ກອງປະຊຸມປະເມີນຜົນງານປະຈຳສົກປີ 2016 ຂອງພະນັກງານລັດຖະກອນ ພາຍໃນພະແນກ ອຄ ແຂວງອຸດົມໄຊ
By admin On 24 Aug, 2016 At 11:16 AM | Categorized As ຂ່າວພາຍໃນ | With 0 Comments

oudomxay

ໃນລະຫວ່າງວັນທີ 9 – 10 ສີງຫາ 2016 ທີ່ຜ່ານມານີ້ຢູ່ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ. ໄດ້ຈັດກອງປະຊຸມປະເມີນຜົນງານພະນັກງານລັດຖະກອນພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ປະຈຳປີ 2016 ຂື້ນຢ່າງເປັນທາງການໂດຍການເປັນປະທານຂອງທ່ານ ຄຳເພົ້າ ສີລິສຸກ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີພະນັກງານສະມາຊິກພັກ-ລັດຖະກອນພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມທັງໝົດຈຳນວນ 43 ສະຫາຍ, ຍິງ 11 ສະຫາຍ.
ກອງປະຊຸມດຳເນີນຊີວິດການເມືອງໃນຄັ້ງນີ້ແຕ່ລະສະຫາຍກໍ່ໄດ້ຜ່ານໃບສຳຫຼວດຂອງຕົນເອງ ແລະ ມີການປະກອບຄຳຄິດເຫັນ, ຕຳນິສົ່ງຂ່າວເພື່ອກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນໂດຍສະເພາະ ເພື່ອເສີມຂະຫຍາຍດ້ານດີ ແລະ ປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 1 ປີ ທີ່ຜ່ານມາຂອງແຕ່ລະສະຫາຍ, ເພື່ອຊອກຫາວິທີການແກ້ໄຂໃນຕໍ່ໜ້າໃຫ້ດີຂື້ນເທື່ອລະກ້າວ. ກອງປະຊຸມປະເມີນຜົນງານປະຈຳປີ 2016 ໄດ້ດຳເນີນໄປເປັນເວລາ 2 ວັນ ແລະ ໃນພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ຈັດພິທີມອບໃບຍ້ອງຍໍປະຈຳປີ 2015 ໃຫ້ແກ່ພະນັກງານຜູ້ທີ່ມີຜົນງານດີເດັ່ນໃນໄລຍະ 1 ປີທີ່ຜ່ານມາຈຳນວນ 23 ສະຫາຍ. ນອກນັ້ນຍັງໄດ້ແຂ່ງຂັນກິລາເຕະບານເພື່ອສ້າງຄວາມສາມັກຄີພາຍໃນພະແນກ ໃຫ້ແໜ້ນແຟນຂື້ນກວ່າເກົ່າ.
oudomxay1ຂຽນໂດຍ: ຄຳຝັ້ນ ພາວິວົງກອນ

About -