ກະຊວງ ອຄ ເປີດບັ້ນຝຶກອົບຮົມຄັ້ງປະຖົມລະລຶກລະບົບບັນຊີຄູ່
By sonsathit rasavong On 31 Mar, 2017 At 06:59 AM | Categorized As ຂ່າວພາຍໃນ | With 0 Comments

ເປີດ​ບັ້ນ​ຝຶກ​ອົບຮົມ​ຄັ້ງ​ປະຖົມ​ລະລຶກລະບົບ​ບັນຊີ​ຄູ່ ​ໃຫ້​ແກ່​ພະນັກງານ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ເວລາ 8:30  ຂອງ​ວັນ​ທີ 28 ມີນາ 2017 ​ທີ່​ຫ້ອງ​ປະຊຸມ​ໃຫ່ຍກະຊວງ​ອຸດສາຫະກໍາ ​ແລະ ການຄ້າ ບັ້ນ​​ຝຶກ​ອົບຮົມຄັ້ງ​ປະຖົມ​ລະ​ລຶກກ່ຽວກັບ​ການ​ບັນຊີ​ຂອງ​ອົງການ​ຈັດ​ຕັ້ງ​ແຫ່ງ​ລັດ (ລະບົບ​ບັນຊີ​ຄູ່) ​ໃຫ້​ແກ່​ພະນັກງານ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ມີ​ພະນັກງານຫຼັກ​ແຫຼງ​ຈາກ​ຫ້ອງການ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເສດຖະກິດອຸດສາຫະກໍາ ​ແລະ ​ການ​ຄ້າ ​ແລະ ບັນດາ​ກົມ​ອ້ອມ​ຂ້າງ​ກະຊວງເຂົ້າ​ຮ່ວມການ​ຝຶກ​ອົບຮົມຄັ້ງ​ນີ້​ປະມານ 40 ທ່ານ, ຍິງ 18 ທ່ານ ກອງ​ປະຊຸມ​ຈະ​ດໍາ​ເນີນ​​ເປັນ​ເວລາ 3 ວັນ​ ຈົນ​​ເຖິງ ວັນ​ທີ 30 ມີນາ ຈຶ່ງສໍາ​ເລັດ.

ໂດຍ​ການ​ເປັນ​ປະທານການ​ຝຶກ​ອົບຮົມ​ຄັ້ງ​ນີ້​ມີ ທ່ານ ນາງ ບານສະຕິເທບພະວົງ ຄະນະ​ພັກ​ກະຊວງຫົວໜ້າ​ຫ້ອງການ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ທ່ານໄດ້​ກ່າວ​ເປີດ​ການ​ຝຶກ​ອົບຮົມ​ກ່ຽວກັບ​ລະ​ບົບບັນຊີ​ຄູ່​ໂດຍ​ສະ​ເພາະ​ໄດ້​ເນັ້ນໜັກທາງດ້ານ​ເຕັກນິກ​ການ​ບັນຊີ​ໃຫ້​ຜູ້​ເຂົ້າ​ຮ່ວມຝຶກ​ອົບຮົມ​ເອົາ​ໃຈ​ໃສ່​ຕິດຕາມ​ ຈາກ​ຄູ​ຝຶກ​​ກົມ​ບັນຊີກະ ຊວງ​ການ​ເງິນ​, ສະ​ນັ້ນໃຫ້ພະນັກງານທີ່​ເຮັດ​ວຽກກ່ຽວກັບ​ບັນຊີ​​ເຂົ້າ​ໃຈຮຽນຮູ້ ​ແລະ ກໍາ​ແໜ້ນ​ລະບົບ​ບັນຊີ​ຄູ່​ໃນ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງສອດຄ່ອງ​ກັບຄວາມ​ເປັນ​ຈິງ​ ​ພ້ອມ​ກັນ​ນີ້ ທ່ານ  ບຸນ​ຖອງໂສພາ​ວັນ​ດີ ຮອງຫົວໜ້າ​ຫ້ອງການ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ກໍ​ເຂົ້າ​ຮ່ວມ​ໃນ​ການ​ຕິດຕາມການ​ຝຶກ​ອົບຮົມ​ຄັ້ງ​ນີ້​ຢ່າງ​ສຸດ​ກົກ​ສຸດ​ປາຍ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າ​ວສານ]

???????????????????????????????

???????????????????????????????

???????????????????????????????