ພິທີທໍາລາຍເຄື່ອງໃນສັດ ທີ່ນໍາເຂົ້າໂດຍບໍ່ຖືກຕາມກົດໝາຍຂອງ ສປປ ລາວ
By sonsathit rasavong On 5 Apr, 2017 At 08:37 AM | Categorized As ຂ່າວພາຍໃນ | With 0 Comments

ຕອນ​ບ່າຍ ​ເວລາ 3: 00 ​ໂມງ ຂອງ​ວັນ​ທີ 29/03/2017 ​​ໂດຍໄດ້​ຮັບ​​ແຈ້ງຈາກ​ພົນລະ​ເມືອງ​ດີ​ ສະ​ນັ້ນ​ເຈົ້າ​ໜ້າ​ທີ່ກວດກາ​ການ​ຄ້າ​ຂອງກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ສົມທົບກັບ​ເຈົ້າ​ໜ້າ​ທີ່​ກວດກາການ​ຄ້າ​ນະຄອນຫຼວງ,​ເຈົ້າ​ໜ້າ​ທີ່ກວດກາການ​ຄ້າ​ເມືອງ​ໄຊ​ເສດ​ຖາ​ ​ແລະ ​ເຈົ້າໜ້າທີ່​ຂອງພາກສ່ວນ​ທີ່​ກ່ຽວຂ້ອງ​​ເຊັ່ນ​ກະຊວງ​ສາທາລະນະ​ສຸກ​ກົມ​ສັດຕະວະ​ແພດ,ກົມ​ອາຫານ ​ແລະ ຢາ, ​ ໄດ້​ພ້ອມ​ລົງ​ໄປ​ກວດກາ​ເຄື່ອງ​ໃນ​ສັດ​ທີ່​ນໍາ​ເຂົ້າ​ມາ​ຈາກ​ປະ​ເທດ​ຫວຽດນາມ​ບໍ່​ຖືກຕ້ອງ​ຕາມ​ລະບຽບກົດໝາຍ​​ບໍ່​ໄດ້​ຮັບ​ການ​ອະນຸຍາດ​ຈາກພາກລັດ, ຜ່ານ​ການກວດກາຈາກ​ເຈົ້າ​ໜ້າ​ທີ່​​ກວດກາ​ການ​ຄ້າ ​ແລະ ​ເຈົ້າໜ້າທີ່​ສາທາລະນະ​ສຸກເຄື່ອງ​ໃນ​ສັດ​ດັ່ງກ່າວບໍ່​ສາມາດ​ບໍລິ​ໂພ​ກ​ໄດ້ ​ຊຶ່ງມີ​ຈໍານວນ​ທັງ​ໝົດ: 360 Kg ຜູ້​ນໍາ​​ເຄື່ອງ​ໃນ​ສັດເຂົ້າ​ມາອອກ​ຊື່ ​ທ້າວເຈົາ ​ຄົນ​ສັນ​ຊາດ​ຫວຽດນາມ ​ທີ່ມາ​ຄ້າຂາຍ​ຢູ່​ລາວ ຮູບ​ແບບ​ການນໍາ​ເຂົ້າ​ມາ​ທາງ​ລົດ​ເມ​​ໂດຍສານ​ສາຍ​ລົດ​ເມສາ​ກົນດ່ານ​ແດນ​ສະຫວັນລາວ​ບາວ, ​ເຄື່ອງ​ດັ່ງກ່າວ​ນໍາ​ເຂົ້າ​ມາ​ຂາຍ​ໂດຍ​ບໍ່​ຖື​ກ ຕ້ອງຈິ່ງ​ໄດ້​ສົມທົບກັບຫຼາຍພາກສ່ວນ​​ນໍາ​ໄປ​ທໍາລາຍ​ຢູ່ຫຼັກ 24 ເມືອງ​ໄຊ​ທາ​ນີ ນະຄອນຫຼວງວຽງຈັນ.

ພິທີ​ທໍາລາຍ​​ເຄື່ອງ​ໃນ​ສັດ​ເປັນ​ປະທາ​ນ​ໂດຍ ທ່ານ ບຸນທຽນ ​ແກ້ວ​ສີພາ ຄະນະ​ພັກ​ກະຊວງ, ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ, ກະຊວງ​ອຸດສາ​ຫະກໍາ ​ແລະ ການ​ຄ້າ ​ແລະ  ​ເຈົ້າ​ໜ້າ​ທີ່ຂອງຫຼາຍພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ​.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າ​ວສານ]

17622391_1294728457309157_1562665021_o