ການເປັນຕົວແບບນໍາຫນ້າພາທາງການຈັດຕັ້ງປະຕິບັດ ການຕິດສະຫລາກເປັນພາສາລາວ ຕໍ່ສິນຄ້າ ທີ່ຜະລິດພາຍໃນ ແລະ ນໍາເຂົ້າ ສໍາລັບສິນຄ້າປະເພດເຄື່ອງດື່ມ
By sonsathit rasavong On 20 Mar, 2017 At 02:44 PM | Categorized As ຂ່າວພາຍໃນ | With 0 Comments

​ໃນ​ວັນ​ທີ 24 ກຸມພາ 2017 ​ເວລາ​ປະມານ 9:00 ທາງ​ຄະນະ​ທີ​ມງານ​ຕິດຕາມ​ການ​ຕິດ​ສະ​ລາກ​ລາຄາ​ສິນຄ້າ ​ເຊິ່ງນໍາ​ໂດຍ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ ກະຊວງ​ອຸດ​ດສາ​ຫະກໍາ ​ແລະ ການ​ຄ້າ, ພ້ອມ​ດ້ວຍບັນດາ ທ່ານ ຫົວໜ້າ​ກົມ, ຮອງຫົວຫນ້າ​ກົມ, ຄະນະ​ພະ​ແນ​ກ ​ແລະ ວິຊາ​ການ ກົມການ​ຄ້າ​ພາຍ​ໃນ, ພະ​ແນ​ກ ອຸດສາ ຫະກໍາ ​ແລະ ການ​ຄ້າ ນະຄອນຫລວງ​, ໄດ້​ລົງ​ ຊຸ​ກຍູ້ ຕິດຕາມ​ ບໍລິ​ສັດ ​ເບຍ​ລາວ​ຈໍາກັດ, ບໍລິສັດ ​ເອ​ເຊຍ​ປາຊີ​ຟິກ ບີ​ເວີຣີ ຈໍາກັດ, ບໍລິສັດ​ໂຄຄາ​ໂຄ​ລ້າ ບອ໊ຕຕລິງ ຈໍາກັດ, ບໍລິສັດ​ພອນ​ສະ​ຫວັນ ຂາ​ອອກ-​ຂາ​ເຂົ້າ ຈໍາກັດ​ຜູ້​ດຽວ ​ໃນການ​ຕິດ​ສະ​ຫລາກ​ສິນຄ້າ​ເປັນ​ພາສາ​ລາວ

ການ​ລົງ​ຕິດຕາມ​ໃນ​ຄັ້ງ​ນີ້​​ແມ່ນເພື່ອ​ເຮັດ​ໃຫ້ການ​ປະຕິບັດ​ການ​ຕິດ​ສະຫລາກ​ສິນຄ້າ​ເປັນ​ພາສາ​ລາວ ຕໍ່​ສິນຄ້າ​ທີ່​ຜະລິດ​ຢູ່​ໃນ ສປປ ​ລາວ ​ແລະ ສິນຄ້າ​ທີ່​ນໍາ​ເຂົ້າ​ມາ​ຈາກ​ຕ່າງປະ​ເທດ ມີ​ປະສິດທິພາບ ​ແລະ ຮັບ​ປະກັນ ການອ່ານ​ງ່າຍ ຊັດ​ເຈນ, ມີ​ການ​ບໍລິການ​ແບບ​ທຳ​ມາ​ພິບານ ​ ​ຊຶ່ງເປັນ​ຕົວ​ແບບ​ນຳໜ້າ​ພາ​ທາງໃນ​ການ​ຈັດ​ຕັ້ງ​ປະຕິບັດ​ ການ​ຕິດ​ສະຫຼາກ​ເປັນ​ສິນຄ້າ​ເປັນ​ພາສາ​ລາວ ຕໍ່​ສິນຄ້າ​ທີ່​ຕົນ​ຜະລິດ ຫຼື ນຳ​ເຂົ້າ ສຳລັບ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ​ແລະ ບໍ່​ມີ​ທາດ​ເຫຼົ້າ; ​ໄປ​ພ້ອມໆກັບ​ການ​ຊຸກຍູ້​ໃຫ້​ພາກສ່ວນ​ອື່ນ ຫຼື ຫົວໜ່ວຍທຸລະ​ກິດ​ອື່ນ ພ້ອມ​ກັນ​ປະຕິບັດ​ຕາມ​ລະບຽບກາ​ນ​ເຫຼົ່ານີ້ ​ແລະ ຖື​ເປັນ​​ແບບຢ່າງ​ໃນ​ການ​ປະຕິບັດ​ຕາມ. ຖ້າຫົວໜ່ວຍທຸລະ​ກິດ​ໄດ້​ລະ​ເມີດ ກໍ​ຈະ​ຖືກ​ປະຕິບັດ​ວິ​ໄນ​ຕາມ​ລະບຽບກົດໝາຍທີ່​ກຳນົດ​ໄວ້ ທີ່​ສໍາຄັນ​ແມ່ນ​ເພື່ອ​ປະຕິບັດ​ຕາມ​ຄໍາ​ສັ່ງ​ຂອງ​ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ກ່ຽວ​ກັບ​ການ​ຕິດ​ສະຫລາກ​ສິນຄ້າ​ເປັນ​ພາສາ​ລາວ ສະບັບ​ເລກທີ 2501/ອຄ. ຄພນ, ລົງ​ວັນ​ທີ 16 ທັນວາ 2015, ​ເພື່ອ​ຜັນ​ຂະຫຍາຍ​ການຈັດ​ຕັ້ງ​ປະຕິບັດ​ກົດຫມາຍ​ປົກ​ປ້ອງ​ຜູ້​ຊົມ​ໃຊ້ ໃຫ້​ມີ​ຄວາມ​ສັກສິດ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

WhatsApp Image 2017-02-27 at 14.45.11

WhatsApp Image 2017-02-27 at 14.45.12

WhatsApp Image 2017-02-27 at 14.45.13