ກອງປະຊຸມທຸລະກິດລາວຄັ້ງທີ 10 – ບາດກ້າວສຳຄັນ ສຳລັບການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ
By sonsathit rasavong On 30 Mar, 2017 At 08:50 AM | Categorized As ຂ່າວສຳຄັນ | With 0 Comments

ນະຄອນຫຼວງວຽງຈັນວັນທີ 28 ມີນາ 2017. ກອງ​ປະ​ຊຸມ​ທຸ​ລະ​ກິດ​ລາວ​ຄັ້ງ​ທີ 10 ໄດ້​ຈັດ​ຂື້ນ ໃນ​ວັນ​ທີ 28 ມີ​ນາ 2017 ເພື່ອ​ພ້ອມ​ກັນ​ປຶກ​ສາ​ຫາ​ລື ຄວາມ​ຄືບ​ໜ້າ ໃນ​ການ​ແກ້​ໄຂ​ບັນ​ດາ​ບັ​ນ​ຫາ ທີ່​ພາກ​ເອ​ກະ​ຊົນ​ກຳ​ລັງ​ປະ​ເຊີນ ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ເພື່ອນຳ​ສະ​ເໜີ ບັນ​ດາ​ແຜນ​ງານ​ຂອງ​ລັດ​ຖະ​ບານ ໃນ​ການ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ທາງດ້ານ​ທຸ​ລະ​ກິດ ຂອງ ສ​ປ​ປ ລາວ ໃຫ້​ດີ​ຂື້ນ​ກ່​ວາ​ເກົ່າ.

ກອງ​ປະ​ຊຸມ​ດັ່ງ​ກ່າວ ໄດ້​ດຳ​ເນີນ​ໄປເປັນ​ເວ​ລາ ເຄິ່ງມື້ ເຊິ່ງຈັດ​ໂດຍ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຮ່ວມ​ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ​ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ຈຳ​ນວນ 300 ກ່​ວາ​ທ່ານ ​ທີ່​ເປັນ​ຕົວ​ແທນ​ຈາກ​ພາກ​ເອ​ກະ​ຊົນ, ພາກ​ລັດ​ຖະ​ບານ ແລະ ບັນ​ດາ​ຜູ້​ໃຫ້​ທຶນ.

ໃນ​ກອງ​ປະ​ຊຸມ, ພະ​ນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທັງ​ເປັນ​ປະ​ທານ​ຂອງກອງ​ປະ​ຊຸມ ທ່ານ​ໄດ້​ກ່າວ​ໃຫ້​ເຫັນເຖິງ ​ຄວາມ​ຕ້ອງ​ການ ໃນ​ການ​ປັບ​ປຸງ ບັນ​ດາ​ກົດ​ໝາຍ, ລະ​ບຽບ​ການ ແລະ ຂັ້ນ​ຕອນ ເພື່ອ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ຮອງ​ຮັບການ​ເຕີບ​ໂຕທີ່​ຍືນ​ຍົງ​ຂອງ​ພາກ​ເອ​ກະ​ຊົນ ໂດຍ​ທ່ານ​ໄດ້​ກ່າວ​ວ່າ “ໄປຄຽງ​ຄູ່​ກັບການ​ຮັກ​ສາ​ສະ​ຖຽນ​ລະ​ພາບຂອງ​ເສດ​ຖະ​ກິດມະ​ຫາ​ພາກ, ພວກ​ເຮົາ​ຈະ​ໄດ້​ຕັ້ງ​ໜ້າປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ ເພື່ອ​ສົ່ງ​ເສີມ​ການກໍ່​ຕັ້ງ ແລະ ຂະ​ຫຍາຍ​ທຸ​ລະ​ກິດ ເຊິ່ງເປັນ​ແຫຼ່ງ​ສ້າງວຽກ​ເຮັດ​ງານ​ທຳ​ຕົ້ນ​ຕໍ​​ໃຫ້​ແກ່ ໄວ​ໜຸ່ມທີ່​ເຂົ້າ​ສູ່​ຕະຫຼາດ​ແຮງ​ງານ​ໃນ​ແຕ່​ລະ​ປີ, ເຊິ່ງ​ມີ​ຕົວ​ເລກຄາດ​ຄະ​ເນ​ສະ​ເລ່ຍ​ຕໍ່​ປີ ​ສູງ​ເຖິງ 90,000 ຄົນ ໃນ​ໄລ​ຍະ 10ປີ ​ຕໍ່​ໜ້າ, ພ້ອມ​ທັງ​ເປັນ​ແຫຼ່ງຮອງ​ຮັບ​ແຮງ​ງານ​ທີ່​ຈະເຄື່ອນຍ້າຍ​ອອກ​ຈາກ​ພາກ​ກະ​ສີ​ກຳ​ເທື່ອ​ລະ​ກ້າວ.”

