ງານວາງສະແດງເຄື່ອງເຮືອນລາວຄັ້ງທີ່ 1
By sonsathit rasavong On 19 Aug, 2016 At 09:24 AM | Categorized As ຂ່າວພາຍໃນ | With 0 Comments

 

ສະມາຄົມເຟີນີເຈີລາວ ໄດ້ຈັດງານວາງສະແດງເຄື່ອງເຮືອນລາວຄັ້ງທີ່ 1 ປະຈຳປີ 2016 ໄດ້ຈັດຂຶ້ນແຕ່ວັນທີ 18 ຫາ 24 ກໍລະກົດ 2016 ທີ່ສູນການຄ້າລາວ ໄອເຕັກ ເພື່ອສົ່ງເສີມການປູກໄມ້ ແລະ ຫັນມາໃຊ້ໄມ້ປູກທົດແທນໄມ້ທຳມະຊາດ, ສ້າງຄວາມເຂັ້ມແຂງໃຫ້ກັບສະມາຄົມເຟີນີເຈີລາວ ແລະ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບສີໄມ້ລາຍມືຂອງຄົນລາວເຮົາ ແລະ ຫົວໜ່ວຍທຸລະກິດໄມ້ລາວ ໃຫ້ຂະຫຍາຍຕົວສາມາດເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນໃນອະນາຄົດ.
ພິທີເປີດງານວາງສະແດງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ກໍລະກົດ 2016 ທີ່ຜ່ານມາ, ທີ່ສູນການຄ້າລາວໄອເຕັກ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ດຣ. ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ທ່ານ ນາງ ເຂັມມະນີ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ; ທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນີເຈີລາວ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

 

[ສູນສະຖິຕິ ແລະ ຂ່າວສານ]

1

2