ທ່ານ ນາງ ເຂັມມະນີ ພົນເສນາ ສະເໜີໃຫ້ພາກລັດ – ທຸລະກິດ ຮ່ວມມືກັນແກ້ໄຂບັນຫາບໍ່ໃຫ້ແກ່ຍາວ
By sonsathit rasavong On 12 Dec, 2016 At 02:30 PM | Categorized As ຂ່າວສຳຄັນ | With 0 Comments

 

​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະການ​ຊີ້​ນຳ​ກອງ​ປະຊຸມ​ທຸລະ​ກິດ​ລາວ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ເນັ້ນ​ໃຫ້​ພາກ​ລັດ ​ແລະ ທຸລະ​ກິດ​ເລັ່ງຈັດຕັ້ງ​ແກ້​ໄຂ​ບັນຫາ​ທີ່​ພົບ​ເຫັນ​ໃນ​ໄລຍະ​ຜ່ານ​ມາ​ໃຫ້​ຂາດ​ຕົວ ​ໂດຍ​ສະ​ເພາະ​ແມ່ນ​ການ​ເຮັດ​ວຽກ​ຮ່ວມ​ກັນ​ໂດຍ​ກົງ​ລະຫວ່າງ​​ກົມ​ແຜນການ​ ​ແລະ ການ​ຮ່ວມ​ມື ກັບ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ.

ກອງ​ປະຊຸມ ຄະນະ​ກຳມະການ​ຊີ້​ນຳ​ກອງ​ປະຊຸມ​ທຸລະ​ກິດ​ລາວ ​ໄດ້​ຈັດ​ຂຶ້ນ​ວັນ​ທີ 08 ທັນວາ ທີ່​ຜ່ານ​ມາ ທີ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ອຸ​ເດດ ສຸວັນນະ​ວົງ ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ; ມີ​ບັນດາ​ຫົວໜ້າ​ກົມ​ກ່ຽວຂ້ອງ, ພະ​ແນ​ກການ, ຮອງ​ປະທານ​ສະພາ​ການ​ຄ້າ ພາກ​ທຸລະ​ກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ.

ທ່ານ ນາງ​ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ມີ​ຄຳ​ເຫັນ ພາຍຫຼັງ​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ບັນຫາ​ທີ່​ພາກ​ທຸລະ​ກິດ​ພົບ​ພໍ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ຜ່ານ​ການ​ປຶກສາ​ຫາລື​ລະຫວ່າງ​ຂະ​ແໜງ​ການ​ຂອງ​ລັດ ​ແລະ ພາກ​ທຸລະ​ກິດ ​ໂດຍ​ເນັ້ນ​ໃຫ້​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ ​ແລະ ກົມ​ແຜນການ ​ແລະ ການ​ຮ່ວມ​ມື​ ເປັນ​ໃຈກາງ​ປະສານ​ງານ​ກັນ​ໃຫ້​ມີ​ຄວາມ​ລະອຽດ​ ໃນ​ການ​ແກ້​ໄຂ​ບັນຫາ​ທີ່​ຫຍຸ້ງຍາກ​ຜ່ານ​ມາ​ໃຫ້​ຂາດ​ຕົວ​ເປັນ​ແຕ່​ລະ​ບັນຫາ​ໄປ​ ​ໂດຍ​ບໍ່​ໃຫ້​ມີ​ການ​ແກ່ຍາວ​ເວລາ​ໄປ​ຫຼາຍ ​ແລະ ​ເພື່ອ​ຫຼີກ​ລ້ຽງ​ເອົາ​ບັນຫາ​ເກົ່າ​ມາ​ເວົ້າ​ກັນ​ອີກ. ພ້ອມ​ກັນ​ນັ້ນ, ການ​ຮັບ​ເອົາ​ຂໍ້​ມູນ​ໃຫ້​ມີ​ຄວາມ​ຕໍ່​ເນື່ອງ​ກັນ (ບໍ່​ຢາກ​ໃຫ້​ມາ​ວ່າ​ມາ​ປະຊຸມ​ຄັ້ນ​ນີ້ ​ແລະ ກໍ່​ແລ້ວ​ໄປ​ຊື່ໆ), ຜ່ານ​ມາ​ບັນຫາ​ເກົ່າ​ແມ່ນ​ເວົ້າ​ມາ 10 ປີ​ກໍ່​ຍັງ​ແກ້​ໄຂ​ບໍ່​ແລ້ວ​ເຫຼົ່າ​ນີ້​ເປັນ​ຕົ້ນ.

ພ້ອມ​ດຽວ​ກັນ​ນັ້ນ, ກໍ່​ເພື່ອ​ຫຼີກ​ລ້ຽງ ຫຼື ບໍ່​ໃຫ້​ເອົາ​ບັນຫາ​ໃໝ່​ມາ​ເວົ້າ​ໂດຍ​ທີ່​ບັນຫາ​ເກົ່າ​ຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ. ສະ​ນັ້ນ, ຈຶ່ງ​ເນັ້ນ​ໃຫ້​ກອງ​ເລຂາ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ ​ແລະ ກົມ​ແຜນການ ​ແລະ ການ​ຮ່ວມ​ມື ​ເຮັດ​ວຽກ​ນຳ​ກັນ​ຢ່າງ​ຈິງ​ຈັງ ​ແລະ ​ເດັດຂາດ ​ເຊິ່ງ​ເຫັນ​ດີ​ໃຫ້​ວາງ​ບັນຫາ​ເປັນ​ໄລຍະ​ສັ້ນ, ກາງ ​ແລະ ​ໄລຍະ​ຍາ​ວ.

