ພິທີທໍາລາຍສິນຄ້າຫມົດອາຍຸ ແລະ ເຊື່ອມຄຸນນະພາບຂອງຫ້ອງການ ການຄ້າເມືອງສັງທອງ ນະຄອນຫລວງວຽງຈັນ
By sonsathit rasavong On 31 Mar, 2017 At 06:57 AM | Categorized As ຂ່າວພາຍໃນ | With 0 Comments

 

ຕອນ​ເຊົ້າ​ຂອງວັນ​ທີ 20 ມີນາ 2017 ທີ່​ຫ້ອງການ ການ​ຄ້າ​ເມືອງ​ສັງ​ທອງ ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັດກອງ​ປະຊຸມ​ສ່ອງ​ແສງ​ເຄື່ອນ​ທີ່​ປະ​ຈໍາ​ອາທິດ ຂອງ​ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ​ນະຄອນຫຼວງຂຶ້ນ ​ໂດຍ​ການ​​ເປັນ​ປະທານ ຂອງ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ  ພ້ອມ​ນີ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມດັ້ງ​ກ່າວ​ຍັງມີ ທ່ານ ຫົວໜ້າກົມ​ການ​ຄ້າ​ພາຍ​ໃນ, ທ່ານ ຫົວໜ້າ​ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ ​ນະຄອນ​ຫລວງ, ​ເຈົ້າ​ຫນ້າ​ທີ່​ກວດກາ​ການ​ຄ້າ​ຂັ້ນ​ກະຊວງ ​ແລະ ນະຄອນຫລວງ ​ແລະ ​ຕາງໜ້າ​ຈາກ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຫຼັງ​ຈາກ​ນັ້ນ​ໄດ້ມີພິທີ ທໍາລາຍ​ສິນຄ້າ​ໝົດ​ອາຍຸ ​ແລະ ​ເຊື່ອມ​ຄຸນ​ນະພາ​ບ.

ການ​ຈັດ​ກອງ​ປະຊຸມການ​ເຄື່ອນ​​ໄຫວ​​ໃນ​ຄັ້ງ​ນີ້ ​ແມ່ນ​ການ​ສ່ອງ​ແສງ​ເຄື່ອນ​ທີ່​ ຂ​ອງ​ເຈົ້າ​ຫນ້າ​ທີ່​ກວດກາ​ການ​ຄ້າຂັ້ນ​ກະຊວງ, ພະ​ແນ​ກ ອຄ ນະຄອນຫລວງ, ​ປະສານ​ສົມທົບ​ກັບ​ເຈົ້າ​ຫນ້າ​ທີ່​ກວດກາ​ການ​ຄ້າ​ເມືອງ​ສັງ​ທອງ ເພື່ອ​ເປັນ​ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້ ​ແລະ ຄຸ້ມ​ຄອງ​ລາຄາ​ສິນຄ້າ, ​ໂດຍ​ການລົງ​ຕິດຕາມ ​ແລະ​ ຮັບ​ຟັງ​ການ​ລາຍ​ງານ ຂັ້ນ​ຕອນການຈັດ​ຕັ້ງ​ປະຕິບັດ ຂອງ​ເຈົ້າ​ໜ້າ​ທີ່ກວດກາ​ການ​ຄ້າຫ້ອງ​ການ​ການ​ຄ້າເມືອງ​ສັງ​ທອງ ​ນະຄອນຫລວງວຽງ​ຈັນ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າ​ວສານ]

WhatsApp Image 2017-03-28 at 15.49.15

WhatsApp Image 2017-03-28 at 15.49.16