ການອໍາລາຂອງຄະນະທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຕໍ່ກັບກະຊວງອຸດສາຫະກໍາ ແລະ ການຄ້າ
By sonsathit rasavong On 16 Jan, 2017 At 01:46 PM | Categorized As ຂ່າວພາຍໃນ | With 0 Comments

ໃນ​ເວລາ 3:30 ​ໂມງ ຂອງ​ວັນ​ທີ 04 ມັງກອນ 2017 ທີ່​ຫ້ອງ​ຮັບ​ແຂກ ກະຊວງ​ອຸດສາຫະກໍາ ​ແລ​ະ ການ​ຄ້າ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ຕ້ອນ​ຮັບ​ຄະນະ​ທ່ານ ເອກອັກ ຄະ​ລັດຖະທູດ ສສ ຫວຽດນາມ ​ໃນ​ການ​ເຂົ້າ​ອໍາ​ລາ​ເພື່ອ​ກັບ​ຄືນ​ສູ່ປະ​ເທດ​ຕົນ ຊຶ່ງ​ທ່ານໄດ້​ດໍາລົງ​ຕໍາ​ແຫນ່​ງ​ເອກອັກຄະ​ລັດ​ຖະທູດປະ​ຈໍາ​ ສປປ ລາວ​ມາ 1 ສະ​​​ໄໝ​​ ໂດຍ​ການມອບ​ຫມາຍ​ຈາກການ​ນໍາ​ຂັ້ນ​ສູງ​ຂອງ ສສ ຫວຽດນາມ; ​​ໃນ 1 ສະ​ໄຫມຜ່ານມາ ​ໄດ້​ປະຕິບັດ​ຫນ້າ​ທີ່ ໃນ​ວຽກງານ​ດ້ານ​ການ​ເມືອງ, ວັດທະນະທໍາ, ດ້ານ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ, ດ້ານ​ການ​ຮ່ວມມື​ທາງ​ດ້ານ​ການ​ຄ້າ-​ການ​ລົງທຶນ.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ຂອບ​ໃຈ​ຢ່າງ​ສູງ​ນໍາ​ຄະນະ​ທ່ານ ​ເອກອັກຄະ​ລັດ​ຖະທູດ ສສ ຫວຽດນາມ ທີ່​​ໄດ້ປະຕິບັດ​ໜ້າ​ທີ່ຢູ່​ ສປປ ລາວ ຊຶ່ງ​ນໍາ​ມາ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ, ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ.

[ພາບ ແລະ ຂ່າວ: ກະຊວງອຸດສາຫະກຳ ແລະ ການຄ້າ]

???????????????????????????????