ການເປີດໂຕເວັບໄຊ ແລະ ເຟສບຸກ ຂອງໜັງສືພິມເສດຖະກິດ – ການຄ້າ ຢ່າງເປັນທາງການ
By sonsathit rasavong On 20 Jan, 2017 At 10:41 AM | Categorized As ຂ່າວພາຍໃນ | With 0 Comments

ຖື​ວ່າ​ເປັນ​ເລີກ​ງາມ​ຍາມ​ດີ​ຂອງ​ຫນັງສືພິມ​ເສດຖະກິດ-​ການ​ຄ້າທີ່​ໄດ້​ດໍາ​ເນີນ​ການ​ເປີດ​ໂຕ​ເວັບ​ໄຊ ​ແລະ ​ເຟສບຸກຢ່າງ​ເປັນ​ທາງ​ການ ​ໃນ​​ເວລາ 2:00 ​ໂມງ ຂອງ​ວັນ​ທີ 16 ມັງກອນ 2017 ທີ່​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ກິດ​ຕິ​ມະ​ສັກ​ຂອງ ​ທ່ານ ສຽວສະຫວາດ ສະ​ແຫວ​ງສຶກສາ, ທ່ານ ບຸນ​ມີ ມະນີ​ວົງ ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ທ່ານ ປິ່ນ ປາດ​ຖະໜາ ພັນ​ທະ​ມາລີ ຫົວໜ້າ​ກົມ​ສື່​ມວນ​ຊົນ ກະຊວງ​ຖະ​ແຫລງຂ່າວ, ວັດທະນະ​ທໍາ ​ແລະ ການທ່ອງທ່ຽວ, ທ່ານ ນາງ ຖາວອນ ວົງ​ສົມບັດ ປະທານ​ຜູ້​ບໍລິຫານ​ກຸ່ມ​ບໍລິສັດ​ໂຄລາວ ​ແລະ ທ່ານ ປອ. ຄໍາ​ຂັນ ນະພາ​ວົງ ຫົວຫນ້າ​ຄະນະ​ບັນນາທິການ​ຫນັງສືພິມ​ເສດຖະກິດ​-ການ​ຄ້າ, ພ້ອມ​ທັງບັນດາ​ຫົວໜ້າ​ກົມ, ຮອງ​ກົມ ​, ຫົວຫນ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ, ວິຊາ​ການທີ່​ກ່ຽວຂ້ອງຂອງ​ກະຊວງ ​ແລະ ສື່​ມວນ​ຊົນ​ຫລາຍຂະ​ແຫນງ​ການກໍ່​​ເຂົ້າ​ຮ່ວມ.

ຊຶ່ງ​ຍາມ​ໃດຄະນະ​ພັກ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ກໍ່​ໃຫ້​ຄວາມ​ສໍາຄັນ​ແກ່ຫນັງສືພິມ​ເສດຖະກິດ ​- ການ​ຄ້າ ​​ເພາະ​ເປັນກະບອກ​ສຽງ​ອັນ​ສໍາຄັນ​​ຂອງ​ຂະ​ແຫນງ​ອຸດສາຫະກໍາ ​ແລະ ​ການ​ຄ້າ ​ໂດຍ​ດານເອົາ​ໃຈ​ໃສ​່ຕິດຕາມ​ ແລະ ປັບປຸງຈົນ​​ເຖິງປະຈຸ​ບັນ ​ເພື່ອ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ​ຂອງ​ຂະ​ແໜງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໃນ​ໄລຍະ​​ໃຫ​ມ່ ທີ່​ໄດ້ ກ້າວ​ເຂົ້າ​ສູ່​ການ​ເຊື່ອມ​ໂຍງກັບ​ສາກົນ ​ແລະ ພາກ​ພື້ນ ​ແລະ ​ເປັນທີ່​ຫນ້າພູມ​ໃຈ​ທີ່​ກຸ່ມ​ບໍລິສັດ​ໂຄ​ລາວ​ໄດ້​ຕົກລົງ​ປົງ​ໃຈ​ປະກາດ​ເປັນ​ຜູ້​ອຸປະຖໍາ​ຫລັກ​ໃຫ້​ຫນັງສືພິມ​ເສດຖະກິດ​ການ​ຄ້າ​ໃນ​ໄລຍະ​ຜ່ານ​ມາ​ເຮັດໃຫ້​ຫນັງສື​ພິມນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍ​ຕ​ົວຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເປັນ​ບາດກ້າວ​​ໃຫມ່​ທີ່​ຈະ​ພັດ​ທະ​ນາ​ສື່​​ໃຫ້ກ້ວາງ​ຂວາງ​ຂື້ນ​​​ເພື່ອ​ເຮັດໃຫ້​ການ​ລາຍ​ງານ​ຂ່າວທັນກັບ​ສະພາບ​ການ ​ແລະ ​ເວລາ ​ໂດຍ​ຫັນ​ໄປ​ສູ່​ລະບົບ​ອອນ​ລາຍ ​ແລະ ​ເຂົ້າ​ເຖິງກຸ່ມ​ຜູ້​ອ່ານ​ໃຫ້​ໄດ້​ຫລາຍ​ທີ່​ສຸດ ​ໃນ​ຍຸກ​ເທັກ​ໂນ​ໂລ​ຊີ​ຂໍ້​ມູນ ​- ຂ່າວສານ (www.laoedaily.​com.la ​ແລະ facebook )

[ພາບ ແລະ ຂ່າວ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ]

???????????????????????????????

???????????????????????????????

???????????????????????????????

???????????????????????????????

???????????????????????????????