ຄວາມຄືບຫນ້າຂອງກອງປະຊຸມ ຄະນະກໍາມະການປົກປ້ອງຜູ້ຊົມໃຊ້ ອາຊຽນ ຄັ້ງທີ 15 ແລະ ກອງປະຊຸມກ່ຽວຂ້ອງ
By phaikhame evilay On 31 May, 2017 At 09:04 AM | Categorized As ຂ່າວພາຍໃນ | With 0 Comments

  ໃນວັນທີ 16-19 ພຶດສະພາ 2017 ທີ່ຜ່ານມານີ້, ຢູ່ທີ່ໂຮງແຮມລາວພ່ຣາຊ້າ ນະຄອນຫຼວງວຽງຈັນ, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມຄະນະກຳມະການປົກຄອງຜູ້ຊົມໃຊ້ໃນອາຊຽນ ຄັ້ງທີ 15 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຂຶ້ນຢ່າງເປັນທາງການ, ກອງປະຊຸມກຳມະການປົກປ້ອງຜູ້ຊົມໃຊ້ໃນອາຊຽນໄດ້ຈັດຂຶ້ນປີລະ 02ຄັ້ງ ໂດຍມີການສັບປ່ຽນກັນເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມ.

  ນັບແຕ່ປີ 2008 ເປັນຕົ້ນມາ ແມ່ນໄດ້ຈັດຜ່ານມາແລ້ວ 14 ຄັ້ງ ແລະ ຄັ້ງທີ 15 ປີ 2017 ແມ່ນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ສ່ວນປະທານກອງປະຊຸມນີ້ແມ່ນປະເທດ ຟິລິບປີນ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີບັນດາຈຸດປະສານງານ ຫຼື ຜູ້ຕາງໜ້າຂອງ 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ ຈຳນວນ 29 ທ່ານ. ຕະຫຼອດໄລຍະ 04 ວັນ ກອງປະຊຸມໄດ້ຮ່ວມກັນຄົ້ນຄວ້າ, ປຶກ ສາຫາລືແຜນຍຸດທະສາດວຽກງານການປົກປ້ອງຜູ້ຊົມໃຊ້ອາຊຽນ, ດ້ານຄວາມຄືບໜ້າຂອງວຽກງານພັດທະ ນາລະບຽບກົດໝາຍການປົກປ້ອງຜູ້ຊົມໃຊ້ຂອງປະເທດສະມາຊິກອາຊຽນ, ສົນທະນາຮ່າງລະບຽບການລະ ດັບສູງກ່ຽວກັບການປົກປ້ອງຜູ້ຊົມໃຊ້, ການພັດທະນາບັນດາເຄື່ອງມື ແລະ ຄວາມອາດສາມາດດ້ານວິຊາການທີ່ນຳໃຊ້ລະບຽບປົກປ້ອງຜູ້ຊົມໃຊ້, ການພັດທະນາປຶ້ມຄູ່ມືກ່ຽວກັບກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມ ໃຊ້ອາຊຽນ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ, ການສະເໜີໂຄງການສົ່ງເສີມການພັດທະນາ ແລະ ການຈັດ ຕັ້ງປະຕິບັດນະໂຍບາຍຕ່າງໆ ເພື່ອການຊົມໃຊ້ແບບຍືນຍົງ ແລະ ອື່ນໆ.

  ວຽກງານການປົກປ້ອງຜູ້ຊົມໃຊ້ເປັນວຽກໜຶ່ງທີ່ມີຄວາມໝາຍສຳຄັນ ຊຶ່ງຫຼາຍໆປະເທດໃນໂລກໄດ້ໃຫ້ຄວາມສໍາຄັນຫລາຍ ແລະ ບັນດາປະເທດສະມາຊິກອາຊຽນແຕ່ລະປະເທດກໍ່ໄດ້ມີກົດຫມາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ຍົກເວັ້ນປະເທດລາຊາອານາຈັກກໍາປູເຈຍພວມຄົ້ນຄວ້າກົດຫມາຍດັ່ງກ່າວ ຄາດວ່າຈະສະເໜີຜ່ານສະພາແຫ່ງຊາດຮັບຮອງປະກາດໃຊ້ໃນໄວໆນີ້.

  ສປປ ລາວ ແຕ່ປີ 2010 ກໍ່ໄດ້ມີກົດຫມາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້, ຊຶ່ງໃນກົດຫມາຍດັ່ງ ກ່າວກໍ່ໄດ້ກໍານົດໃຫ້ແຕ່ລະຂະແໜງການ ແບ່ງຄວາມຮັບຜິດຊອບການຈັດຕັ້ງປະຕິບັດໄວ້ຢ່າງຊັດເຈນ ເປັນ ຕົ້ນແມ່ນຂະແໜງອຸດສາຫະກໍາ ແລະ ການຄ້າ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ວິທະຍາສາດເທັກໂນໂລຊີ ແລະ ອື່ນໆ.

  ກອງປະຊຸມຄະນະກໍາມະການປົກປ້ອງຜູ້ຊົມໃຊ້ອາຊຽນ ຄັ້ງທີ 16 ແມ່ນປະເທດສະຫະພາບມຽນມ້າ ຈະເປັນເຈົ້າພາບໃນທ້າຍປີ 2017 ຕໍ່ຈາກ ສປປ ລາວ. ຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມ Mr. Teodoro C. Pascua ຮອງເລຂາທິການກົມການຄ້າ ແລະ ອຸດສາຫະກຳ ຂອງປະເທດ ຟີລິບປີນ ໄດ້ຕາງໜ້າໃຫ້ຜູ້ເຂົ້າຮ່ວມກອງປະຊຸມກ່າວສະແດງ ຄວາມຂອບໃຈຢ່າງສູງມາຍັງລັດຖະບານຂອງ ສປປ ລາວ ກໍຄືກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ການກະ ກຽມສະຖານທີ່ຈັດກອງປະຊຸມໃນຄັ້ງນີ້ພ້ອມທັງບັນດາແຂກທີ່ເຂົ້າຮ່ວມ, ການປະກອບສ່ວນຂອງບັນດາປະເທດ ສະມາຊິກ ໂດຍສະເພາະແມ່ນກອງເລຂາອາຊຽນທີ່ໃຫ້ການຊ່ວຍເຫຼືອໃນການປະສານງານ ຊຸກຍູ້ກອງປະຊຸມໃນຄັ້ງນີ້ໃຫ້ປະສົບຜົນສຳເລັດ ແລະ ອວຍພອນໃຫ້ບັນດາຜູ້ແທນເດີນທາງກັບຄືນປະເທດຕົນດ້ວຍຄວາມສະຫວັດດີພາບ.

[ພາບ ແລະ ຂ່າວ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ]

18516505_1337775736337762_479385432_o

18575036_1337775746337761_27292824_o