ທ່ານ ອຸ​ເດດ ສຸວັນນະ​ວົງ ​ໄດ້​ກ່າວ​ວ່າ: ​ໃນສະພາບ​ຕົວ​ຈິງ ທຸລະ​ກິດ​ທັງ​ພາຍ​ໃນ​ປະ​ເທດ, ຂົງ​ເຂດ ​ແລະ ສາກົນ ກໍ່​ຄື​ທົ່ວ​ໂລກ ມີ​ການ​ແຂ່ງຂັນ​ກັນ​ສູງ​ໃນ​ການ​ຍາດ​​ແຍ່ງ​ຕະຫຼາດ ດ້ານ​ການ​ຜະລິດ, ການ​ບໍລິການ, ການ​ຄົ້ນຄວ້າ​ວິ​ໄຈ ​ແລະ ພັດທະນາ​ນະ​ວັດຕະ​ກຳ​ໃໝ່ໆ ຈຶ່ງ​​ເປັນ​ສິ່ງ​ທ້າ​ທາຍ​ໃຫ້​ນັກທຸລະກິດ​ທົ່ວ​ຂະ​ແໜງ​ການ ລວມທັງ​ນັກທຸລະກິດ​ລາວ ທີ່​ຈະ​ຕ້ອງ​ຍົກ​ລະດັບ​ການ​ຜະລິດ ການ​ບໍລິການ​ຕ່າງໆ​ໃນ​ຂະ​ແໜງ​ການ​ຂອງ​ຕົນ ທັງ​ດ້ານ​ປະລິມານ, ຄຸນ​ນະພາ​ບ ຄວາມ​ທັນ​ສະ​ໄໝ ​ແລະ ຄວາມ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ເພື່ອ​​ໃຫ້​ສາມາດ​ແຂ່ງຂັນ​ບໍ່​ພຽງ​ແຕ່​ໃນ​ປະ​ເທດ​​ເທົ່າ​ນັ້ນ ​ແຕ່​ກັບ​ສາກົນ​ນຳ​ອີກ.

ທ່ານ​ກ່າວ​ຕື່ມ​ອີກ​ວ່າ: ​ເພື່ອ​ໃຫ້​ບັນຫາ​ມີ​ຄຳ​ຕອບ ​ແລະ ຖືກ​ຕິດຕາມ​ແກ້​ໄຂ​ຢ່າງ​ແທ້​ຈິງ ຂະ​ແໜງ​ການ​ກ່ຽວຂ້ອງ​ຂອງ​ພາກ​ລັດ ກໍ່​ຄວນ​ມີ​ຜູ້​ປະສານ​ງານ​ສະ​ເພາະ ​ເພື່ອ​ໃຫ້ການ​ຕິດຕາມ​ແກ້​ໄຂ​ບັນຫາ​ທີ່​ພາກ​ທຸລະ​ກິດສະ​ເໜີ​ມີ​ປະສິດທິພາບ ​ແລະ ​ແກ້​ໄຂ​ມີ​ຄວາມ​ຕໍ່​ເນື່ອງ.

ຂະນະ​ທີ່ ທ່ານ​ ສະໝານ ອາ​ເນ​ກາ ຮອງ​ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ​ໄດ້​ລາຍ​ງານ​ບັນຫາ​ທີ່​ພາກ​ທຸລະ​ກິດ​ພົບ​ພໍ້ ​ແລະ ມີ​ຄວາມ​ຫຍຸ້ງຍາກ​ ມີ​ຄື: ການ​ເກັບ​ອາກອນ, ການ​ຂົນ​ສົ່ງ, ນຳ​ເຂົ້າ, ສົ່ງ​ອອກ​ສິນຄ້າ, ບັນຫາ​ການຈັດ​ຊື້ ຈັດ​ຈ້າງ​ຂອງ​ໂຄງການ​ລັດຖະບານ, ການ​ແຂ່ງຂັນ​ທີ່​ບໍ່​ເປັນ​ທຳ​ຈາກ​ບັນດາ​ທຸລະ​ກິດ​ທີ່​ບໍ່​ໄດ້​ຈົດ​ທະບຽນ,​ການຈັດ​ລະບຽບ​ທຸລະ​ກິດ​ໂຮງພິມ, ການ​ນຳ​ເຂົ້າ​ນ້ຳມັນ​ທີ່​ບໍ່​ໄດ້​ມາດຕະຖານ ​ແລະ ການຈັດ​ສັນ​ສະຖານ​ທີ່​ຕັ້ງ​ປ້ຳ​ນ້ຳມັນ, ການ​ໃຫ້​ອະນຸ​ຍາດ​ຕັ້ງ​ປ້າຍ​ໂຄສະນາ​ທັບ​ຊ້ອນ, ຄວາມ​ຫຍຸ້ງຍາກ​ໃນ​ການ​ເຂົ້າ​ຫາ​ແຫຼ່ງທຶນ, ການ​ຊຳລະ​ສະ​ສາງ​ຄ່າ​ກໍ່ສ້າງ, ດ້ານ​ກະສິກຳ, ດ້ານ​ຫັດຖະກຳ ​ແລະ ການ​ສົ່​ງ​ເສີມ​ການ​ທ້ອງ​ທ່ຽວ.

[ພາບ: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ]

[ບົດ​ຂາວ: ໜັງສືພິມ​ເສດ​ຖະກິດ-​ການ​ຄ້າ]

11

22

33