​ທ່ານ ເຂັມ​ມະ​ນີ ພົນ​ເສ​ນາ, ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາຫະ​ກຳ ແລະ ການ​ຄ້າ ໄດ້ເນັ້ນໃຫ້ເຫັນການປັບປຸງສະພາບແວດລ້ອມດ້ານລະບຽບການ ແລະ ຂັ້ນຕອນ ຊຶ່ງແມ່ນ ເງື່ອນໄຂທີ່ຈຳເປັນສຳລັບການເຕີບໂຕທາງດ້ານທຸລະກິດຂອງພາກເອກະຊົນ ໂດຍທ່ານໄດ້ກ່າວວ່າ “ເຖິງແມ່ນວ່າຕະຫຼອດໄລຍະທີ່ຜ່ານມາ ພວກເຮົາໄດ້ມີຄວາມພະຍາຍາມຫຼາຍ ແຕບັນດາທຸລະກິດລາວ ຍັງຄົງປະເຊີນກັບສິ່ງທ້າທາຍຫຼາຍ ຕໍ່ກັບບັນດາບັນຫາທີຕິດພັນກັບການບັງຄັບໃຊ້ ບັນດາກົດໝາຍ ແລະ ລະບຽບການທີ່ບໍມີປະສິດທິຜົນໃນຂອບເຂດທົ່ວປະເທດ. ເຊິ່ງລວມເຖິງ ຄວາມບໍເປັນເອກະພາບກັນ ລະຫວ່າງສູນກາງ ແລະ ທ້ອງຖິນ ເປັນຕົ້ນແມ່ນການຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ ແລະ ຂໍ​ອາ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ​ຕ່າງໆ, ການ​ເກັບ​ອາ​ກອນນຳ​ພາກ​ທຸ​ລະ​ກິດ, ການ​ປະ​ຕິ​ບັດ​ລະ​ບຽບ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າ ແລະ ອື່ນໆ. ສິ່ງ​ເຫຼົ່າ​ນີ້ ລ້ວນ​ແລ້ວ​ແຕ່ ເປັນ​ການ​ສ້າງ​​ອຸ​ປະ​ສັກ​ໃຫ້​ແກ່​ການ​ກໍ່​ຕັ້ງ ແລະ ຂະ​ຫຍາຍ​ທຸ​ລະ​ກິດ ກໍ່​ຄື​ການ​ສ້າງວຽກ​ເຮັດ​ງານ​ທຳ ແລະ ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ. ໃນ​ຂົງ​ເຂດ​ການ​ສົ່ງ​ເສີມ​ຄວາມ​ເຂັ້ມ​ແຂງ​ຂອງ​ພາກ​ທຸ​ລະ​ກິດກໍ່​ເຊັ່ນ​ກັນ ພວກເຮົາຍັງ​ມີຫຼາຍ​ດ້ານ​ທີ່​ຕ້ອງ​ໄດ້​ຖອດ​ຖອນ​ບົດ​ຮຽນ ແລະ ຊອກວິ​ທີ​ເພີ່ມ​ປະ​ສິດ​ທິ​ຜົນ​ຂອງ​ການ​ຊ່ວຍ​ເຫຼືອທີ່​ມີ​ຢູ່.”

