ກອງປະຊຸມຄະນະເຈລະຈາການເປັນຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ
By sonsathit rasavong On 20 Oct, 2016 At 10:54 AM | Categorized As ຂ່າວພາຍໃນ | With 0 Comments

 

ກອງປະຊຸມຄະນະເຈລະຈາການເປັນຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership (RCEP)) ຄັ້ງທີ 15 ໄດ້ຈັດຂື້ນທີ່ ເມືອງ ທຽນຈິນ ສປ ຈີນ ໃນລະຫວ່າງວັນທີ 11-21ຕຸລາ 2016. ກອງປະຊຸມຄັ້ງນີ້ ໄດ້ລວມເອົາ 15 ກອງປະຊຸມຍ່ອຍທີ່ປີ່ນອ້ອມ ໂດຍກະກອບມີ:

1. ກອງປະຊຸມ ຮ່ວມມືທາງເສດຖະກິດ, 2. ກອງປະຊຸມ ແຫລ່ງກຳເນີດສິນຄ້າ, 3.ກອງປະຊຸມ ລົງທືນ,4.ກອງປະຊຸມ ຊັບສິນທາງປັນຍາ, 5.ກອງປະຊຸມ ການຄ້າດ້ານສີນຄ້າ, 6.ກອງປະຊຸມຫນ່ວຍງານກົດຫມາຍ, 7.ກອງປະຊຸມການຄ້າດ້ານການບໍລິການ, 8. ກອງປະຊຸມຫນ່ວຍງານ ມາດຕະຖານ, 9. ກອງປະຊຸມຫນ່ວຍງານ SPS, 10. ກອງປະຊຸມຫນ່ວຍງານ Ecommerce, 11. ກອງປະຊຸມ ຫນ່ວຍງານ ແກ້ໄຂທາງດ້ານການຄ້າ, 12.ກອງປະຊຸມ ວຽກງານພາສີ, 13.ກອງປະຊຸມຫນ່ວຍງານໂທລະຄົມ, 14.ກອງປະຊຸມຫນ່ວຍງານການທະນາຄານ, 15.ກອງປະຊຸມຫນ່ວຍງານການແຂ່ງຂັນທາງການຄ້າ.

ໂດຍປະຕິບັດຕາມທິດທາງຂອງອາຊຽນ ທີ່ຄາດຫມາຍວ່າ ການເຈລະຈາການຮ່ວມມືໃນຂອບ RCEP ຈະຕ້ອງໃຫ້ສາມາດສະຫລຸບໄດ້ໃນທ້າຍປີ 2016 ເພື່ອໃຫ້ບັນລຸກັບເປົ້າຫມາຍທີ່ກຳນົດໄວ້ ສະນັ້ນທຸກຫນ່ວຍງານທີ່ປີ່ນອ້ອມວຽກງານການເຈລະຈາ ແມ່ນໄດ້ຂຸ້ນຂ້ຽວ ສຸມໃສ່ການເຈລະຈາໃນຂອບວຽກຂອງຕົນໃຫ້ສຳເລັດ ໂດຍໄວ. ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ສປປ ລາວ ແມ່ນນຳໂດຍ ທ່ານ ປລ ລາວຮົວ ເຈີຈິງ ຫົວຫນ້າກົມນະໂຍບາຍການຄ້າຕ່າງປະເທດ ທັງເປັນເຈົ້າຫນ້າທີ່ອາວຸໂສເສດຖະກິດອາຊຽນ ຂອງສປປ ລາວ ແລະ ຂະແຫນງການອ້ອມຂ້າງເຂົ້າຮ່ວມ. ເຊີ່ງຜົນຂອງກອງປະຊຸມຄັ້ງນີ້ແມ່ນຈະນຳລາຍງານ ແລະ ຂໍທິດຊີ້ນຳຕໍ່ກອງປະຊຸມລັດຖະມົນຕີ RCEP ຄັ້ງທີ 2 ທີ່ມີແຜນຈະຈັດຂື້ນທີ່ ປະເທດຟີລິບປິນ ໃນກາງເດືອນ ພະຈິກ 2016 ໃນມໍ່ໆນີ້. ການເຈລະຈາໃນ RCEP ແມ່ນມີຄວາມຫຍຸ້ງຍາກຫລາຍ ເນື່ອງຈາກເປັນຂອບໃຫ່ຍ ທີ່ມີ 16 ປະເທດ ເຈລະຈາຮ່ວມກັນ. ທຸກປະເທດແມ່ນມີທ່າທີ ແລະ ທັດສະນະຈຸດຢືນເປັນຂອງຕົນເອງ. ເຊີ່ງຍາກຕໍ່ການເຫັນດີໃນບັນຫາໃດບັນຫານື່ງບາດດຽວ. ການຮ່ວມມືໃນຂອບ RCEP ແມ່ນໄດ້ມີຂໍ້ຜູກມັດຂ້ອນຂ້າງສູງ ແລະ ເປີດຕະຫລາດຂ້ອນຂ້າງກວ້າງຫລາຍ ໂດຍສະເພາະການຄ້າດ້ານການບໍລິການ ການຄ້າດ້ານສີນຄ້າແລະການລົງທຶນ. ສະນັ້ນຈະເປັນການທ້າທາຍຫລາຍທີ່ສຸດຕໍ່ປະເທດພັດທະນາຫນ້ອຍ ເຊັ່ນ ສປປ ລາວ ມຽນມາ ແລະ ກໍາປູເຈຍ ແຕ່ໃນທາງກົງກັນຂ້າງ ພວກເຮົາຈະນຳໃຊ້ຄວາມທີ່ເປັນປະເທດພັດທະນາຫນ້ອຍ ເພື່ອຕໍ່ລອງເອົາຜົນປະໂຫຍດ ໃນຂອບນີ້ໃຫ້ຫລາຍທີ່ສຸດ.

[ພາບ ແລະ ຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງ ອຄ]

1a6602b0-6279-4ff9-8132-e2d7d2f2253a

9428254c-6ce2-4fc6-94cf-29dc9234ef8d

b66ae79a-ce26-4032-9264-466cda489e73

3849522e-94dc-4e4b-a8e6-fe69a1fdf025