ການຢ້ຽມຢາມຂອງຄະນະທີ່ປຶກສາທູດເສດຖະກິດການຄ້າ ຂອງ ສປ ຈີນ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ
By sonsathit rasavong On 16 Jan, 2017 At 01:14 PM | Categorized As ຂ່າວພາຍໃນ | With 0 Comments

ທີ​ຫ້ອງ​ຮັບ​ແຂກ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ເວລາ 10:00​ໂມງ ຂອງ​ວັນ​ທີ 05 ມັງກອນ 2017 ​. ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ໄດ້​ຕ້ອນ​ຮັບ​ຄະນະ​​ທີ່​ປຶກສາທູດເສດ ຖະກິດ​ການ​ຄ້າ ທີ່​ມາ​ອໍາ​ລາ​ຄືນ​ສູ່​ປະ​ເທດ​ຕົນ ​ເຊິ່ງ​ທ່ານ​ໄດ້ດໍາລົງ​ຕໍາ​ແໜ່​ງປະຕິບັດຫນ້າ​ທີ່​ໃນ ສປປ ລາວມາ​ເປັນ​ເວລາ 3 ປີ 6 ​ເດືອນ ​ແລະ ຈະ​ຫມົດ​ວາລະ​ໃນ​ທ້າຍ​ເດືອນ 1 ປີ 2017 ນີ້; ທີ່​ສໍາຄັນ​ແມ່ນ​ເພື່ອ​ເຂົ້າ​ແຈ້ງ​ຜົນ​ການ​ພົບ​ປະ​​ຂອງ​ສອງ​ນາຍົກ​ລັດຖະມົນຕີ​ລະຫວ່າງ ສປປ ​ລາວ ​ແລະ ສປ ຈິນ ​ໃນ​ວັນ​ທີ 28 ພະຈິກ 2016, ​ໃນ​ການ​ພົບ​ປະ​ຄັ້ງ​ນັ້ນ​ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​ເຫັນ​ດີ​ໃນ ​(ຕາມ​ການສະ​ເໜີ​ຂອງ​ທ່ານ ນາຍົກລັດຖະມົນຕີ ຂອງ ສປປ ລາວ) ການ​ສົ່ງ​ເຂົ້າສານ​ໄປ​ຈີນ​ເພີ່ມ​ຂຶ້ນ​ຈາກ 8,000 ​ໂຕນ ​ເປັນ 20,000​ ໂຕນຕໍ່​ປີ ​ເລີ່​ມປະຕິບັດປີ 2017​ ເປັນ​ຕົ້ນ​ໄປ.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ກ່າວ​ວ່າ ມີ​ຄວາມ​ຍິນດີ ​ແລະ ນາກພູມ​ໃຈ​ຢາງ​ສູງ​ທີ່ໄດ້​ຮ່ວມ​ວຽກ​ນໍາ​ຄະນະ​ດັ່ງ​ກ່າວຕະຫລອດ​​ໄລຍະ​ທີ່​ຄະນະ​ທີ່​ປຶກສາ​ທູດ​ເສດຖະດິ​ດ-ການ​ຄ້າ ສປ ຈີນ​ປະ​ຈໍາ​ລາວ ​ໄດ້​ດໍາລົງ​ຕໍາ​ແໜ່​ງ ​ໃນ ສປປ ລາວ.

[ພາບ ແລະ ຂ່າວ: ກະຊວງອຸດສາຫະກຳ ແລະ ການຄ້າ]

???????????????????????????????