ກະຊວງ ອຄ ຈັດພິທີສະເຫຼີມສະຫລອງວັນແມ່ຍິງສາກົນ
By sonsathit rasavong On 20 Mar, 2017 At 03:45 PM | Categorized As ຂ່າວພາຍໃນ | With 0 Comments

ຕອນ​ເຊົ້າ​ໃນ​ເວລາ 8: 30 ນາທີ ຂອງ​ວັນ​ທີ 10 ມີນາ ປີ 2017 ທີ່​ຫ້ອງ​ປະຊຸມ​ໃຫ່ຍຂອງກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ມີ​ພິທີ​ເປີດ​ປະຊຸມ​, ເປັນ​ການສະ​ເຫຼີມສະຫລອງ​ວັນແມ່ຍິງສາກົນຂຶ້ນ, ວັນ​ທີ 8 ມີນາ ​ຄົບຮອບ 107 ປີ ເປັນ​ວັນ​ທີ່ມີ​ຄວາມ​ໝາຍຄວາມ​ສໍາຄັນ​ອັນ​ຍິງ​ໃຫ່ຍຂອງ​ເອື້ອຍ​ນ້ອງ​ແມ່ຍິງ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ບໍລິສັດ, ລັດ​ວິ​ສາ​ຫະກິດ ທີ່​ຂຶ້ນກັບ​ກະຊວງ.

ມີ​ບັນດາຫົວໜ້າສະມາຊິກ​ແມ່ຍິງ​ບັນດາ​ກົມ​ກົມ, ສະ​ຖາ​ບັນ, ບໍລິສັດ, ລັດ​ວິ​ສາ​ຫະກິດທີ​ຂື້ນ​ກັບ​ກະຊວງ​ຕ່າງ​ໜ້າ​ເລຂາ​ໜ່ວຍ​ພັກ​ກົມ ​ແລະ ຊາວ​ໜຸ່ມ, ກໍາມະບານ​ເຂົ້າ​ຮ່ວມຫຼາຍກ່ວາ 100 ທ່ານ.

ເຂົ້າ​ຮ່ວມ​ການ​ເປັນ​ປະທານ​ກອງ​ປະຊຸມ​ ທ່ານ ນາງ ບານສະຕີເທບພະວົງ ຄະນະ​ພັກ​ກະຊວງ ຫົວໜ້າ​ຫ້ອງການ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ແລະ ທ່ານ ນາງ ຈັນສຸກແສງພະຈັນ ປະທານ​ຄະນະ​ບໍລິຫານ​ງານ​ແມ່ຍິງກະຊວງ ຫົວໜ້າ​ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ​ໄດ້​ຂື້ນ​​ເລົ້າປະຫວັດ​ຄວາມ​ເປັນ​ມາ​ຂອງວັນ​​ແມ່ຍິງ​ສາກົນ ວັນທີ 8 ມີນາ.

ທ່ານ ນາງສອນຈັນ ພຸດທະວົງ ຮອງ​ປະທານ​ຄະນະ​ບໍລິຫານ​ງານ​ແມ່ຍິງ​ກະຊວງ ຂຶ້ນ​ລາຍ​ງານ​ບົດ​ສະຫຼຸບການ​ຈັດ​ຕັ້ງ​ວຽກງານ​ສະຫະພັນ​ແມ່ຍິງ​ກະຊວງ​ໄລຍະ 1 ປີ ຜ່ານມາ​ ປີ 2016 ​ແລະ ທິດ​ທາງ​ແຜນການ​ ປີ2017 ພ້ອມ​ດຽວກັນ​ນີ້.

ທ່ານ ນາງ ບານສະຕີເທບພະວົງໄດ້​ໃຫ້​ຄໍາ​ໂອວາດ​​ແກ່​ເອື້ອຍ​ນ້ອງ​ແມ່ຍິງ ​ໃຫ້​ມີ​ຄວາມ​ສະມັກ​ຄີ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ສະມາຊິກ​ທຸກ​ຄົນ​ເປັນ​ເຈົ້າ​ການ​ໃນ​ການ​ພັດທະນາ​ຕົນ​ເອງ​ຢ່າງຮອບດ້ານ, ຜັນ​ຂະຫຍາ​ຍມະຕິ​ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ່ 7 ​ໂດຍ​ສະ​ເພາະ 8 ແຜນ​ງານ​ຂອງ​ສະຫະພັນ​ແມ່ຍິງ​ລາວ ​ແລະ ​ເຊີດ​ຊູ້ຄວາມ​ເປັນ​ແບບຢ່າງ​ທີ່​ນໍາ​ໜ້າ​ພາ​ທາງ, ຮັດ​ແໜ້ນ​ຄວາມ​ສະມັກ​ຄີ​ພາຍ​ໃນ,, ຮັກສາ​ຮີດຄອງ​ປະ​ເພນີວັດທະນະ​ທໍາ​ໃຫ້​ໄດ້​ຈົບງາມ​ຂອງ​ຊາດ​ລາວ.

ທ່ານ ວຽງຫຼວງ ບຸບຜາ ຮອງ​ຫົວໜ້າກົມ​ພິທີການ​ທູດ ກະຊວງ​ການ​ຕ່າງປະ​ເທດ​ໄດ້​ເຜີຍ​ແຜ່​ບົດ​ຮຽນຄວາມ​ຮູ້​ຟື້ນ​ຖານ ກ່ຽວກັບ​ພິທີການ​ທູດ​ໃຫ້​ແກ່​ບັນດາ​ເອື້ອຍ​ນ້ອງ​ແມ່ຍິງ​​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ນໍາ​ໄປຈັດ​ຕັ້ງ​ປະຕິບັດ​ໃນ​ເວລາ​ສາກົນ ​ແລະ ງານ​ສໍາຄັນ​ຕ່າງໆ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

17229904_1273927076055962_232230957_o