ພິທີພົບປະລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ລັດຖະມົນຕີກະຊວງພານິດໄທ
By phaikhame evilay On 1 Jun, 2017 At 12:11 PM | Categorized As ຂ່າວສຳຄັນ | With 0 Comments

  ຕອນບາ່ຍເວລາ 3: 00 ໂມງ ຂອງວັນທີ 24/05/2017 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງອຸດຫະກໍາ ແລະ ການຄ້າໄດ້ມີການພົບປະລະຫ່ວາງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ລັດຖະມົນຕີກະຊວງພານິດໄທ ການພົບປະຄັ້ງນີ້ແມ່ນການຄົ້ນຄ້ວາປຶກສາຫາລືການຫາທາງອອກຂອງສິນຄ້າ, ການຂາຍ, ການເພີ່ມ ຕະຫຼາດ ອຸດສາຫະກໍາ ແລະ ການກະສິກໍາ ເປີດຕາມຊາຍແດນລະຫ່ວາງລາວ ແລະ ໄທ ເພື່ອອໍານວຍຄວາມສະດວກການຄ້າຂາຍທັງສອງປະເທດ.

  ທັງສອງຝ່າຍໄດ້ປຶກສາຫາລືການນໍາເຂົ້າ-ສົ່ງອອກຊາຍແດນ, ດ່ານສາກົນ ດ່ານປະເພນີໃຫ້ມີຈຸດກະຈາຍສິນຄ້າເພີ່ມຂື້ນເພື່ອອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນທັງສອງຝ່າຍ ທໍາການຄ້າຂາຍຮ່ວມກັນຫຼາຍຂື້ນ, ນອກນັ້ນຍັງສະເໜີ ໃຫ້ກົມ SME,  ກົມອຸດສາຫະກໍາ ກະຊວງອຸດຫະກໍາ ແລະ ການຄ້າ ສປປ ລາວ ແລະ ກົມເຈລະການຄ້າ ກະຊວງພານິດໄທ ຄົ້ນຄ້ວາຮ່ວມກັນເພື່ອແກ້ໄຂຫາຊ່ອງທາງອອກສິນຄ້າທັງສອງປະເທດໃຫ້ໄດ້ແລກປ່ຽນສິນຄ້າ, ຄ້າຂາຍຮ່ວມກັນລະຫ່ວາງລາວ-ໄທ.

  ລາວສະເໜີຝ່າຍໄທ ຊຸກ​ຍູ້​ການ​ຜັນ​ຂະ​ຫ​ຍາຍ​ການ​ລົງ​ນາມ​ນະ​ໂຍ​ບາຍກະ​ສິ​ກຳແບບ​ມີ​ພັນ​ທະ​ສັນ​ຍາ, ຊຸກຍູ້​ນັກ​ລົງ​ທຶນ​ຂອງ​ໄທ (ລວມ​ເຖິງ​ຂະ​ໜາດ SME) ເພື່ອເຂົ້າມາ​ລົງ​ທຶນ​ ແລະ ຮ່ວມ​ທຸ​ລະ​ກິດ ໃນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ຈາກພືດ​​ກະ​ສິ​ກຳ ຢູ່ສ​ປ​ປ ລາວ, ຮ່ວມ​ກັນ​ສ້າງ​ກົນ​ໄກ​ປະ​ສານ​ງານແກ້​ໄຂ​ບັນ​ຫາ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ສະ​ເພາະລະ​ຫວ່າງສອງ​ກະ​ຊວງ ໃນ​ຂັ້ນ​ຫົວ​ໜ້າ​ຫ້ອງ​ການ,  ກົມ​ກ່ຽວ​ຂ້ອງ ເພື່ອ​ສົ່ງ​ເສີມ​ມູນ​ຄ່າ​ການ​ຄ້າສອງ​ຝ່າຍໃຫ້ຫຼາຍ​ຂຶ້ນ ແລະ ກ້າວ​ໄປ​ເຖິງ​ການ​ສ້າງ​ຖານ​ຜະ​ລິດ​ດຽວ Production Based Program ທີ່​ມີ​ການ​ຮ່ວມ​ລົງ​ທຶນຂອງ​ທຸ​ລະ​ກິດສ​ອງ​ຝ່າຍຢູ່​ລາວ.

  ເຂົ້າຮ່ວມພົບປະຝ່າຍລາວນໍາໂດຍ ທ່ານ ນ. ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ແລະ ຝ່າຍໄທນໍາໂດຍທາ່ນ ນ. ອະພິລະດີ ຕັນຕະກອນ ລັດຖະມົນຕີກະຊວງພານິດໄທ ແລະ ທ່ານ ອຸດຕົມ ສາວນາຍົນ ລັດຖະມົນຕີ ກະຊວງອຸດສາຫະກໍາໄທ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມປະມານ 20 ກ່ວາທ່ານ.

[ພາບ ແລະ ຂ່າວ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ]

18699036_1346816962100306_2080617295_o

18721389_1346816918766977_1354655917_o

18745275_1346817028766966_1616279578_o