ຄວາມສາມັກຄີ ມີນໍ້າໃຈຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງອຸດສາຫະກຳ ແລະ ການຄ້າ ຕໍ່ ຄຊປປ ລ ແຂວງໄຊຍະບູລີ
By sonsathit rasavong On 24 Mar, 2017 At 09:53 AM | Categorized As ຂ່າວພາຍໃນ | With 0 Comments

ເວລາ 14:00 ​ໂມງ ຂອງ​ວັນ​ທີ 17 ມີນາ 2017 ທີ່ ຫ້ອງການ ຄຊປປ ລ ​ແຂວງ​ໄຊ​ຍະ​ບູລີ ​​ໄດ້​ມີ​ພິທີ​ມອບ​ເຄື່ອງ​ຊ່ວຍ​ເຫຼືອຈາກ​ການ​ຮ່ວມ​ຈິດ​ຮ່ວມ​ໃຈ​ຂອງ​ຄະນະຊາວໜຸ່ມກະຊວງ​ອຸດສາຫະກຳ ​ແລະ ​ການ​ຄ້າ ​ໂດຍ​ຕາງໜ້າມອບ​​ເຄື່ອງແມ່ນ​ ທ່ານ​ໄຊ​ສົມ​ເພັດ ນໍຣະ​ສິງຫ໌​ ຮອງ​ຫົວໜ້າສະ​ຖາ​ບັນ​ເສ​ດຖະກິດອຸດສາຫະກໍາ ​ແລະ ການ​ຄ້າ, ຫົວໜ້າຄະນະ​ບໍລິຫານ​ງານ​ຊາວໜຸ່ມກະຊວງ​ອຸດສາຫະກຳ​ ແລະ ​ການ​ຄ້າ ​ແລະ ຕາງໜ້າຮັບ​ໂດ​ຍທ່ານ ນາງ ຄຳ​ຜິ​ວ ພັນທະ​ວົງ ​ເລຂາ ຄຊປປ ລ ​ແຂວງ​ ໄຊ​ຍະ​ບູລີ​

ຈຸດປະສົງ​ການ​ມອບ​ຮັບ​ແມ່ນ​ເພື່ອ​ໃຫ້ ຄຊປປລ ​ແຂວງ​ໄຊ​ຍະ​ບູລີ​ນຳ​ເຄື່ອງ​ອຸປະກອນດັ່ງກ່າວ​ເພື່ອ​ໄປ​ສືບຕໍ່ໝູນ​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອບັນ​ເທົາ​ທຸກ​ໃຫ້​ແກ່​ຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ​ຜູ້​ທີ່​ຢູ່ຫ່າງ​ໄກ​ຊ​ອກ​ຫຼີກ​ແລະທຸກ​ຍາກຂາດ​ເຂີນ, ​ເຊິ່ງມີ: ​ເຄື່ອງ​ຫລີ້ນ​ກິລາ, ​ເຄື້ອ​ງນຸ່ງ​ຮົມ ​ແລະ ​ເຄື່ອງ​ໄຊ້ອື່ນໆ ມູນ​ຄ່າ​ລວມຂອງ​ເຄື່ອງ​ທີ່​ມອບ​ຮັບ​ກັນ​ໃນ​ຄັ້ງ​ນີ້ຕົກ​ເປັນ​ເງິນ​ປະມານ 3,500,000 ກີບ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

WhatsApp Image 2017-03-22 at 08.19.04