ກອງປະຊຸມຄັ້ງປະຖົມມະເລີກ ເພື່ອຈັດຕັ້ງປະຕິບັດສັນຍາຂອບວ່າດ້ວຍການຄ້າ ແລະ ການລົງທຶນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ
By sonsathit rasavong On 31 Mar, 2017 At 06:53 AM | Categorized As ຂ່າວພາຍໃນ | With 0 Comments

ຕອນ​ເຊົ້າ​ຂອງ​ວັນ​ທີ 22 ມີນາ 2017 ທີ່​ຫ້ອງ​ປະຊຸມ​ຊັ້ນ 3 ກະຊວງ​ອຸດສາຫະກໍ​າ ​ແລະ ການ​ຄ້າ ​ໄດ້​​ໄຂ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ຂອບ​ວ່າ​ດ້ວຍ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ສປປ ລາວ ​ແລະ ສະຫະລັດ​ອາ​ເມ​ລິ​ກາ, ​ໂດຍ​ການເປັນ​ປະທານ ຂອງ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ທ່ານ ນາງ ບາ​ບາ​ຮາ ​ໄວ​ເຊ​ລ ຜູ້​ຊ່ວຍ​ຫ້ອງການ​ຜູ້ຕາງໜ້າ​ການ​ຄ້າສະຫະລັດ​ອາ​ເມ​ຣິກາ ​ແລະ ທ່ານ ນາງ ຮີ​ນາ ບິດ​ເຕີ ​ເອກ​ອັກຄະ​ລັດຖະທູດອາ​ເມ​ຣິກາ ປະ​ຈໍາ ສປປ ລາວ, ​ແລະ ມີ​ເຈົ້າໜ້າ​ທີ່ກ່ຽວຂ້ອງຂອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມຈໍານວນ 20 ​ກວ່າ​ທ່ານ.

ການ​ປະຊຸມ​ຄັ້ງ​ນີ້​ແມ່ນ​ປະຕິບັດ​ຕາມ​ຂອບ​ສັນຍາ TIFA ຫຼື ສັນຍາ​ການ​ຄ້າ – ການ​ລົງທຶນກັບ​ທຸກໆປະ​ເທ​ດສະມາ ຊິກ​ອາຊຽນ, ສັນຍາ TIFA ​ໄດ້​ກຳນົດ​ໃຫ້​​ແຕ່ງຕັ້ງ​ຄະນະ​ກຳມະການ​ຮ່ວມ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ ລະຫວ່າງສອງ​ປະ​ເທດ ​ໂດຍອາ​ໄສ​ເວທີ​ດັ່ງກ່າວ​ເປັນ​ເວທີ​ເພື່ອ​ປຶກສາ​ຫາລື​, ສົນທະນາແລກປ່ຽນຄໍາ​ຄິດ​ເຫັນ, ໃນ​ການຈັດ​ຕັ້ງ​ປະຕິບັດ​ພັນ​ທະ​ສັນຍາ​ຕ່າງໆທີ່ ສປປ ລາວ ​ແລະ ອາ​ເມຣິກາ ມີ​ນຳ​ກັນ ​ເປັນ​ຕົ້ນ​​ແມ່ນ​ສັນຍາ​ການ​ຄ້າ​ສອງ​ຝ່າຍ ​ເຊິ່ງກວມ​ເອົາ​ທັງ​ສອງ​ສັນຍາ​ກ່ຽວກັບ​ເນື້ອ​ໃນ​ການ​ຄ້າ, ວັດຖຸ​ພັນການ​ຄ້າ​ການ​ບໍລິການ, ​ການ​ລົງທຶນ ​ແລະ ການ​ສົ່ງ​ເສີມ​ວຽກງານ​ຊັບ​ສິນ​ທາງ​ປັນຍາ ​ແລະ ຂອບ​ອື່ນໆ ນອກຈາກ​ນັ້ນກໍ່ຍັງມີ​ສັນຍາ​ກັບບັນດາປະ​ເທດ​ອາຊຽນອີກ.

ສຳລັບການ​ຫາລື​ໃນ​ຄັ້ງ​ນີ້ ຝ່າຍ​ອາ​ເມຣິກາ ຈະ​ຊ່ວຍ​ໃນ​ການ​ປັບປຸງ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ, ການ​ເຂົ້າ​ເປັນ​ພາຄີ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ ​ເພື່ອ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫຼືອ, ການ​ທົດ​ລອງ,​ ເຕັກ​ນິກ ​ແລະ ສ້າງ​ຄວາມ​ອາດ​ສາ​ມາ​ດ​ໃຫ້​ເຈົ້າໜ້າທີ່​ ໃນ​ການ​ປະຕິບັດ​ພັນທະ​ຂອບ​ອົງການໆຄ້າ​ໂລກ ​ແລະ ການ​ຮ່ວມມື​ຂອງ​ພາກ​ພື້ນ ​ແລະ ຮຽກຮ້ອງ​ໃຫ້​ພາກ​ທຸລະ​ກິດ​ປັບປຸງ​ໂຕ​ເອງ ​ໃນ​ການ​ພັດທະນາ​ຜະລິດ​ຕະພັນ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ສິນຄ້າ​ຂອງ​ລາວ​ເຂົ້າ​​ໄປຕະຫລາດ​ສະຫະລັດ​ອາ​ເມຣິກາ​ໄດ້​ຫຼາຍາຍ​ຂຶ້ນ ​ແລະ ​ໃນ​ສ່ວນ​ອັດຕາ​ພາສີ​ກໍ່​ຈະ​ເນັ້ນໜັກ​ເພີ່ມ​ເຕີມ​ເລື່ອງ ສິດທິ​ພິ​ເສດ​ໃນ​ການ​ນໍາ​ສິນຄ້າ​ທີ່​ມີ​ອັດຕາ​ພາສີ​ຕໍ່າ​ເຂົ້າ​ສູ່​ຕະຫລາດສະຫະລັດ​ອາ​ເມ​ຣິ​ກາ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

???????????????????????????????

???????????????????????????????

???????????????????????????????