ກອງປະຊຸມຝຶກອົບຮົມວຽກງານກວດກາໄລຍະສັ້ນ
By sonsathit rasavong On 20 Mar, 2017 At 03:14 PM | Categorized As ຂ່າວພາຍໃນ | With 0 Comments

ໃນ​ປີ 2107 ​ເປັນ​ປີ​ທີ່​ມີ​ຄວາມ​ຫມນຄວາມ​ສໍາຄັນ​ທີ່​ສຸດ ​ເຊິ່ງ​ເປັນ​ປີ​ທີ​ສອງ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫນ່ຄັ້ງ​ທີ 10 ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 4 ຂອງ​ອົງຄະ​ນະ​ພັກ​ກະຊວງ ​ແລະ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ8  ກໍ່​ຄື​ແຜນ​ຍຸດ​ທະ​ສາດ​ວຽກ​ງານ​ກວດກາ ຂອງ​ຂະ​ແໜງ​ອຸດສາ​ຫະກໍາ ​ແລະ ການ​ຄ້າ ​ແຕ່​ປີ 2016-2020​ ໃຫ້​ບັນລຸ​ຜົນ​ຕາມ​ລະດັບ​ຄາດຫມາຍ​; ສະ​ນັ້ນ ​ໃນ​ເວລາ 8: 30 ຂອງ​ວັນ​ທີ 20 ກຸມພາ 2017 ຈຶ່ງ​ເປັນ​ມື​​ໄຂ​ກອງ​ປະຊຸມ​ກ່ຽວ​ກັບການຝຶກ​ອົບຮົມ​ວຽກ​ງານ​ກວດກາ​ໄລຍະ​ສັ້ນ ຂອງ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຈົນ​ຮອດ​ວັນ​ທີ 24 ກຸມພາ 2017.  ​ໂດຍ​ການ​ເປັນ​ປະທານ ທ່ານ ພັນ ວິ​ໄລ​ສົມ ຫົວໜ້າ​ກົມ​ກວດກາ

ຈຸດປະສົງ​ຄາດໝາຍຂອງ​ການ​ຝຶກ​ອົບຮົມ​​ແມ່ນ​ເພື່ອ ​ແນ່​ໃສ່​ເພີ່ມ​ຄວາມ​ຮັບ​ຮູ້ ​ແລະ ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ທິດ​ສະ​ດີ  ​ແລະ ພຶດຕິ​ກຳ​ໃຫ້​ແກ່​ພະນັກງານ​ກວດກາ​ຂອງ​ຂະ​ແໜງອຸດສາຫະກຳ ​ແລະ ການ​ຄ້າ​ ເພື່ອ​ນຳ​ໄປໜູນ​ໃຊ້​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ຕິດຕາມ​ກວດກາ​ຢູ່​ໃນ​ກົມ​ກອງ, ທ້ອງ​ຖິ່ນ​ທີ່​ຕົນ​ຮັບຜິດຊອບ​ໃຫ້​ມີ​ຄວາມໜັກ​ແໜ້ນ​ເຂັ້ມ​ແຂງ​ທາ​ງດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ, ສາມາດ​ເປັນ ​ເສນາ​ທິການ​ດ້ານ​ວຽກງງານ​ກວດກາ​ໃຫ້​ແກ່​ຄະນະ​ພັກ, ຄະນະ​ນຳ​ຂັ້ນ​ຕົ້ນ ​ແລະ ຂັ້ນ​ເທິງ​ຖັດຕົນ, ​ເຮັດ​ໃຫ້​ຄະນະ​ພັກ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​ເຫັນ​ໄດ້​ຄວາມໝາຍຄວາມ​ສຳຄັນ​ຂອງ​ວຽກງານ​ກວດກາ, ຖື​ວຽກງງານ​ກວດກາ​ເປັນໜ້າທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ແທ້​ຈິງ, ​ເປັນ​ເຈົ້າ​ການ​ຊີ້​ນຳ ນຳພາ​ຂະ​ແໜງກວດກາ ​ເຮັດໝ້າທີ່​​ເຄື່ອນ​ໄຫວ​ວຽກງານ​ຕິດຕາມ, ກວດກາ​ຢ່າງ​ເປັນ​ປົກກະຕິ​ຈຶ່ງ​ສາມາດ​ກຳ​ໄດ້​ສະພາບ​ການ​ຂອງໝ່ວຍພັກ, ສະມາຊິກ​ພັກ, ພະນັກງານ​ລັດຖະກອນ​ທີ່​ຢູ່​ໃນ​ຄວາມ​ຮັບຜິດ​ຊອບ​ຂອງ​ຕົນ, ປຸກລະດົມ​ຂະ​ບວນການ​ຂອງ​ສະມາຊິກ​ພັກ​ພະນັກງານ​ລັດຖະກອອນ ​ແລະ ມະຫາຊົນ​ເຂົ້ຮ່ວມ​ກວດກາ, ສະກັດ​ກັ້ນ ​ແລະ ຕ້ານ​ບັນດາ​ປະກົດ​ການ​ຫຍໍ້​ທໍ້​ດ້ານ​ຕ່າງໆ​ ໃຫ້ຫຼຸດໝ້ອຍຖອຍ​ລົງ​ເທື່ຶລະ​ກ້າວ ​ເຊິ່ງບັນດາ​ເນື້ອ​ໃນ​ເອກະສານ​ທີ່​ນຳ​ມາ​ຝຶກ​ອົບຮົມ​ຄັ້ງ​ນີ້​ມີ​ທັງໝົດ 7 ບົດ​ຄື:

