ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48
By sonsathit rasavong On 22 Aug, 2016 At 08:18 AM | Categorized As ຂ່າວສຳຄັນ | With 0 Comments

ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ຄັ້ງ​ທີ 48 ​ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 03 ສິງຫາ 2016 ທີ່​ຜ່ານ​ມາ, ທີ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ ​ເຊິ່ງມີ​ບັນດາ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນຈາກ 10 ປະ​ເທດອາ​ຊຽນ ​ແລະ ກອງ​​ເລຂາ​ອາ​ຊຽນ ​ເຂົ້າ​ຮ່ວມ ​ເຊິ່ງ​ເປັນ​ກຽດ​ກ່າວ​ເປີດ​ກອງ​ປະຊຸມ​ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ກ່າວ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ອາ​ຊຽນ​ໄດ້​ປະສົບ​ຜົນສຳ​ເລັດຫຼາຍ​ດ້ານ ​ໂດຍ​ສະ​ເພາ​ະອັນ​ພົ້​ນ​​ເດັ່ນ​ແມ່ນ​ພວກ​ເຮົາ​ສາມາດ​ຮັກສາ​ໄດ້​ສະຖຽນ​ລະ​ພາບ​ທາງ​ດ້ານ​​ເສດຖະກິດ, ​ເຮັດ​ໃຫ້​​ເສດຖະກິດ​ມີ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ ​ແລະ ຕໍ່​ເນື່ອງ. ບໍລິ​ມາດ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ​ຂອງ​ອາ​ຊຽນ ​ແມ່ນ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ. ສິ່ງ​ສຳຄັນ​ຕົ້ນ​ຕໍ່​ແມ່ນ​ການ​ປະກາດ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ທ້າຍປີ 2015, ​ເຊິ່ງ​ໄດ້​ກາຍ​ເປັນ​ນິມິດ​ໝາຍ​ທາງ​ປະຫວັດສາດ​ທີ່​ສຳຄັນ​ຂອງ​ອາ​ຊຽນ ​ໃນ​ການ​ບັນລຸ​ເປົ້າ​ໝາຍ 2015 ຂອງ​ຕົນ ​ເຮັດ​ໃຫ້​ອາ​ຊຽນກາຍ​ເປັນ​ພາກ​ພື້ນ​ທີ່​ມີ​ຕະຫຼາດ ​ແລະ ​ຖານ​ການ​ຜະລິດ​ໜຶ່ງ​ດຽວ, ມີ​ການ​ເຄື່ອນ​ຍ້າຍ​ສິນຄ້າ, ບໍລິການ ​ແລະ ​ແຮງ​ງານ​ຢ່າງ​ເສລີ​ໃນ​ພາກ​ພື້ນ. ພ້ອມ​ດຽວ​ກັນ​ນັ້ນ, ກໍ່​ໄດ້​ສ້າງ​ໃຫ້​ອາ​ຊຽນກາຍ​ເປັນ​ພາກ​ພື້ນ​ທີ່​ມີ​ຄວາມ​ອາດ​ສາມາດ​ດ້ານ​ການ​ແຂ່ງຂັນ​ສູງ ​ແລະ ສາມາດ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ພາກ​ພື້ນ​ອື່ນໆ​ຢ່າງ​ກວ້າງຂວາງ, ​ເຮັດ​ໃຫ້​ອາ​ຊຽນກາຍ​ເປັນ​ພາກ​ພື້ນ​ທີ່​ມີ​ການ​ເຄື່ອນ​ໄຫວ​ບົນ​ພື້ນຖານ​ຫຼັການ ​ແລະ ລະບຽບ​ການ ທີ່​ນັບ​ມື້​ນັບ​ມີ​ຄວາມ​ສອດຄ່ອງ​ກົມກຽວ​ກັນ.

