ງານລ້ຽງອໍາລາຫນ້າທີ່ຂອງທີ່ປຶກສາທູດເສດຖະກິດການຄ້າ ສສ ຫວຽດນາມ ປະຈໍາ ສປປ ລາວ
By sonsathit rasavong On 20 Mar, 2017 At 03:08 PM | Categorized As ຂ່າວພາຍໃນ | With 0 Comments

ໃນ​ວັນ​ທີ 10 ມີນາ 2017 ​ເວລາ 7:00 ​ໂມງ ທີ່ ຮ້ານ​ອາຫານ​ຄົວ​ລາວ ​ໄດ້​ມີ​ພິທີ​ງານ​ລ້ຽງ​ສົ່ງ​ຂອງ​ທ່ານ ​​ເຈີ່ນ​ບ໊າວຢ້າມ ທີ່​ປຶກສາທູດ​​ເສດ​ຖະ​ກິດການ​ຄ້າ​ປະ​ຈໍາ​ລາວ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດ ຖະມົນຕີ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ທ່ານ ບຸນ​ມີ ມະນີ​ວົງ ຮອງລັດຖະມົນຕີ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ແລະ ພ້ອມ​ດ້ວຍ​ບັນດາ​ກົມ, ຮອງ​ກົມ​ເຂົ້າ​ຮ່ວມ.

ໃນ​ພິທີງານ​ລ້ຽງ​ເພື່ອ​ອໍາ​ລາ​ໃນ​ຄັ້ງ​ນີ້ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ມອບ​ໃບ​ຍ້ອງຍໍ ​ແລະ ​ໄດ້​ກ່າວ​ຄວາມ​ຂອບ​ໃຈ​ທີ່​ທ່ານ ​​ເຈີ່ນ​ບ໊າວຢ້າມ ໄດ້​ທຸ້ມ​ເທ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ ​ເອົາ​ໃຈ​ໃສ່ໃນ​ການ​ປະຕິບັດ​ຫນ້າ​ທີ່​ໃນ​ໄລຍະ 3 ​ປີຜ່ານ ມາທີ່​ໄດ້​ປະຕິບັດ​ຫນ້າ​ທີ່ເປັນ​ທີ່​ປຶກສາທູດ​ເສດຖະກິດການ​ຄ້າ ​ປະ​ຈໍາ​ຢູ່ ສປປ ລາວ ​ແລະ ໄດ້​ໂອ້​ລົມ​ແລກປ່ຽນ​ບົດຮຽນ ເຊິ່ງ ກັນ ​ແລະ ກັນ, ຊຶ່ງ​ນໍາ​ມາ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ, ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ ບ້ານ​ອ້າຍ ​ເມືອງ​ນ້ອງໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ ​ເພື່ອ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ​ຂອງ​ ສປປ ລາວ ​ແລະ ສສ ຫວຽດນາມ.

 [ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

WhatsApp Image 2017-03-15 at 10.27.02