ພາກລັດ, ເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ຮ່ວມກັນປຶກສາຫາລື ບັນດາກົນໄກ ເພື່ອສົ່ງເສີມວຽກງານການອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ການດຶງດູດ ການລົງທຶນ ຂອງ ສປປ ລາວ
By sonsathit rasavong On 21 Oct, 2016 At 09:46 AM | Categorized As ຂ່າວສຳຄັນ | With 0 Comments

 

ນະຄອນຫຼວງວຽງຈັນ, ວັນທີ 20 ຕຸລາ 2016. ກອງປະຊຸມກາງສະໄໝ ຂອງໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ເຊິ່ງແມ່ນເວທີຫຼັກ ຂອງການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ ຈັດຂື້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ.

ກອງປະຊຸມໄດ້ນຳສະເໜີ ແລະ ປຶກສາຫາລື ບັນດາຜົນໄດ້ຮັບ ແລະ ສິ່ງທ້າທາຍ ສຳລັບສອງຂົງເຂດທີ່ສຳຄັນ ຂອງການ ສ້າງສະພາບແວດລ້ອມ ທາງດ້ານທຸລະກິດຂອງລາວ.

ໃນພາກທຳອິດຂອງກອງປະຊຸມ ໄດ້ນຳສະເໜີ ແລະ ທົບທວນຄືນ ບັນດາຄວາມຄືບໜ້າ ຂອງວຽກງານ ການອຳນວຍຄວາມສະດວກ ທາງດ້ານການຄ້າ ເຊິ່ງລວມມີ ການຈັດຕັ້ງປະຕິບັດ ວາລະການອຳນວຍຄວາມສະດວກ ທາງດ້ານການຄ້າ, ການທົບທວນ ແລະ ຫາວິທີແກ້ໄຂ ບັນດາມາດຕະການ ທີ່ບໍ່ແມ່ນພາສີ, ປະສິດທິພາບ ແລະ ປະສິດທິຜົນ ຂອງການແກ້ໄຂບັນຫາອາກອນ ຜ່ານຊາຍແດນ ແລະ ໃນພາກທີສອງ ກອງປະຊຸມໄດ້ຮ່ວມກັນ ປຶກສາຫາລື ກ່ຽວກັບບັນຫາ ກາລະໂອກາດ ໃນການລົງທຶນໃນຂະແໜງການ ດ້ານການບໍລິການ ຂອງ ສປປ ລາວ ແລະ ບັນດາບັນຫາສຳຄັນທີ່ພາກທຸລະກິດ ກຳລັງໃຫ້ຄວາມສົນໃຈ ເປັນຕົ້ນແມ່ນຕໍ່ກັບ ຂະບວນການ ໃນການປັບປຸງກົດໝາຍສົ່ງເສີມ ການລົງທຶນ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດເປັນປະທານຂອງ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມໂດຍທ່ານ Leo Faber ເອກອັກຄະລັດຖະທູດ ສະຫະພາບເອີລົບ ປະຈຳລາວ ແລະ ທ່ານ Michael Grau ເອກອັກຄະລັດຖະທູດ ເຢຍລະມັນປະຈຳລາວ ພ້ອມດ້ວຍແຂກເຂົ້າຮ່ວມ ຈຳນວນ 100 ກ່ວາທ່ານ ທີ່ເປັນຕົວແທນຈາກ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ

ໃນບົດກ່າວເປີດກອງປະຊຸມ, ທ່ານ ເຂັມມະນີ ພົນເສນາ ໄດ້ກ່າວວ່າ “ວຽກງານການອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ແຜນງານດ້ານການລົງທຶນ ແມ່ນປັດໃຈສຳຄັນ ໃນການສ້າງຄວາມຫຼາກຫຼາຍ ທາງດ້ານເສດຖະກິດແຫ່ງຊາດ ແລະ ຍຸດທະສາດ ການເຊື່ອມໂຍງເສດຖະກິດ ລວມທັງການສ້າງຂອບຂອງແຜນງານ ເສດຖະກິດອາຊຽນ (AEC Blueprint) ປີ 2025 ແລະ ແມ່ນໜຶ່ງໃນຍຸດທະສາດທີ່ສຳຄັນ ຂອງການຊ່ວຍໃນການເປັນປະທານອາຊຽນ ຂອງ ສປປ ລາວ. ໃນຖານະທີ່ເປັນປະເທດນ້ອຍ, ບໍ່ມີທາງອອກສູ່ທະເລ ແລະ ເປັນປະເທດທີ່ເພິ່ງພາຊັບພະຍາກອນທຳ ມະຊາດເປັນສ່ວນຫຼາຍ, ການຂະຫຍາຍຕົວ ທາງດ້ານເສດຖະກິດຂອງ ສປປ ລາວ ແມ່ນມີຄວາມເຊື່ອມໂຍງໂດຍກົງ ກັບຄວາມອາດສາມາດ ໃນການເຊື່ອມໂຍງ ເສດຖະກິດກັບພາກພື້ນ ແລະ ສາກົນ”.

ໃນໄລຍະກອງປະຊຸມ, ຕົວແທນຈາກກົມທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ສາມາດເຫັນດີເປັນເອກະພາບ ຕໍ່ຄວາມຕ້ອງການໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂ ບັນດາສິ່ງກີດຂວາງ ໃນຂົງເຂດການຄ້າຊາຍແດນ, ບັນລຸໃຫ້ໄດ້ກົນໄກການລົງທຶນໂດຍລວມ ເພື່ອສົ່ງເສີມຄວາມອາດສາມາດ ແລະ ການເຂົ້າເຖິງການບໍລິການ ຢ່າງກ້ວາງຂວາງ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວ ສະແດງຄວາມຂອບໃຈ ຕໍ່ຄູ່ຮ່ວມພັດທະນາທຸກພາກສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນ ແກ່ວຽກງານການພັດທະນາ ຂະແໜງການຄ້າ ແລະ ພາກເອກະຊົນ ໃນລາວຕະຫຼອດມາ ແລະ ຮຽກຮ້ອງມາຍັງທຸກໜ່ວຍງານທີ່ກ່ຽວຂ້ອງ ຈົ່ງໄດ້ພ້ອມກັນຈັດຕັ້ງປະຕິບັດ ຢ່າງຈິງຈັງ ເພື່ອເພີ່ມຄວາມອາດສາມາດ ໃນການແຂ່ງຂັນ ແກ່ພາກທຸລະກິດລາວ ດ້ວຍການຊ່ວຍຫຼຸດຜ່ອນຕົ້ນທຶນ, ນະໂຍບາຍທີສອດຄ່ອງ ແລະ ຄ່າໃຊ້ຈ່າຍໃນການປະຕິບັດ ບັນດາມາດຕະການຂອງພາກທຸລະກິດ.

ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ (TPSWG) ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກ ສໍາລັບການປຶກສາຫາລື ດ້ານນະໂຍບາຍທີ່ຕິດພັນກັບການຄ້າ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມ ໃນກອງປະຊຸມ ແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ບັນດາອົງການຈັດຕັ້ງ. ສ່ວນໜ່ວຍງານຂະແໜງການອື່ນ ໃນ 10 ໜ່ວຍງານລວມມີ: ສາທາ; ສຶກສາ; ການປົກຄອງ; ເສດຖະກິດມະຫາພາກ; ໂຄງລ່າງພື້ນຖານ; ການຄວບຄຸມບັນຫາຢາເສບຕິດ; ລະເບີດບໍ່ທັນແຕກ; ກະສິກຳ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ.

ພະແນກການຊ່ວຍເຫຼືອຂອງຕ່າງປະເທດ

ກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ

IMG_8683

IMG_8275