​ໄປ​ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ ອາ​ຊຽນຍັງ​ຈະ​ໄດ້​ສືບ​ຕໍ່​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ບາງ​ແຜນ​ວຽກ​ທີ່​ປະຕິບັດ​ບໍ່​ທັນ​ສຳ​ເລັດ​ຕາມ​ທີ່​ໄດ້​ກຳນົດ​​ໄວ​້​ໃນ​ແຜນ​ແມ່​ບົດ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ 2015 ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້. ​ໂດຍ​ສະ​ເພາະ​ຈະ​ໄດ້ສືບ​ຕໍ່​ສຸມ​ໃສ່​ການ​ເຈລະຈາ​ເປີດຂະ​ແໜງການການ​ບໍລິການ​ໃຫ້​ຄົບ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້​ຢູ່​ໃນ​ສັນຍາ​ການ​ຄ້າ​ດ້ານ​ການ​ບໍລິການ​ອາ​ຊຽນ ​ໃຫ້​ຄວາມ​ສອດ​ຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ໃນ​ປັດຈຸບັນ. ​ໃນ​ດ້ານ​ການ​ຄ້າ, ອາ​ຊຽນ ຕ້ອງ​ໄດ້​ສຸມ​ໃສ່​ບັນຫາ​ທີ່​ຕິດ​ພັນ​ກັບ​ການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ​ໂດຍ​ສະ​ເພາະ​ບັນຫາ​ສິ່ງ​ກີດຂວາງ​ທີ່​ບໍ່​ແມ່ນ​ອັດຕາ​ພາສີ, ຂັ້ນ​ຕອນ​ການ​ແຈ້ງ​ພາສີ ​ແລະ ການ​ສ້າງ​ລະບຽບ​ການ​ພາຍ​ໃນ​ທີ່​ບໍ່​ເອື້ອ​ອຳນວຍ​ຕໍ່​ການ​ຄ້າ. ສຳລັບ​ວຽກ​ການ​ລົງທຶນ, ອາ​ຊຽນ ຕ້ອງ​​ໄດ້​ສືບ​ຕໍ່​ເພີ່ມ​ທະວີ​ການ​ປັງ​ປຸງ​ບັນດາ​ລະບຽບ​ການ, ກົນ​ໄກ ​ແລະ ຂັ້ນ​ຕອນ​ຕ່າງໆ ​ເພື່ອ​ສ້າງ​ສິ່ງ​ແວດ​ລ້ອມ​ທີ່​​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ລົງທຶນ ​ແລະ ​ເຮັດ​ໃຫ້​ອາ​ຊຽນ​ເປັນ​ຈຸດໝາຍ​ປາຍທາງ​ດຽວ​ກັນ​ຂອງ​ການ​ລົງທຶນ, “ ທ່ານ ທອງລຸນ ສີ​ສຸ​ລິດ ກ່າວ ”.

ທ່ານ​ນາຍົກລັດຖະມົນຕີຍັງ​ເນັ້ນ​ຕໍ່​ທີ່​ປະຊຸມ​ໃຫ້​ເອົາ​ໃຈ​ໃສ່​ປຶກສາ​ຫາລື 7 ບັນຫາ​ສຳຄັນ​ຄື:

1. ຮັບປະກັນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງານ 2025​ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ​ໂດຍ​ມີ​ການ​ກຳນົດ​ກົນ​ໄກ, ​ແຜນ​ວຽກ​ລະອຽດ​, ລະບົດການປະສານງານ ແລະ ການຕິດຕາມປະເມີນຜົນຢ່າງເປັນລະບົບ.

2. ສືບຕໍ່ສ້າງສິ່ງແວດລ້ອມທີ່ອຳນວຍໃຫ້ແກ່ການຄ້າ ແລະ ການດຳເນີນທຸລະກິດໃນອາຊຽນ ໂດຍສະເພາະແມ່ນຫຼຸດຜ່ອນ ແລະ ກ້າວໄປເຖິງລົບລ້າງບັນດາສິ່ງກີດຂວາງຕ່າງໆ ແນໃສ່ເພື່ອຮັບປະກັນເຮັດໃຫ້ການດຳເນີນທຸລະກິດໃນອາຊຽນມີຄວາມສະດວກ ແລະ ມີຕົ້ນທຶກຕ່ຳລົງ.

3. ຢຶດໝັ້ນຫຼັກການຄວາມເປັນເອກະສັນຂອງອາຊຽນ ແລະ ຮັບປະກັນເປັນໃຈກາງຂອງອາຊຽນ ຂອງການຮ່ວມມືດ້ານເສດຖະກິດ ກັບບັນດາຄູ່ເຈລະຈາອື່ນໆ.

