາດ​ສາ​ມາດ​ແຂ່ງ​ຂັນ​ຂອງ​ເຂົາ​ເຈົ້າ”.

IMG_3160

ໃນ​ຕອນ​ທ້າຍ​ບົດ​ກ່າວ​ປິດ ຂອງ​ທ່ານລັດ​ຖະ​ມົນ​ຕີ ທ່ານ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​​ທ່ານ Michael Grau, ເຊິ່ງ​​ທ່ານຈະ​ໄດ້​ສຳ​ເລັດ​ວາ​ລະ​ຂອງ​ການ​ປະ​ຈຳ​ການ ໃນ ສ​ປ​ປ ລາວ ໃນ​ໄວໆ​ນີ້ ທີ່​​ທ່ານໄດ້ໃຫ້​ກຽດ​ເປັນ​ປະ​ທານ ໃຫ້​​ແກ່​ກອງ​ປະ​ຊຸມ ໜ່ວຍ​ງານ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ​ຕະ​ຫຼອດ​ໄລ​ຍະ​ເວ​ລາສາມ​ປີ​ທີ່​ຜ່ານ​ມາ ​ແລະ ອວຍ​ພອນໄຊ​ໃຫ້​ແກ່​ທ່ານ ຈົ່ງປະ​ສົບ​ຜົນ​ສຳ​ເລັດ​ໃນ​ອາ​ນະ​ຄົດ. ສຸດ​ທ້າຍ, ທ່ານ ນາງ ເຂັມ​ມະ​ນີ ພົນ​ເສ​ນາ ​ກໍ່ໄດ້​ກ່າວ​ປິດກອງ​ປະ​ຊຸມ ດ້ວຍ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ຕໍ່​ກັບ​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ​ທຸກ​ພາກ​ສ່ວນ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນແກ່​ວາ​ລະການ​ພັດ​ທະ​ນາ​ ຂອງ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ​ໃນ​ລາວ ແລະ ຮຽກ​ຮ້ອງ​ມາ​ຍັງ​ທຸກ​ພາກ​ສ່ວນ ຈົ່ງ​ໄດ້​ພ້ອມ​ກັນ​ລົງ​ມື​ປະ​ຕິ​ບັດ​ຢ່າງ​ຈິງ​ຈັງ ເພື່ອ​ສົ່ງ​ເສີມ​ຄວາມ​ອາດ​ສາ​ມາດ ໃຫ້​ກັບ​ບັນ​ດາ​ຜູ້​ປະ​ກອບ​ການ​ຂອງ​ລາວ ໂດຍ​ຜ່ານ​ການ​ຫຼຸດ​ຜ່ອນ​ບັນ​ດາ​ຄ່າ​ສີ້ນ​ເປືອງ​ທາງ​ດ້ານ​ການ​ຄ້າ, ນະ​ໂຍ​ບາຍ​ທີ່ບໍ່​ມີ​ຄວາມ​ແນ່ນອນ ແລະ ຄ່າ​ໃຊ້​ຈ່າຍ​ທີ່​ເປັນ​ທຳ​ຕາມ​ລະ​ບຽບ​ກົດ​ໝາຍ​ໃຫ້​ກັບ​ພາກ​ທຸ​ລະ​ກິດ.

IMG_3294

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກ ສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມ ໃນກອງປະຊຸມ ແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກເອ​ກະ​ຊົນ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນ ໃນ 10 ໜ່ວຍງານລວມມີ: ສາທາ; ສຶກສາ; ການປົກຄອງ; ເສດຖະກິດມະຫາພາກ; ໂຄງລ່າງພື້ນຖານ; ການຄວບຄຸມບັນຫາຢາເສບຕິດ; ລະເບີດບໍ່ທັນແຕກ; ກະສິກຳ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ.

IMG_3193

ຂໍ້ມູນເພີ່ມເຕີມກະລູນາຕິດຕໍ່:

ໜ່ວຍງານຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ, ກົມແຜນການ ແລະ ການຮ່ວມມື

ກະຊວງອຸດສາຫະກຳ ແລະ ການຄ້າ

ໂທ/ແຟ໋ກ: 021 453982, ອີເມລ: info@laosaft.org

ເວັບໄຊ: www.t4dlaos.org

IMG_3218IMG_3225IMG_3165