ພິທີເຊັນ​ສັນຍາ​ໂຄງການ​ປັບປຸງ​ໂຄງ​ລ່າງ​ພື້ນຖານ​ເຕັກນິກ​ອິນ​ເຕີ​ເນັດ (Internet/WiFi) ຂອງກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ
By sonsathit rasavong On 12 Dec, 2016 At 02:05 PM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ຕອນ​​ແລງ​ຂອງວັນ​ທີ 21 ພະຈິກ 2016, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດພິທີເຊັນ​ສັນຍາ​ໂຄງການ​ປັບປຸງ​ໂຄງ​ລ່າງ​ພື້ນຖານ​ເຕັກນິກ​ອິນ​ເຕີ​ເນັດ (Internet/WiFi) ຂອງກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຂຶ້ນທີ່​ຫ້ອງ​ປະຊຸມ​ສ່ອງ​ແສງ​ກະຊວງ ອຄ, ​ລະຫວ່າງ ​ເຈົ້າ​ຂອງ​​ໂຄງການ ກໍ່​ຄື​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເຊັນ​ໂດຍ​ທ່ານ ພຸດ​ທະ​ວັນ ນັນທະ​ວົງ ຮັກສາ​ການ​ຫົວໜ້າ​ຫ້ອງການ​ກະຊວງ ອຄ ​ແລະ ຜູ້​ໃຫ້​ບໍລິການ ​ກໍ່​ຄື​ ບໍລິສັດ ລາວ​ຈຳປາ ອິນ​ເຕີ​ເນັດ ຈຳກັດ ​ເຊັນ​ໂດຍ​ທ່ານ Ryan Hong KF ປະທານ​ບໍລິສັດ ລາວ​ຈຳປາ ອິນ​ເຕີ​ເນັດ ຈຳກັດ.

ພິທີ​ດັ່ງກ່າວໃຫ້​ກຽດ​ເປັນ​ປະທານ​ພິທີ​ໂດຍ​ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ​​ມີ​ບັນດາ​ຄະນະ​ກົມ​ອ້ອມ​ຂ້າງ​ກະຊວງ, ຄະນະ​ຮັບຜິດຊອບ​ຈັດ​ຕັ້ງ​ປະຕິບັດ​ໂຄງການ, ພະນັກງານ​ຂອງ​ບໍລິສັດ​ທີ່​ໄດ້​ຮັບ​ໂຄງການ ​​ແລະ ​ແຂກ​ທີ່​ຖືກ​ເຊີນ​ຈາກ​ບໍລິສັດ ​​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

[ບົດຂາວ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ກະຊວງ ອຄ]

edit