ກະຊວງ ອຄ ປະເມີນຜົນການນຳໃຊ້ປຶ້ມຄູ່ມືວຽກງານສະຖິຕິອຸດສາຫະກຳປຸງແຕ່ງ ແລະ ການຄ້າ, ແລະ ຄວາມເປັນໄປໄດ້ໃນການນຳໃຊ້ຮ່າງປຶ້ມຄູ່ມືສຳນວນຂ່າວສານຂອງບັນດາຕົວຊີ້ບອກຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຄ້າ
By sonsathit rasavong On 19 Aug, 2016 At 09:08 AM | Categorized As ຂ່າວພາຍໃນ | With 0 Comments

ກະຊວງ ອຄ ປະ​ເມີນ​ຜົນ​ການ​ນຳ​ໃຊ້​ປຶ້ມ​ຄູ່​ມື​ວຽກ​ງານ​ສະຖິຕິ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ, ​ແລະ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ນຳ​ໃຊ້​ຮ່າງ​ປຶ້ມ​ຄູ່​ມື​ສຳນວນ​ຂ່າວສານ​ຂອງ​ບັນດາ​ຕົວ​ຊີ້​ບອກ​ຂະ​ແໜງ​ອຸດ​ສາ​ຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ

ກອງ​ປະຊຸມ​ປະ​ເມີນ​ຜົນ​ການ​ນຳ​ໃຊ້​ປຶ້ມ​ຄູ່​ມື​ວຽກ​ງານ​ສະຖິຕິ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ, ​ແລະ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ນຳ​ໃຊ້​ຮ່າງ​ປຶ້ມ​ຄູ່​ມື​ສຳນວນ​ຂ່າວສານ​ຂອງ​ບັນດາ​ຕົວ​ຊີ້​ບອກ​ຂະ​ແໜງ​ອຸດ​ສາ​ຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ ​ໄດ້​ຈັດ​ຂຶ້ນ​ລະຫວ່າງວັນ​ທີ 20 ຫາ 21 ກຳ​ລະ​ກົດ 2016 ທີ່​ຜ່າ​ນມາ ທີ່​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ).

ກອງ​ປະຊຸມ​ດັ່ງກ່າວ​ໃຫ້​ກຽດ​ເປັນ​ປະທານ​ຮ່ວມ​ໂດຍ ​ທ່ານ ພັນ​ທອງ ພິດ​ທຸ​ມມາ ຮອງ​ລັດຖະມົນຕີ ກະຊວງ ອຄ, ​ແລະ ທ່ານ ບົວ​ຈັນ ບຸນ​ວົງ​ໄຊ ຮອງ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ເຊິ່ງມີແຂກເຂົ້າຮ່ວມຈາກ ສູນສະຖິຕິແຫ່ງຊາດ, ບັນດາກົມອ້ອມຂ້າງທີ່ກ່ຽວຂ້ອງ, ​ບັນດາ​ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ, ຫົວໜ້າ​ຂະ​ແໜງ​ການ, ຮອງຫົວໜ້າ​ຂະ​ແໜງ​ການ, ວິຊາ​ການທີ່​ກ່ຽວຂ້ອງ ຈາກ​ພະ​ແນ​ກອຸດສາຫະກຳ ​ແລ​ະ ການ​ຄ້າ ທົ່ວ​ປະ​ເທດ ​ເຂົ້າ​ຮ່ວມ ລວມທັງ​ໝົດ 80 ທ່ານ.

[ສູນສະຖິຕິ ແລະ ຂ່າວສານ]

???????????????????????????????

???????????????????????????????

???????????????????????????????

???????????????????????????????

???????????????????????????????