ໜັງສືພິມເສດຖະກິດ-ການຄ້າລາຍວັນ ຈະເລີ່ມພິມແຈກຢາຍລ້າໃຫ້ແກ່ສັງຄົມ
By sonsathit rasavong On 31 Mar, 2017 At 05:15 AM | Categorized As ຂ່າວພາຍໃນ | With 0 Comments

 

ຕອນ​ບ່າຍ​ຂອງວັນ​ທີ 20 ມິີນາ 2017  ຄະນະ​ບໍລິຫານ​ງານ​ຫນັງສືພິມ​ເສດຖະກິດ-​ການ​ຄ້າ​ລາຍ​ວັນ ໄດ້​ຈັດ​ຖະ​ແຫຼງຂ່າວ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ອ່ານ​ ດ້ວຍ​ການ​ແຈກ​ຢາຍ​ລ້າ​ຂຶ້ນ​ ທີ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ​ໂດຍ​ການ ເຂົ້າ​ຮ່ວມ​ຂອງ ທ່ານ ສິລິ​ສຳພັນ ວໍຣະຈິດ ຄະນະ​ພັກ​ກະຊວງ, ຫົວໜ້າກົມ​ແຜນການ ​ແລະ ການ​ຮ່ວມ​ມື ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ສົມ​ສະຫນຸກ ມີ​ໄຊ ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ, ທ່ານ ປີ່​ນ ປາດ​ຖະຫນາ ຄະນະ​ພັກ​ກະຊວງ ຖະ​ແຫລ​ງຂ່າວ-​ວັດທະນະ​ທໍາ ​ແລະ ການທ່ອງທ່ຽວ, ຫົວຫນ້າ​ກົມ​ສື່​ມວນ​ຊົນ;  ບັນດາ​ທ່ານຜູ້ຕ່າງ​ໜ້າ​ສື່​ມວນ​ຊົນ ​ແລະ ນັກ​ຂ່າວ​ຫຼາຍ​ສະ​ຖາ​ບັນ ຈໍານວນ 50 ກວ່າ​ທ່ານ.

ໜັງສືພິມ​ເສດຖະກິດ-​ການ​ຄ້າ ​ໃນ​ນາມ​ບໍລິສັດ​ໂຄ​ລາວ ​ເປັນ​ຜູ້​ໃຫ້ການ​ສະຫນັບສະໜູນ ມີ​ຈຸດປະສົງ​ຢາກ​ໃຫ້​ໜັງສືພິມເສດຖະກິດ-​ການ​ຄ້າ​ລາຍ​ວັນ ເປັນ​​ແຫຼ່ງສົ່ງຄວາມ​ຮູ້​ໃຫ້​ແກ່​ສັງຄົມ​ລາວ ​ແລະ ຂໍ​ປະກາດ​ໃຫ້ສັງຄົມຮັບ​ຮູ້ຢ່າງທົ່ວ​ເຖິງກັນ​ວ່າ​: ນັບ​ແຕ່​ວັນ​ທີ 22 ມີນາ 2017 ​ເປັາຕົ້ນ​ໄປ ໜັງສືພິມ​ເສດຖະກິດ-​ການ​ຄ້າ ຂອງ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຈະ​ພິມ​ແຈກ​ຢາຍ​ລ້າ​ໃຫ້​ແກ່​ສັງຄົມ​ລາວ​ທຸກ​ທົ່ວ​ຫນ້າ​​ ເພື່ອໃຫ້​ຄົນ​ລາວ​ໄດ້​ອ່ານໜັງສື​ພິມ ​ແລະ ກາຍ​ເປັນ​​ແຫຼ່ງຄວາມ​ຮູ້​ຄູ່​ສັງຄົມ ຢ່າງ​ແທ້​ຈິງ ​ໂດຍ​ການ​ອຸປະຖໍາສັ່ງ​ຈອງ​​​ເໝົາພິມ​ເພື່ອ​ແຈ​ກຢາຍ​ໃຫ້​ສັງ​ຄົມ​ໄດ້​ອ່ານ ຂອງ​ກຸ່ມ​ບໍລິສັດ​ໂຄ​ລາວ

ຫາກ​ອົງ​ການຈັດ​ຕັ້ງ ​ແລະ ນິຕິບຸກຄົນ​ໃດ (ຢູ່​ນະຄອນຫຼວງວຽງຈັນ) ທີ່​ມີ​ຄວາມ​ປະສົງ​ຕ້ອງການ​ອ່ານໜັງສື​ພິມ ​ເສດຖະກິດ-​ການ​ຄ້າ ​ແມ່ນ​ໃຫ້​ເຮັດໜັງສື​ສະ​ເຫນີ ຫຼື ປະສານ​ມາ​ຫາ​ທີ​ມງານ ຫນັງສືພິມເສດຖະກິດ-​ການ​ຄ້າ​ລາຍ​ວັນ ໂດ​ຍກົງ ທີ່​ເບີ​ໂທລະສັບ 021 813 003, laoedaily@hotmail.com ສ່ວນ​ຕ່າງ​ແຂວງ ກໍ່​ໃຫ້​ປະສານ​ຫາ​ຕົວ​ແທນ​ຢູ່​ບັນດາ​ແຂວງ​ຕ່າງໆ ຫຼື ຕິດຕໍ່​ໂດຍ​ກົງ​ຫາ​ພວກ​ເຮົາ​ກໍ່​ໄດ້.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

???????????????????????????????

???????????????????????????????