ການກະກຽມຄວາມພ້ອມເພື່ອສະຫນອງສະບຽງອາຫານໃຫ້ແກ່ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ
By sonsathit rasavong On 16 Jan, 2017 At 01:05 PM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ວັນ​ທີ 05 ມັງກອນ 2017 ​ເວລາ 3:00​ໂມງ ທີ່​ຫ້ອງ​ຮັບ​ແຂກ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ບໍລິສັດ ສປ ຈີນ ​ໄດ້​ເຂົ້າ​ລາຍ​ງານ ​ກ່ຽວ​ກັບ​ການ​ເລີ່​ມຕົ້ນ​ລົງມືປະຕິບັດ​ໂຄງການກໍ່ສ້າງທາງ​ລົດ​ໄຟລາວ-​ຈີນ, ​ໂດຍການ​ກະກຽມ​ໂຄງ​ປະກອບ​ວັດ​ສະ​ດຸ​ກໍ່ສ້າງ-​ສະບຽງ​ອາຫານ ​ເພື່ອ​ຕອບ​ສະໜອງ​ໃຫ້​ທັນ​ເວລາ ​ແລະ ພຽງພໍ ​ໃນ​ຊ່ວງ​ເວລາ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ ​ໃຫ້​ມີ​ຄວາມ​ພ້ອມ ​​ແລະ ອໍາ​ນວຍ​ຄວາມ​ສະດວກ​ໃນ​ທຸກ​ດ້ານ​ ​ໃນ​ການ​ເຂົ້າ​ຮ່ວມ​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ບໍລິສັດ​ຂອງ ສປ ຈີນຂອງ​ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ທ່ານ​ມີ​ຄວາມເຫັນ​ດີ​​ໃນ​ການ​ແບ່ງ​ການຈັດ​ຕັ້ງ​ປະຕິບັດວຽກ​ງານ​ແຕ່ລະ​ໄລຍະ ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ດີ​ຕາມ​ແຜນ ​ແລະ ຕາມກໍານົດ​ເວລາ.

[ພາບ ແລະ ຂ່າວ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ]

???????????????????????????????