ທ່ານ ອຸເດດ ສຸວັນນະວົງ, ປະທາານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເລັງໃຫ້ເຫັນ ບົດບາດຄວາມສຳຄັນຂອງ ກອງປະຊຸມທຸລະກິດລາວ ໃນການສົ່ງເສີມ ສະພາບແວດລ້ອມທີ່ເອື້ອອຳນວຍ ສຳລັບນັກທຸລະກິດ ໂດຍທ່ານໄດ້ກ່າວວ່າ “ນັບຕັ້ງແຕ່ມີການປັບປຸງໂຄງສ້າງຂອງຂະບວນການປຶກ​ສາ​ຫາ​ລືຄືນໃໝ່ ໃນເດືອນພຶດສະພາທີ່ຜ່ານມາ, ພວກເຮົາສາມາດແກ້ໄຂໄດ້ 4 ບັນ​ຫາທີ່ຍົກຂື້ນໂດຍພາກເອກະຊົນ, 14 ກໍລະນີ ກຳລັງຢູ່ໃນຂັ້ນຕອນການແກ້ໄຂ ແລະ 13 ກໍລະນີທີ່ຈຳເປັນຕ້ອງມີການຄົ້ນຄ້ວາເພີ່ມເຕີມ ແລະ ຕ້ອງໄດ້ໃຊ້ເວລາໃນການແກ້ໄຂ. ພວກເຮົາໄດ້ຮັບການສະໜັບສະໜູນເປັນພິເສດຈາກລັດຖະ​ບານ ແລະ ບັນດາຕົວແທນຈາກພາກລັດ ໃນການແກ້ໄຂບັນຫາ ພ້ອມດ້ວຍທິດທາງແກ້ໄຂທີພວກເຮົານຳສະເໜີ.”

4 ກຸ່ມບັນຫາທີ່ຖືກຍົກຂື້ນໂດຍພາກເອກະຊົນ ຕໍ່ກັບກອງປະຊຸມທຸລະກິດລາວໃນຄັ້ງນີ້ ລວມມີ: 1) ​ບັນຫາທີ່ຕິດພັນດ້ານອາກອນ, ພິເສດແມ່ນອາກອນມູນຄ່າເພີ່ມສໍາລັບການໃຫ້ບໍລິການດ້ານອິນເຕີເນັດ 2) ບັນຫາດ້ານຄ່າການຂົນສົ່ງ, ​ມູນ​ຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ​ທີ່ສູງ 3) ບັນຫາທີ່ຕິດພັນກັບລະບຽບການດ້ານການຈົດທະບຽນວິສາຫະກິດ ແລະ ຂໍອະນຸຍາດດຳເນີນທຸລະກິດ ແລະ 4) ບັນຫາທີ່ຕິດພັນກັບ ການເຂົ້າເຖິງແຫຼ່ງທຶນ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການເຂົ້າຫາຂໍ້ມູນຕະຫຼາດແຮງງານ.

ບັນດາຕົວແທນຈາກກະຊວງທີ່ກ່ຽວຂ້ອງ ໄດ້ພ້ອມກັນໃຫ້ຄວາມກະຈາງແຈ້ງ ແລະ ໄດ້ມີຄຳຕອບຕໍ່ກັບ ທຸກໆບັນຫາ ທີ່ນຳສະເໜີ ໂດຍບັນດາຜູ້ຕ່າງໜ້າຂອງພາກເອກະຊົນ.

ໃນຕອນທ້າຍກອງ​ປະ​ຊຸມ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້​ກ່າວສະຫຼຸບ​ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​​ໝາຍວ່າ ພາກລັດ ຍັງຈະໄດ້ມີການອອກຂໍ້ຕົກລົງ​ອີກຫຼາຍສະບັບ ເພື່ອຮອງຮັບການແກ້ໄຂ ບັນດາບັນຫາສະເພາະ ທີ່ນຳສະເໜີໂດຍພາກເອກະຊົນ ແລະ  ໃຫ້​ຄວາມ​ຫນັ້ນ​ໃຈ​ວ່າວ່າ ລັດຖະບານຈະນຳເອົາທຸກໆບັນຫາ ທີ່ຖືກຍົກ​ຂື້ນໃນກອງປະຊຸມນີ້ໄປພິຈາລານາ ແລະ ​ພ້ອມ​ທັງ​ໄດ້ເນັ້ນໃຫ້ເຫັນ​ເຖິງຄວາມຈຳເປັນໃນການສືບຕໍ່ຈັດກອງປະຊຸມປຶກສາຫາລື​ແບບນີ້ໃນອານາຄົດ.

[ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ]

1

2