ເພີ່ມທະວີວຽກງານການປະສານງານ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງກະສິກໍາ ແລະ ປ່າໄມ້
By sonsathit rasavong On 28 Dec, 2016 At 11:07 AM | Categorized As ຂ່າວພາຍໃນ | With 0 Comments

ຕອນ​ບ່າຍ​ວັນ​ທີ 21 ທັນວາ 2016 ທີ່ ຫ້ອງ​ສ່ອງ​ແສງ​, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ​ໄດ້​ຈັດ​ກອງ​ປະ ຊຸມປືກສາ​ຫາລື ລະຫວ່າງ ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ແລະ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ຊຶ່ງ​ນໍາ​ໂດຍ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ແລະ ທ່ານ ປອ ລຽນ ທິ​ແກ້ວ ລັດຖະມົນ ຕີ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​ເຊິ່ງມີ​ຄະນະ​ກົມ ​ແລະ ວິຊາ​ການຈາກ​ກົມ​ ຂອງ​ສອງ​ພາກສ່ວນ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ແມ່ນ​ສືບ​ຕໍ່​ຈາກ​ກອງ​ປະຊຸມ​ທີ່​ເປັນ​ມູນ​ເຊື້ອ ຂອງ​ສອງ​ກະຊວງ​ໃນ​ການ​ພົວພັນ​ປະສານ​ງານ​ໂດຍ​ອີງ​ໃສ່​ດໍາລັດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ປະສານ​ງານ​ລະຫວ່າງ​ບັນດາ​ກະຊວງ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ແມ່ນ​ເພື່ອ​ປືກສາ​ຫາລື​ກ່ຽວ​ກັບ​ ການ​ຜັນ​ຂະຫຍາ​ຍສັນຍາ​ການ​ຄາ​ຊາຍ​ແດນ​ ລະຫວ່າງ​ລັດຖະບານ​ແຫ່ງ​ ສປປ ລາວ ​ແລະ ລັດຖະບານ​ແຫ່ງ​ ສສ ຫວຽດນາມ ສະບັບ​ລົງ​ນາມ​ວັນ​ທີ 17 ມິຖຸນາ 2015 ​ເພື່ອ​ໃຫ້​ເກ​ີດ​ຜົນ​ປະ​ໂຫຍ​ດຕົວ​ຈິງ, ກອງ​ປະຊຸມ​ເຫັນ​ດີ​ເປັນ​ເອກະ​ພາບ​ມອບ​ໃຫ້​ກົມ​ວິຊາ​ການ​ທີ່ກ່ຽວຂ້ອງ​ ຂອງ​ສອງ​ກະຊວງ​ຮີບ​ຮ້ອນ​ກະກຽມ​ໃຫ້​ສໍາ​ເລັດ​ບົດ​​ແນະ​ນໍາ​ ຈັດ​ຕັ້ງ​ປະຕິບັດ​ສັນຍາ​ດັ່ງກ່າວ​ໂດຍ​ໄວ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ສາມາດ​ສົ່ງ​ສິນ ຄ້າ​ໄປ​ ສສ ຫວຽດນາມ​ຕາມ​ຂອບ​ສັນຍາ​ນີ້. ນອກຈາກ​ນີ້ ກອງ​ປະຊຸມ​ໄດ້​ແບ່ງ​ຄວາມ​ຮັບຜິດຊອບ​ ກ່ຽວ​ກັບ​ການ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ລາວ​​ຜະລິດ​ສະບຽງ​ອາຫານ ​ເພື່ອ​ຮອງ​ຮັບ​ໂຄງການ​ສ້າງ​ທາງ​ລົດ​ໄຟ​ລ​າວ -​ ຈີນ ​ແລະ ສົ່ງ​ເສີມ​ການ​ຜະລິດ​ສິນ​ຄ້າ​ກະສິກໍາ ​ເພື່ອ​ສົ່ງ​ອອກ ​ແລະ ຮັບປະກັນ​ມີ​ຕະຫລາດ​ຮອງ​ຮັບ.

 

[ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

???????????????????????????????

???????????????????????????????

???????????????????????????????