  1.  ຄວາມ​ຮູ​້ພື້ນຖານ​ກ່ຽວກັບ​ວຽກງານ​ກວດກນພັກ.
  2.  ວຽກງານ​ຕິດຕາມ, ກວດກາ​ພັກ.
  3.  ຄວາ​ວມຮູ້​ພື້ນຖານ​ກ່ຽວກັບ​ວຽກງງານ​ກວດກາ​ລັດ.
  4. ວຽກງງານ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ.
  5. ວຽກງານ​ຄົ້ນ​ຄ້ວາ​ຄຳ​ຮ້ອງ, ຄຳ​ສະ​ເໝີ.
  6. ການ​ສ້າງ​ເອກະສານ​ກ່ຽວກັບ​ວຽກງານ​ກວດກາ (ວິທີ​ສ້າງ​ແຜນການ​ກວດກາ).
  7. ກົງຈັກ​ການຈັດ​ຕັ້ງ ​ແລະ ການ​ບຳລຸງ​ກໍ່ສ້າງ​ພະນັກງານ​ກວດກາ ​ແລະ ບາງ​ເອກະສານ​ທີ່​ສຳຄັນ​ຂອງລັດຖະບານກ່ຽວກັບ​ວຽກງງານ​ກວກດກາ ຈຳນວນໜຶ່ງ ພາຍຫຼັງສຳ​ເລັດ​ບັ້ນ​ຝຶກ​ອົບຮົມ​ບັນດາ​ນັດ​ສຳ​ມະ​ນາ​ກ່ອນ​ຈະ​ໄດ້​ຮັບ​ໃບ​ຢັ້ງຢືນ​ຜົນສຳ​ເລັດ​ການ​ຝຶກ​ອົບຮົມ​ວຽກງານ​ກວດກາ​ໄລຍະ​ສັ້ນ​ຈາກ ປະທານ ຄະນະ​ກວດກາ​ຂັ້ນ​ສູນ​ກາງ​ພັກ.

ທີ່​ສໍາຄັນ ​ແລະ ​ເປັນ​ທີ່​ຫນ້າ​ພູມ​ໃຈການ​ຝຶກ​ອົບຮົມ​ຄັ້ງ​ນີ້ ນັກ​ສໍາ​ມະ​ນາກ​ອນທຸກ​ທ່ານ ​ແມ່ນ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ແລກປ່ຽນ​ບົດຮຽນ ​ເຊິ່ງກັນ ​ແລະ ກັນ ​ເຮັດ​ໃຫ້​ກອງ​ປະຊຸມ​ມີ​ຄວາມ​ຫມາຍ​ຄວາມ​ສໍາຄັນ​ຍິ່ງ​ຂຶ້ນ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

WhatsApp Image 2017-02-28 at 13.39.41

WhatsApp Image 2017-02-28 at 13.39.44