ການຮ່ວມມືກະຊວງແຮກສ່ຽວລະຫວ່າງຄະນະບໍລິຫານງານ ຊປປລ ກະຊວງການເງິນ ແລະ ຄະນະບໍລິຫານງານ ຊປປລ ກະຊວງ ອຄ
By sonsathit rasavong On 10 May, 2017 At 04:55 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນວັນທີ 5 ພຶດສະພາ 2017 ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເຊັນບົດບັນທຶກຮ່ວມມືແຮກສ່ຽວ ລະຫວ່າງຄະນະບໍລິຫານງານ ຊປປລ (ຊາວ​ໜຸ່ມ ປະຊາຊົນ​ ປະຕິວັດ​ ລາວ) ກະຊວງການເງິນ ແລະ ຄະນະບໍລິຫານງານ ຊປປລ (ຊາວ​ໜຸ່ມ ປະຊາຊົນ​ ປະຕິວັດ​ ລາວ) ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ໄຊສົມເພັດ ນໍລະສິງຫ໌ ເລຂາ ຊປປລ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກຜູ້ມີກຽດຮ່ວມເປັນສັກຂີພະຍານ

ເພື່ອເປັນການປຸກລະດົມທຸກກໍາລັງແຮງຂອງຊາວຫນຸ່ມ ເຂົ້າໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃຫ້ສໍາເລັດຕາມຄາດຫມາຍ ເຮັດໃຫ້ການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມັກຄີອັນໜັກແໜ້ນຟົດຟື້ນປະຕິວັດ, ມີແບບແຜນວິທີເຮັດວຽກຢ່າງຖືກຕ້ອງມີຂະບວນການຟົດຟື້ນ ແລະ ມີປະສິດທິຜົນສູງ.

ຜ່ານການຕົກລົງເຫັນດີເປັນເອກະພາບກັນທັງ 2 ຄະນະບໍລິຫານງານ ຊປປລ ຫຼື ທັງ 2 ສ່ຽວໄດ້ຕົກລົງໃຫ້ຄຳໝັ້ນສັນຍາຈັບມືຖືແຂນກັນໃນການຮ່ວມມືກັນໃນໜ້າວຽກສຳຄັນດັ່ງນີ້:

ສອງສ່ຽວໄດ້ຕົກລົງຮ່ວມກັນຈັດກິດຈະກໍາເຄື່ອນໄຫວຂະບວນການກິລາຢ່າງໜ້ອຍ 2 ຄັ້ງ ຕໍ່ປີ, ສິນ ລະປະຢ່າງໜ້ອຍ 1 ຄັ້ງຕໍ່ປີ ເພື່ອເປັນການສ້າງມິດຕະພາບ ແລະ ຮັດແໜ້ນຄວາມສາມັກຄີ ລະຫວ່າງ 2 ກະຊວງ, ມີແລກປ່ຽນຈັດສຳມະນາ ເຊີນເຂົ້າຮ່ວມສຳມະນາພາຍໃນ ແລະ ຕ່າງປະເທດ, ຍົກລະດັບຄວາມອາດສາມາດຕາມຄວາມຮູ້ວິຊາສະເພາະ, ວິຊາການໃຫ້ແກ່ຊາວໜຸ່ມທັງສອງກະຊວງໃຫ້ມີຄວາມຮູ້, ຄວາມສາມາດ ທີ່ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຫນ້າວຽກຂອງຕົນ ແລະ ເງື່ອນໄຂການເຊື່ອມໂຍງກັບພາກພື້ນ ​ແລະ ສາກົນ.

ນອກນີ້ຄະນະຊາວໜຸ່ມ ຊປປລ ກະຊວງການເງິນຍັງຈະສະໜອງຂໍ້ມູນທີ່ເປັນອັນຈຳເປັນໃຫ້ແກ່ຄະນະຊາວໜຸ່ມ ຊປປລ ກະຊວງອຸດສາຫະກຳ ແລະ ການຄ້າ ຄື:

1)     ຂໍ້ມູນດ້ານນິຕິກຳທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງການເງິນ

2)    ຂໍ້ມູນດ້ານພາສີ ທີ່ກ່ຽວກັບການພັດທະນາ ອຸດສາຫະກຳ ແລະ ການຄ້າ ໂດຍສະເພາະແມ່ນວຽກງານນຳເຂົ້າ ແລະ ສົ່ງອອກສິນຄ້າ

3)    ຂໍ້ມູນດ້ານອາກອນ ທີ່ມີຜົນຕໍ່ການດຳເນີນດ້ານທຸລະກິດ

4)    ຂໍ້ມູນດ້ານລະບຽບການກ່ຽວກັບການເງິນ.

-    ຄະນະຊາວໜຸ່ມ ຊປປລ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຫນ້າທີ່ທີ່ຈະໄດ້ສະໜອງຂໍ້ມູນທີ່ຈຳເປັນ ໃຫ້ແກ່ຄະນະຊາວໜຸ່ມ ຊປປລ ກະຊວງການເງິນດັ່ງນີ້:

1)     ຊໍ້ມູນດ້ານນິຕິກຳທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງອຸດສາຫະກຳ ແລະ ການຄ້າ

2)    ຂໍ້ມູນທາງດ້ານການຄ້າເຂດພາກພື້ນ ແລະ ສາກົນ

3)    ຂໍ້ມູນດ້ານຕົວເລກສະຖິຕິ ການນໍາເຂົ້າ ແລະ ສົ່ງອອກ

4)    ຂໍ້ມູນດ້ານການຄຸ້ມຄອງລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ການດໍາລົງຊີວິດ

5)    ຂໍ້ມູນດ້ານການສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ

ຜ່ານການເຊັນບົດບັນທຶກຂອງຮອງເລຂາຄະນະບໍລິຫານງານ ຊປປລ  ທັງ 2 ກະຊວງ ໄດ້ມີປະທານກໍ່ຄືເລຂາ ຊປປລ ກະຊວງ ອຄ ຈະໄດ້ນຳເອົາເນື້ອໃນບົດບັນທຶກທີ່ໄດ້ເຊັນກັນສະເໜີຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດຈາກຄະນະປະຈຳພັກກະຊວງຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ຮັບຊາບ ພ້ອມທັງບັນທຶກທິດຊີ້ນຳທັງ 2 ຄະນະພັກໄວ້ເປັນບ່ອນອີງ ຫລັງຈາກນັ້ນຈະເຮັດບົດລາຍງານຄະນະພັກຂອງຕົນຮັບຊາບໃນທ້າຍປີຂອງທຸກໆປີ, ທີ່ສໍາຄັນການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ລະບຸໄວ້ແມ່ນອີງໃສ່ສະພາບ ແລະ ເງື່ອນໄຂຕົວຈິງທາງດ້ານງົບປະມານໃນແຕ່ລະປີ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າ​ວສານ

Edit01-Pic

Edit02_Pic