ທ່ານ ນາງ ເຂັມມະນີ ພົນເສນາ ລົງຕິດຕາມການກອດສອບຄຸນນະພາບນນ້ຳມັນ
By sonsathit rasavong On 8 Sep, 2016 At 09:47 AM | Categorized As ຂ່າວພາຍໃນ | With 0 Comments

 

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ  ແລະ ການຄ້າ  ໄດ້ລົງຕິດຕາມຂັ້ນຕອນການກອດສອບຄຸນນະພາບນ້ຳມັນທີ່ນຳເຂົ້າພາຍຫຼັງ ທີ່່ກົມມາດຕະຖານ ແລະ ວັດແທກ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ປະຕິບັດການກວດສອບຄຸນນະພາບໄດ້ 1 ເດືອນ.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວວ່າ: ໃນການມາຕິດຕາມເບິ່ງຂັ້ນຕອນການເຮັດວຽກກວດສອບບໍລິມາດ  ແລະ ຄຸນນະພາບນ້ຳມັນເຊື້ອໄຟ ເພື່ອເບິ່ງຂັ້ນຕອນຂອງການກວດສອບຕ່າງໆ ໄລຍະການປະຕິບັດງານມາໄດ້ 1 ເດືອນຜ່ານມາ ເຊິ່ງກວດກາບໍລິມາດ ແລະ ຄຸນນະພາບນໍ້າມັນເຊື້ອໄຟແມ່ນສົ່ງຜົນດີຕໍ່ການເກັບລາຍຮັບດ້ານພາສີອາກອນ ສ່ວນຜູ້ຊົມໃຊ້ເອງກໍໄດ້ໃຊ້ນ້ຳມັນທີ່ໄດ້ຄຸນນະພາບ. ດ້ານ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ:  ການປະຕິບັດການກວດກາຄຸນນະພາບນ້ຳມັນແມ່ນປະຕິບັດແຕ່ຕົ້ນເດືອນສິງຫາ ຜ່ານມາ ທາງໜ່ວຍກວດສອບໄດ້ກວດກາ 3 ຈຸດໃຫຍ່ຄື: 1. ກວດສອບນ້ຳມັນຢູ່ຈຸດນຳເຂົ້າ; 2. ກວດຢູ່ສາງຂອງບັນດາບໍລິສັດຜູ້ປະກອບການ ແລະ 3. ແມ່ນກວດຢູ່ປ້ຳນ້ຳມັນເລີຍ.

ນອກນັ້ນ, ທາງໜ່ວຍງານກວດສອບຍັງມີລົດເຄືອນທີ່ 4 ຄັນ ເພື່ອອອກກວດສອບເຄື່ອນໄຫວຄຸນນະພາບນໍ້າມັນບັນດາປ້ຳຕ່າງໆກໍລະນີປະຊາຊົນແຈ້ງມາຜ່ານເບີສຸກເສີນ 1513. ໃນການຈັດຕັ້ງປະຕິບັດນີ້ກໍ່ເພື່ອເຮັດໃຫ້ຜູ້ປະກອບການຫັນເຂົ້າສູ່ລະບຽບການຫຼາຍຂຶ້ນໂດຍສະເພາະແມ່ນ ການເສຍພາສີອາກອນຕາມປະເພດນ້ຳມັນເຊື້ອໄຟ ຊ່ວຍຮັບປະກັນການເກັບລາຍຮັບເຂົ້າງົບປະມານ, ທ່ານ ບໍ່ວຽງຄຳ ວົງດາລາ ກ່າວ.

ການລົງຕິດຕາມດັ່ງກ່າວມີຂຶ້ນ ເມື່ອວັນທີ 2 ກັນຍາ 2016 ຜ່ານມາທີ່ຂວາມິດຕະພາບລາວ-ໄທ ແຫ່ງທີ່ 1 ໂດຍມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຕາງໜ້າຈາກພາກຂະແໜງພາສີອາກອນເຂົ້າຮ່ວມຕິດຕາມ.

[ພາບ ​ແລະ ຂ່າວ: ໜັງສືພິມ​ເສດ​ຖະກິດ-​ການ​ຄ້າ]

web11