ທ່ານ ຫງຽນ ແມ່ງ ຮຸງ (Nguyen Manh Hung), ເອກອັກຄະລັດຖະມູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ເຂົ້າຢ້ຽມອໍາລາ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ
By sonsathit rasavong On 12 Dec, 2016 At 02:30 PM | Categorized As ຂ່າວພາຍໃນ | With 0 Comments

ໃນຕອນບ່າຍຂອງວັນທີ 08 ທັນວາ 2016 ທີ່​ຜ່ານ​ມາ, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຫງຽນ ແມ່ງ ຮຸງ (Nguyen Manh Hung), ເອກອັກຄະລັດຖະທູດວິສາມັນຜູ້ມີອໍຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດທີ່ ທ່ານເອກອັກຄະລັດຖະທູດ ຈະສິ້ນສຸດການປະຕີບັດໜ້າທີ່ການທູດ ຢູ່ ສປປ ລາວ.

ການພົບປະໄດ້ດຳເນີນໄປດ້ວຍບັນຍາກາດຄວາມສະໜິດສະໝົມ ແລະ ເປັນກັນເອງ ບົນເນື້ອໃນຈິດໃຈຂອງສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ. ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ທ່ານລັດຖະມົນຕີ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ຍາມໃດກໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ຄວາມຊ່ວຍເຫຼືອຢ່າງຕັ້ງໜ້າ ໃນໄລຍະເວລາທີ່ທ່ານ ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຊຶ່ງເຮັດໃຫ້ທ່ານ ສາມາດສຳເລັດໜ້າທີ່ຂອງຕົນຢ່າງຈົບງາມ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ກໍ່ໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈທີ່ ທ່ານ ເອກອັກຄະລັດຖະທູດ ໄດ້ສຸມທຸກກຳລັງແຮງຂອງຕົນ ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແບບພິເສດທີ່ມີມາແຕ່ດົນນານ ໃຫ້ນັບມື້ ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນ ຕະຫຼອດໄລຍະ 4 ປີ ທີ່ຜ່ານມາ.

ສະເພາະຂະແໜງການອຸດສາຫະກຳ ແລະ ການຄ້າ ທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ປະກອບສ່ວນສຳຄັນ ເຮັດໃຫ້ສອງກະຊວງອຸດສາຫະກຳ ແລະ ການຄ້າ ລາວ ແລະ ຫວຽດນາມ ສາມາດຮ່ວມລົງນາມຮ່ວມກັນ ໃນຫລາຍເອກະສານ ເປັນຕົ້ນແມ່ນ ສັນຍາການຄ້າສອງຝ່າຍ ສະບັບໃໝ່ ແລະ ສັນຍາການຄ້າຊາຍແດນ ລະຫວ່າງ ສອງລັດຖະບານ ແລະ ຂອບຮ່ວມມືອື່ນໆ. ນອກນີ້ ສອງຝ່າຍ ຍັງໄດ້ປຶກສາຫາລືຮ່ວມກັນ ເພື່ອຊອກຫາມາດຕະການອັນສະເພາະ ໃນການເພີ່ມທະວີການພົວພັນການຄ້າ ລະຫວ່າງ ສອງປະເທດ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ອີກເທື່ອໜຶ່ງ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ເອກອັກຄະລັດຖະທູດ ແລະ ຫວັງວ່າ ພາຍຫລັງສຳເລັດໜ້າທີ່ ແລະ ກັບຄືນປະເທດ ທ່ານຈະສືບຕໍ່ສານສາຍພົວພັນມິດຕະພາບແບບພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ໜັ້ນຄົງຖະນົງແກ່ນ ຕະຫຼອດໄປ.

[ພາບ ​ແລະ ຂ່າວ: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ]

lv