4. ຮັບປະກັນການສ້າງຕັ້ງຜັນຂະຫຍາຍເນື້ອໃນຄຳຂວັນ “ ຫັນ​ວິ​ໄສ​ທັດ​ໃຫ້​ເປັນ​ຮູບ​ປະທ​ຳ​ເພື່ອ​ຄວາມ​ເຂັ້ນ​​ແຂງ​ຂອງ​ອາ​ຊຽນ ” ​​ໂດຍ​ສະ​ເພາະ​ແມ່ນ​ການ​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດ 8 ​ແຜນ​ງານ​ບຸລິມະສິດ​ຂອງ​​ເສົາ​ຄ້ຳ​ເສດຖະກິດ​ທີ່​ຈະ​ຖືກ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສຸດ​ຍອດ ຄັ້ງ​ທີ 28 ​ຕົ້ນ​ເດືອນ​ກັນຍາ 2016 ທີ່​ຈະ​ມາ​ເຖິງ​ນີ້.

5. ສືບ​ຕໍ່​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ​ໃນ​ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ກັນດ້ານ​ການ​ພັດທະນາ​ລະຫວ່າງ​ອາ​ຊຽນດ້ວຍ​ກັນ ​ເພື່ອ​ຮັບປະກັນ​ໃຫ້​ມີ​ການ​ພັດທະນາ​ທີ່​ສະ​ເໝີ​ພາບ ​ແລະ ​ເທົ່າ​ທຽມ​ກັນ​ໃນ​ອາ​ຊຽນ.

6. ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ພາກ​ທຸລະ​ກິດ​ຂອງ​ອາ​ຊຽນ ຈາກ​ການ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ ​ແລະ ຫວ່າງ​ອາ​ຊຽນ ​ແລະ ບັນດາ​ຄູ່​ເຈລະຈາ ​ໂດຍ​ສະ​ເພາະ​ຄຳນຶງ​ເຖິງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຄວາມ​ອາສາ​ມາດ​ຂອງ​ພາກ​ທຸລະ​ກິດ.

7. ຮັບປະກັນ​ການ​ເຂົ້າ​ຮ່ວມ​ຢ່າງ​ຫ້າວຫັນ ​ແລະ ຢ່າງ​ເປັນ​ເຈົ້າ​ການ​ຂອງ​ພາກ​ທຸລະ​ກິດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ 2025.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ກ່າວ​ວ່າ: ສຳລັບ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ຄັ້ງ​ທີ 48 ຈະ​ໄດ້​ປຶກສາ​ຫາລື​ຫຼາຍ​ປະ​ເດັນ​ສຳຄັນ​ຄື: ບັນດາ​ແຜນ​ງານ​ບຸລິມະສິດ​ຂອງ​ເສົາ​ຄ້ຳ​ເສດຖະກິດ​ທີ່​ໄດ້​ສະ​ເໜີ​ໂດຍ ສປປ ລາວ ​ໃນ​ໄລຍະ​ເວລາ ສປປ ລາວ ​ເປັນ​ເຈົ້າພາບ​ອາ​ຊຽນ ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ກຳນົດ 8 ​ແຜນ​ງານ​ບຸລິມະສິດ​ຄື: 1. ຂອບ​ວຽກ​ການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​ຂອງ​ອາ​ຊຽນ, 2. ຂອບ​ວຽກ​ທີ່​ສອດ​ຄ່ອງ​ກັນ​ຂອງ​ອາ​ຊຽນວ່າ​ດ້ວຍ​ຄວາມ​ປອດ​ໄພ​ທາງ​ດ້ານ​ອາຫານ, 3. ຂອບ​ວຽກ​ຂອງ​ອາ​ຊຽນກ່ຽວ​ກັບ​ການ​ເຂົ້າ​ເຖິງ​ແຫຼ່ງທຶນ​ສຳລັບ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ກາງ, 4. ສະພາບ​ແວດ​ລ້ອມ​ທີ່​ອຳນວຍ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ ​ແລະ ພັດທະນາ​ວິ​ສາ​ຫະກຳ​ຂະໜາດ​ນ້ອຍ ​ແລະ ກາງ, 5. ຖະ​ແຫຼ​ງການ​ປາກ​ເຊ​ກ່ຽວ​ກັບ​ການທ່ອງທ່ຽວ​ສີຂຽວ, 6. ລາງວັນ​ດ້ານ​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ອາ​ຊຽນ, 7. ​ແນ​ວທາງ​ນະ​ໂຍບາຍ​ສຳຄັນ​ສຳລັບ​ການ​ພັດທະນາ ​ແລະ ການ​ຮ່ວມ​ມື​ໃນ​ເຂດ​ເສດຖະກິດ​ພິ​ເສດ, 8. ​ແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ປ​ະ​ເທດ CLMV.

 [ສູນ​ສະຖິຕິ ​ແລະ ຂ່າວສານ]

web08